Archive for February, 2007
ສຸພາສິດທີ່ເວົ້າເຖິງຄຸນສົມບັດ
ສຸພາສິດທີ່ເວົ້າເຖິງຄຸນສົມບັດການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ:
ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ
ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ
ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ
ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
ລູກເວົ້າຍາກ ພໍ່ແມ່ປາກປຽກ
ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງເຊັ່ນ:
ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ
ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
ພົບຄົນດີ ມີສີແກ່ຕົວ
ພົບຄົນຊົ່ວ ພາຕົວຫມົ່ນຫມອງ
ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ
ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ:
ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ
ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ
ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້
ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ
ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້
ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ
ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ
ສຸພາສິດເວົ້າເຖິງການອອກແຮງງານ
ສຸພາສິດເວົ້າເຖິງການອອກແຮງງານ
ຄົນບູຮານອາໄສການອອກແຮງງານດ້ວຍຕີນມື ເມື່ອລ້ຽງຊີບເຊັ່ນ ການເຮັດໄຮ່ເຮັດນາເພື່ອປູກເຂົ້າ, ການອອກແຮງງານດັ່ງກ່າວຕ້ອງໄດ້ອີກໃສ່ດິນ, ນ້ຳ, ອາກາດ ເປັນເງື່ອນໄຂ
ທີ່ສຳຄັນ, ສະນັ້ນ ຊາວບູຮານຈິ່ງມີບົດຮຽນໃນການສັງເກດການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເມື່ອໃດຝົນຈະຕົກ, ເມື່ອໃດຟ້າຈະແລ້ງ ເຊັ່ນຄຳສຸພາສິດທີ່ວ່າ:
ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ
ຝົນຊິຕົກໃຫເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ
ຈາກການສັງເກດ ແລະກຳໄດ້ກົດເກນການປ່ຽນແປງຂອງດິນຟ້າອາກາດ ປະຊາຊົນຈິ່ງຊອກວິທີການຕ່າງໆ ເພື່ອຕັກເຕືອນເຊິ່ງກັນ ແລະກັນ ໃຫ້ຮູ້ລະດູການເພີ່ມພູດຜະລິດຜົນທີ່ຈະໄດ້ຮັບຜົນດີ ດັ່ງຄຳສຸພາສິດທີ່ວ່າ :
ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ
ຫລື
ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ
ກົກຈະນ້ອຍ ຜົນນ້ອຍແຮ່ງບໍ່ແມ່
ຕັ້ງແຕ່ໃດໆ ມາຊາວຜູ້ອອກແຮງງານມີມູນເຊື້ອດຸຫມັ່ນຂະຫຍັນພຽນເຮັດໄຮ່ນາສວນຈົນມີບົດຮຽນສືບຕໍ່ກັນມາ ໂດຍປະດິດແຕ່ງເປັນຄຳສຸພາສິດ ດັ່ງນີ້:
ຢາກກິນເຂົ້າ ຕ້ອງເຮັດນາໜາ
ຢາກກິນປາ ຕ້ອງແບກແຫລົງນ້ຳ
ຫລັງສູ້ຟ້າ ຫນ້າສູ້ດິນ
ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
ໄປຢຽບຫມາ ມາຢຽບຂຽດ
ຄຳສຸພາສິດ
ติดตรงไหนลองถามเข้ามาได้นะครับ
ຄຳສຸພາສິດ
ຄຳວ່າ “ ສຸພາສິດ ” ເປັນຄຳເວົ້າທີ່ສັ້ນ ແຕ່ມີຄວາມຫມາຍອັນເລິກເຊິ່ງ ເຊິ່ງຊາວບູຮານປະດິດແຕ່ງຂຶ້ນມາແຕ່ບູຮານະການ. ຄຳສຸພາສິດເປັນວັນນະຄະດີພື້ນເມືອງລາວປະເພດຫນຶ່ງ ເຊິ່ງຜູ້ແຕ່ງມັກໃຊ້ຄຳເວົ້າທີ່ສັ້ນໃຫ້ສຳຜັດເກາະກ່າຍກັນ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະຈື່ໄດ້ດົນ. ເນື້ອໃນຂອງຄຳສຸພາສິດເປັນຄຳສັ່ງສອນ ເພື່ອຕັກເຕືອນໃຫ້ຊາວຜູ້ອອກແຮງງານປະພຶດຕົນເອງ ໄປໃນຄວາມຖືກຕ້ອງເຫມາະສົມ ຫຼື ຈະເວົ້າໄດ້ອີກຢ່າງຫນຶ່ງວ່າ ຄຳສຸພາສິດແມ່ນບົດຮຽນອັນມີຄຸນຄ່າໃນການດຳລົງຊີວິດ ແລະ ທຳມາຫາກິນຂອງຊາວຜູ້ອອກແຮງງານ.
บทที่ ๑.๒: พยัญชนะผสม
໑.໒ ພະຍັນຊະນະປະສົມ (พยัญชนะผสม)
พยัญชนะผสม คือพยัญชนะสองตัว ที่เอามาผสมกันให้เป็นตัวเดียวโดยในภาษาลาวนั้น จะมีอยู่ ๖ ตัวด้วยกัน แต่ละตัว ตั้งต้นด้วยตัว ຫ (ห) ที่เป็นอักษรสูง แล้วเอาตัว ງ ຍ ນ ມ ລ ວ ที่เป็นอักษรต่ำมาผสม โดยจะมีเพียงอักษรต่ำเหล่านี้เท่านั้น ที่ใช้ผสมได้
เมื่อผสมแล้ว ตัว ຫ จะไม่ออกเสียง แต่มันจะทำให้ตัวอักษรต่ำเหล่านั้น ผันเสียงเป็นอักษรเสียงสูงดั่งนี้:
ຫ ผสมกับ ງ เป็น ຫງ ตัวอย่างเช่น: ເຫງົາ (เหงา)
ຫ ผสมกับ ຍ เป็น ຫຍ ตัวอย่างเช่น: ຫຍ້າ (หญ้า)
ຫ ผสมกับ ນ เป็น ຫນ ตัวอย่างเช่น: ຫນາ, ໜາ (หนา)
ຫ ผสมกับ ມ เป็น ຫມ ตัวอย่างเช่น: [...]
บทที่ ๑.๑: พยัญชนะเค้า
໑.໑ ພະຍັນຊະນະເຄົ້າ (พยันชนะเค้า)
ในจำนวนพยัญชนะทั้ง ๓๒ ตัว จะมีพยัญชนะเค้า ซึ่งเป็นพยัญชนะตัวเดิม ที่ยังไม่ได้ผสมกับตัวอื่น โดยพยัญชนะเค้านั้น จะมีทั้งหมดด้วยกัน ๒๖ ตัวคือ:
ກ ຂ ຄ ງ ຈ ສ ຊ ຍ ດ ຕ ຖ ທ ນ ບ ປ ຜ ຝ ພ ຟ ມ ຢ ລ ວ ຫ ອ ຮ
นอกจากนั้นแล้ว พยัญชนะเค้า ยังถูกแบ่งออกเป็น ๓ หมวดหมู่คือ:
ອັກສອນສູງ (อักษรสูง)
ອັກສອນກາງ (อักษรกลาง)
ອັກສອນຕ່ຳ (อักษรต่ำ)
๑. อักษรสูง จะหมายถึงจำพวกอักษร ที่มีเสียงสูง ซึ่งมี ๖ ตัวด้วยกัน คือ:
ຂ ສ ຖ ຜ ຝ [...]
บทที่ ๑: ตัวอักษรลาว
เอาละครับ ในที่สุด ก็ได้เวลาเริ่มบทเรียนกันเสียที หลังจากที่ดองโปรเจ็คมานานแสนนาน ซึ่งก่อนอื่น ต้องขอบอกก่อนเลยว่า บทสอนต่างๆ จะอ้างอิงมาจากหนังสือ
“ແບບຮຽນ ພາສາລາວ ແລະວັນນະຄະດີ ຊັ້ນມັດຖະຍົມປີທີ ຫນຶ່ງ”
(แบบเรียน ภาษาลาว และวรรณคดี ชั้นมัธยมปีที่ หนึ่ง)
โดย
“ກະຊວງສຶກສາທິການ ສະຖາບັນຄົ້ນຄວ້າ ວິທະຍາສາດ ການສຶກສາ ແຫ່ງຊາດ”
(กระทรวงศึกษาธิการ สถาบันค้นคว้า วิทยาศาสตร์ การศึกษา แห่งชาติ)
เป็นหลักนะครับ และวันแรก เราจะมาทำความเข้าใจกันถึง ตัวอักษรในภาษาลาว กันครับ
ตัวอักษรลาว
ตัวอักษรในภาษาลาวนั้น จะถูกแบ่งเป็น ๓ หมวดคือ
ພະຍັນຊະນະ (พยัญชนะ)
ສະລະ (สระ)
ວັນນະຍຸດ (วรรณยุกต์) <– ขอบคุณคุณ MaewDam ครับที่แก้ให้ ^_^
ในภาษาลาวก็เหมือนๆ กับภาษาไทย และภาษาอื่นๆ ในโลกนี้ การที่จะเขียนคำๆ หนึ่ง ก็จะต้องใช้หลายตัวอักษรมาประกอบเข้ากัน ตัวอย่างก็เช่นว่า “ແກ້ວ” (แก้ว) จะสามารถแยกได้ดั่งนี้:
ແx (แx) คือสระ
ກ (ก) [...]