ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)
ຍັງເລົ່າຄຶດຮອດນ້ອງຂລັງຂອດໃນມະໂນຍິ່ງແລ້ວ ໝາຍຈັກຈອນຈົງພຣະທັຍບໍ່ໄລລານ້ອງ ຜີຈັກພິຈານຫ້ອງຫົນພຣະອົງອັນອ່າວວັນນັ້ນຄັນບໍ່ໄດ້ດັ່ງແມ້ງເໝືອນໄມ້ຫອດຫິວ ແທ້ແລ້ວ ເມື່ອນັ້ນສົມປະເສີດເຈົ້າເຈັຽຣະຈາກພຣະວິຫານ ລາພຣະຄຸນຄູ່ຄອນເດີນດົງດັ້ນ ອາຮົມທ້າວປອງໄປເປັນປໂຍດ ດັ້ນລອບບ້ານຖາມຊັ້ນສືບດູ ລືນາດໄທ້ທົງຜນວດລີລາ ເດີນດຽວຕົກຕ່າງຊຽງຊາວແຍ້ ຍັງເລົ່າຜາກົດແຈ້ງຈຳປານັຄເຣດ ເມືອງໃຫ່ຽໃຕ້ລຸ່ມຟ້າ ພັນທ້າວທອດທອງເຂົາຂ່າວກ້ຳປະເທດແຫ່ງຫິມະວັນກໍມາ ຊາວຄາຂຽວກ່າຍກະໄດເມືອ ຟ້າ ແຫ່ງນັ້ນແດນຄົນແທ້ແດນຜີທ່ຽວທ່ອງກັນດາຍ ແດນຍ່າເຍີ້ທຽວຕ້ານຕໍ່ເຖິງ ເຂົານັ້ນ ຍາມດຸ່ງດັ້ນເດີ່ນວິ່ງເວຫາເປັນເຜົ່າພົງພຣະຍາທອນທ່ອງບົນບິນຜ້າຍ ທຽວເຖິງເຊື້ອສາ ຣະມອນມີຮູບ ຄັພວິກເວັ້ນວ່າງທ້ອງແມ່ມາ ແທ້ແລ້ວ ຍັງເລົ່າປະກອບດ້ວຍໃຄເຫື່ອຫິວ ຫາຍ ເພາະວ່າກິນຂອງດິບບໍ່ຈຽວຈືນຕົ້ມ ອັກໂຂລົ້ນອະລັດຊີຊາດຕ່າງ ໂດຍດັ່ງເຣື່ອງລືໄວ້ມາກມູນແທ້ແລ້ວ
ເມື່ອນັ້ນ ສົມປະເສີດເຈົ້າຄະນິງຮ່ຳຫາການ ຮົມເພິງເຖິງບໍ່ລືມນາງ ນ້ອຍ ຮູ້ວ່າຫຼອນຫລົງຄ້າງແດນໄກກ້ຳເພື່ອນພາຍພຸ້ນ ຮູ້ບໍ່ພັ້ງພຣະອົງຍ້າຍຍ່າງເຊີງ ຄັນ ຮອດບ້ານບິນບາດພໍສັນ ວັນຄືນເດີນດຸ່ງເຖິງພາຍຫນ້າຟັງຍິນໂກກິລາສ້າມສວານສຽງຮ້ອງຮ່ຳ ເຖນໃຫ່ຽຍ້າຍເຊົາຮັ້ງຮົ່ມຂວາງ ນັບແຕ່ຂ້າມເຂດບ້ານພົ້ນສິ່ງສາມເດືອນ ນີ້ແລ້ວ ຫຼິງເຫັນຄີຣີຍາວຍ່າຍພູມະນັງຂັ້ນ ກາສະທຶງສ້ຽວແສນກໍກາງເຫລົ່າ ໄຟລ່ວງແຜ້ວເຜົາດ້າວດ່ານດົງ ຟັງຍິນກຸກກູຮ້ອງຮຽງແມ່ມະຍຸຣາ ພຸ້ນເຢີ ມະຫາເຖນເຖິງເຖື່ອນໄພພູສ້ານ ຟັງຍິນສວາໆ ຮ້ອງຮຽງຄະນານົກໄສ່ ພາຍປ່າເປົ້າລົວລໍ້ບ່າງບົນ ແມ້ງນຶ່ງ ເຖິງທີ່ຫ້ວຍເຫວຕາດຄຳຫລວງ ວັງຍາວທົບທັ່ງຫິນເຫວກ້ອນພະລານພຽງພື້ນຄົນເຄີຍພັກເພິ່ງ ທີ່ນັ້ນຂ້າກໍ່ກວ້ານປະສ້າງຊົ່ວລາງ ໂສພາບພ້ຽງເພິງທີ່ຄວນປະສົງ ມີທັງທານທະຣາໄຫຼຫຼັ່ງລົງຣິນຍ້ອຍ ພໍເມື່ອເຖນເຖິງແລ້ວເລີຍເຊົາພັກເພິ່ງ ເດືອນດ່ວນສ້ວຍແສງຄ້ອຍຮົ່ມຜາ ໃກ້ຮຸ່ງເຄົ້າຂັນຖີ່ທຸກຄອນຍຸງແງວງັນເຖື່ອນແຖວໂຖງຜູ້ ມະຫາເຖນເຈົ້າເຈັຽຟັນບ້ວນປາກ ນ້ຳລູບນິ້ວກອນຫນ້າສ່ວນສົງ ແລ້ວຖ່າຍຜ້າເພັງພ່ຳພາວະນາ ປາຣະມີຫຼວງຈົ່ມຈິງຈວນແຈ້ງ ພໍປະມານມ້ຽນມະຫາສົມສັນໂພດ ແລ້ວແຕ່ງຜ້າເດີນດັ້ນດຸ່ງໄປ ນັບແຕ່ຂ້າມປ່າໄມ້ດັ້ນດຸ່ງເຈັຽຣະການ ຕົນດຽວເດີນຮອດແດນນະຄອນທ້າວ ຫຼິງເຫັນຊຽງຫຼວງລ້ຳລຸງລັງລ້ານຍ່ານ ເດັຽຣະດາດລົ້ນລືຖ້ວນຖິ່ນສລາ ຊະພົ່ມພ້າວລົມເບີກໃບໄຫວ ປາການກວມກໍ່ເຈັດສາວເຊື້ອກຸມມາຣີລູກມິ່ງ ງາມເລີດເລັມເລັງຜ້ຽນຜ່ອງຜິວ ເນື້ອຮາບກ້ຽງຄັນທະຊາດ ບົວບານ ເກສີສລຽມລູບມັນມວຍດົ້ວ ຄີງຄຽນແກ້ວແສນສາຍປະດັບຄາດ ສະໃບບ່ຽງຜ້າແດງດ້າມດອກຄຳ ຍົດຍິ່ງປ້ອງປຸນສິ່ງສາວສວັນ ໃຄຄອຍເຫັນເມື່ອຍຕົນຕາກະດ້າງ ພໍເມື່ອມະຫາເຖນໄທ້ທົງທັມກຸສຣາດ ເດີນຮອດແລ້ວກາງຄຸ້ມຂ່ວງປາງ ເຂົາກໍສົນໆເຂົ້າຍາ ຄູຕັກບາດ ມະຫາເຖນຣາຊເຈົ້າແລແລ້ວລວດກະສັນ ສເນໜ່ວງກ້ຽວກັ້ນສວາດພຣະທັຍ ທວງ ລອນທໍ່ຜາຍເຊີງຊວັນຂາດຕົນຕາຍເຟື້ອງ ພູມີຮູ້ຣົມເພີງສອງພາກ ທຸກນຶ່ງແລ້ວສອງຊ້ຳໃຫມ່ມາແລນໍ ພຣະຄ່ອຍເຍື້ອນຮອດຫໍຣາດມະຮາມຂ


ກາ
ຂລັງຂອດໃນມະໂນຍິ່ງແລ້ວ
August 21st, 2008 at 10:44 pmຂລັງຂອດ - ຕັນຂອດ
ໃນມະໂນ - ໃນໃຈ
ຍິ່ງແລ້ວ - ຍິ່ງໃຫຍ່
ລູກຊາວດອນ
ໝາຍຈັກຈອນຈົງພຣະທັຍບໍ່ໄລລານ້ອງ-ໝາຍຈັກຈອນໜີຈາກນ້ອງ ແຕ່ໃຈນັ້ນບໍ່ໄລໜີ
August 21st, 2008 at 10:49 pmau8ust
ທ່ານລູກຊາວດອນແປໄດ້ດີຫຼາຍ
August 22nd, 2008 at 8:43 am