ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ

1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ

2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ

– ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.

– ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.

– ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.

– ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ).

Technorati Tags: , , , , , , , , , , , ,

3 thoughts on “ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ”

  1. 1- ເອົາໄປຂາຍເປັນເສດເຫຼັກ ກະດີ;
    2-ເອົາຊ້າງໄປປ່ອຍໃຫ້ມັນຢູ່ຕາມປະສາຂອງມັນກະດີຕົວະ;
    – ສ່ວນງູເຫົ່ານີ້ ຄິດວ່າກ່ອນມັນຈະກັດໃຜມັນກໍສົ່ງສັນຍານບອກກ່ອນ ບໍ່ແມ່ນວ່າຊິທັນໄດ້ທັນກັດ ແຕ່ ກະຕ້ອງໄດ້ຣະວັງຫັ້ນແຫຼະນໍ ແມ້ແຕ່ໜໍງູ ກະຍັງຕາຍຍ້ອນງູ;
    – ຂ້າເກົ່າມັນກະມັກມີເຣື້ອງ;
    – ເມັຍນີ້ກະສຳຄັນນໍ ຈົນວ່າມີພາສິດກ່າວບອກກັນໄວ້
    ຫາກວ່າມີເມັຍແບບນີ້ ຢ້ານວ່າ ໄດ້ເອົາໄປໂຜດແລ້ວ.
    ເວົ້າຢອກສຸພາສິດ ແຕ່ບໍ່ແມ່ນຫຍາມໜິ່ນດອກ ພາກັນເບິ່ງໃນແຫງ່ແບບອື່ນແນ່ເພຶ່ອວ່າຈະບໍ່ໃຫ້ກາຍເປັນ ຄົນເຫັນແຕ່ແຫງ່ມຸມດຽວ!

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.