ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ
1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ
2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ
- ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.
- ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.
- ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.
- ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ).
Technorati Tags: ສຸພາສິດ, ບໍ່ຊື່ສັດ, ວາງໃຈ, ເຫລັກຄົດ, ເຫຼັກຄົດ, ຊ້າງສານ, ງູ່ເຫົ່າ, ລາວ, ພາສາລາວ, pasalao, lao, ภาษาลาว, au8ust
ThaoK
1- ເອົາໄປຂາຍເປັນເສດເຫຼັກ ກະດີ;
August 13th, 2010 at 4:08 pm2-ເອົາຊ້າງໄປປ່ອຍໃຫ້ມັນຢູ່ຕາມປະສາຂອງມັນກະດີຕົວະ;
– ສ່ວນງູເຫົ່ານີ້ ຄິດວ່າກ່ອນມັນຈະກັດໃຜມັນກໍສົ່ງສັນຍານບອກກ່ອນ ບໍ່ແມ່ນວ່າຊິທັນໄດ້ທັນກັດ ແຕ່ ກະຕ້ອງໄດ້ຣະວັງຫັ້ນແຫຼະນໍ ແມ້ແຕ່ໜໍງູ ກະຍັງຕາຍຍ້ອນງູ;
– ຂ້າເກົ່າມັນກະມັກມີເຣື້ອງ;
– ເມັຍນີ້ກະສຳຄັນນໍ ຈົນວ່າມີພາສິດກ່າວບອກກັນໄວ້
ຫາກວ່າມີເມັຍແບບນີ້ ຢ້ານວ່າ ໄດ້ເອົາໄປໂຜດແລ້ວ.
ເວົ້າຢອກສຸພາສິດ ແຕ່ບໍ່ແມ່ນຫຍາມໜິ່ນດອກ ພາກັນເບິ່ງໃນແຫງ່ແບບອື່ນແນ່ເພຶ່ອວ່າຈະບໍ່ໃຫ້ກາຍເປັນ ຄົນເຫັນແຕ່ແຫງ່ມຸມດຽວ!
son
คำสุพาษิตลาวเพี่มเตีมที่ http://www.bigbrothermouse.com
November 7th, 2010 at 9:02 pmfree download Lao proverb
เครื่อง duplicator
ສະບາຍດີ
^^
July 18th, 2011 at 12:38 am