ສັງສິນໄຊ ຕອນ: ສຸບິນບັ້ນ

ສັງສິນໄຊ

ຕອນ: ສຸບິນບັ້ນ

ບັດນີ້ ຈັກກ່າວພູໃຊ່ທ້າວສະເວີຍຣາດເປັນຈານກ່ອນແລ້ວ ຟັງຍິນດົນຕີປະ ດັບກ່ອມຊໍຊຸງໃຄ້ພູມີຊ້ອນຊົມສເນທຽມພ່າງ ໄສຍາດຍັ້ງຍາມນ້ອຍໜຶ່ງຝັນ ປຸນດັ່ງຂ້າ ຕ່າງດ້າວເດີນຮອນຮຽນສານ ສີພັນກະບວນດັ່ງໂຂນເຂົາແຕ້ມ ເຈຣະຈາເຂັ້ມຄຳຟຸນ ຊຶກຊາກ ພູວະນາດນ້ອຍໃນຫວິ້ນຫວ່າກົວ ເຍື້ອງຖອດດ້າງດາບ່ຽງບັງຄີງພາຍມັນຖື ເຖື່ອນເຖິງເຖືອເນື້ອ ຟັນແຂນຂ້າງຂວາເຂີນຂາດໄຫລ່ລົ້ນລົງເທົ້າທົ່ວທະລາ ວີບາກ ດ້າມໂດຍຢັ່ນຢາສແລງ ພູທອນໄຫລສລົບອອກຄວາມຫິວໄຫ້ ເມື່ອນັ້ນບົວນາງຄົ້ນ ຄຳນັນສະດຸ້ງຕື່ນ ພຣະຄ່ອຍຮູ້ຮຸ່ງເຍື້ອນຍັງສະອື້ນສັ່ນສາຍ ຝູງແກວ່ນໃກ້ຮຽກຮ່ຳ ໂຮມຂວັນ ເຊັນໆຊົລທານອງທ່າວເທທັງຄ້າຍ ແມ້ງນຶ່ງຄຳເຖິງໄທ້ເທພີ ພຣັນຮອດ ໜ້າບ່າເບື້ອງທັງໄຫ້ຫອດຫິວ ເປັນເພື່ອດຳດວນເຂັ້ມໄຂໂທດທັນອົງທ່ານລື ຕູຈັກ ກວາງຄູນຄູ່ຮາມຮຽງຂ້າແນມຫາຍຮ້ອນຢາຢຽດຢ້ານຫ່າງ ເຊີນພໍ່ດ້ຳຄາຍແຄ້ນໂທດ ພຣະອົງແດ່ເຖີ້ນ ເມື່ອນັ້ນນ້ອງທ່ານເຂົ້າຄຸງພີ່ພັນແຂນ ເຣັງໂຍຍັງຮຸ່ງຄີງຄອຍນ້ອງ ນັ້ນບໍ່ເມື່ອນັ້ນພູມີເຍື້ອນຕີງຕົນຕັ້ງທ່ຽງ ເລັງລ່ຳຮ້ານໂຮງຄ້ອນໂຄດ ທ້າວໃຫ່ຽຍ້າຍ ລິນລ້າງສ່ວນສົງ ຊວາດໆນ້ຳຮວາຍຮວາດຄັນທາ ພໍດີສະເດັດອອກມາເກີຍກວ້າງ ຫລາຍຖັນຖ້ອງຕາວແວງຣະວັງຣາດ ຄົນຄັ່ງເຄົ້າໂຮງຮ້ານລຸ່ມເທິງ ມຸນຕີຕັ້ງເຕີມລາງ ລົ້ນທີ່ ໝໍໃຫ່ຽຍ້າຍທູນທ້າວທີ່ຢຳ ເມື່ອນັ້ນເຈົ້າໂລກກວ້າງແກ້ກ່າວກອນຝັນ ເສັງເສ ນາໝູ່ເຄີຍຄະນິງຮູ້ ເມື່ອນັ້ນໝໍທວາຍແຈ້ງທູນທັນເທວະຣາດ ຮູ້ບໍ່ພັ້ງພອນແກ້ວກາບ ຖວາຍ ຮອຍທີ່ຍົດແຕ່ເທົ້າທຸກທີບນະຄອນຄົນມາມວນປະດັບກາບກອນກອຍນ້ອມ ຢຽວທໍ່ເສັຽກະສັດເຊື້ອພົງພັນພຽງພຣະເນດ ເໝືອນວ່າເຊື້ອຕ່າງທ້າວທວນດັ້ນລອບ ເລືອມ ປາງເມື່ອສີວິຣາດຮູ້ທົງແທ່ນຕາງຕາວັນນັ້ນ ລາງລືປະຖົມແຕ່ງບຸນແປງໄວ້ ພຣະກໍມີສາວເຊື້ອບຸນເພັງພຽງພຣະເນດ ເຊັງທ່ອນທ້າວທະລັງຮ້ອຍຮູບງາມ ນາງ ນັ້ນແນນກ່ອມກ້ຽວທ້າວຊື່ສິລິໄຊ ບິດອນດົນນິມິດເຍື່ອງພຮະອົງເອົາແກ້ວ ລຸນເລົ່າ ເສັຽສມອນແກ້ວເກັງຍາລູກມິ່ງ ທ້າວຕ່າງຕຸ້ມຍົນຍ້າຍຍິ່ງລົມ ຂ້າມຂອບຟ້າຫລາຍ ຖ່ານເຈັຽຣະການ ພໍເມື່ອເວຣາຄາບຄອມມາມີແທ້ ອັນນີ້ເກັງຈັກເສັຽກະສັດເຈົ້າໃນ ເມືອງເໝືອນທ່ານ ເຄາະຄາດເຂົ້າປີຮ້າຍຮ່ວມມາພຣະເອີຍ ຄັນວ່າກາຍເຫດຮ້າຍມີ ໂຊກຊວນເຖິງ ຢຽມຈັກໄກກົງນະຄອນເຄີກເຮົາຮາມຊ້າ ດີທໍ່ປຸນໝໍແກ້ພະລີກັມບົນ ເບີກ ເຄາະຄາດເນື້ອນາງນັ້ນເບົ່າຄາພຮະເອີຍ ໝໍກ່າວແກ້ວທູນທອດເທໂວ ພູມີ ມາຍທວງທຸກກ່າວເຂົາຂຸນຂ້າ ເມື່ອນັ້ນ ມັສການມ້ຽນມຸນຕີລາເລີກ ທຸກສ່ຳເໜົ້ານາງ ທ້າວພາກວັງ ສຸບິນບັ້ນພຣະອົງການຝັນຫຼາກ ແລ້ວທໍ່ນີ້ປະນົມໄທ້ທີ່ຢຳ ກ່ອນແລ້ວ.

One thought on “ສັງສິນໄຊ ຕອນ: ສຸບິນບັ້ນ”

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.