ພາສາລາວມື້ລະຄຳ » นิทานลาว
ນິທານ: ກ່ຳພ້າຜີນ້ອຍ (໓)
		<description><![CDATA[ตอนสุดท้ายแล้ว สำหรับท่านใดที่ยังไม่ได้อ่านมาก่อน ขอแนะนำให้กลับไปอ่าน ตอนที่ ๑ และ ตอนที่ ๒ ก่อนครับ
ທາງພະຍາແຖນນ້ອຍເມື່ອໄດ້ຂວັນນາງງາມາ ກໍ່ຈັດພິທີບາສີແຕ່ງດອງ, ຕ້ອນຮັບ, ເຊີນຍາດພີ່ນ້ອງມາເຕົ້າໂຮມກັນ. ອ້າຍບ່າງລົ້ວໄດ້ຮັບລາງວັນເປັນແຜ່ນແພເງິນຄຳເປັນອັນມາກ ມັກກິນເຫຼົ້າເມົາອາຫານຈົນຄານລີເລືອເມືອບ້ານບໍ່ໄດ້ ພະຍາແຖນນ້ອຍເຫັນແນວນັ້ນຈິ່ງຖາມໝູ່ເສນາວ່າ : ໃຜຈະອາສາເອົາບ່າງຄຳເມືອບ້ານ ! ອ້າຍຜີນ້ອຍຂານອາສາເຈ່ຍໂຕບ່າງເມືອສົ່ງບ້ານ. ລະຫວ່າງທາງຜີນ້ອຍຢຸດພັກ ແລ້ວຕັດໄມ້ມາສານຂ້ອງ.
ບ່າງລົ້ວຖາມວ່າ : ເຮີ້ຍ! ມຶງເຮັດຫຍັງ?
ຜີນ້ອຍຕອບວ່າ : ສານ “ ຂ້າງບ່ອງ ” ໃຫ້ອາດຍານັ່ງສະບາຍ!
ເມື່ອສານຂ້ອງແລ້ວ ຜີນ້ອຍກໍ່ຈັບບ່າງລົ້ວເຂົ້າຂ້ອງອັດຝາມັດຫວາຍຢ່າງດີ ແລ້ວລົງມາຫາອ້າຍກ່ຳພ້າທີ່ເມືອງຄົນ.
ຜີນ້ອຍເອົາຂ້ອງໃສ່ບ່າງໃຫ້ກ່ຳພ້າເບິ່ງແລ້ວເວົ້າວ່າ :
 ອ້າຍເອີຍ, ມື້ແລງນີ້ເຮົາມາອ່ອມບ່າງລົ້ວກິນກັນທ້ອນ! ບ່າງລົ້ວຊວາດຕື່ນໄດ້ຍິນຄຳເວົ້າຂອງຜີນ້ອຍ ຈິ່ງຮ້ອງຂໍຊີວິດນຳກ່ຳພ້າ. ກ່ຳພ້າບອກໃຫ້ມັນກູກເອີ້ນຂວັນນາງງາຄືນມາແຕ່ເມືອງແຖນ. ບ່າງລົ້ວຈິ່ງຮ້ອງກູກຂຶ້ນວ່າ :
 ມາເຢີນາງນາດໄທ້ ນາງເກີດໃນງາ ນາງສີດາ ນາງງາມລູກຊ້າງ ເຈົ້າຢ່າໄດ້ຢູ່ພ່າງຂ້າງພະຍາແຖນ ບໍ່ແມ່ນແນນເຈົ້າແຕ່ຟ້າ ນາງນາດຫຼ້າໃຫ້ເຈົ້າຕ່າວຄືນມາ … ຄືນມາເຢີ! ຜົວເກົ່າເຈົ້າອູ້ມຢູ່ເຕັມຕັກ ຜົວເກົ່າເຈົ້າຍັງບໍ່ທັນເຊົາໄຫ້ນ້ຳຕາໄຫຼຢູ່ຄິ່ງແຄັ່ງ ໆ ນອນແລ້ງຢູ່ເປົ່າ ຄອງຖ້າເຈົ້າກັບມາ … [...]]]></description>
ນິທານ: ກ່ຳພ້າຜີນ້ອຍ (໒)
		<description><![CDATA[ใกล้ ๆ ตอนจบแล้วนะครับ สำหรับนิทานเรื่องนี้ เป็นนิทานที่ผมชอบมากเรื่องนึง เคยอ่านตอนเด็ก ๆ ตอนนี้กลับมาอ่านอีกหน ก็ให้ความรู้สึกไปอีกแบบ ^_^
สำหรับท่านใดที่ยังไม่ได้อ่านตอนที่แล้ว สามารถกลับไปอ่านได้โดย คลิกที่นี่ นะครับ
ຕົກຮອດເດືອນສິບເອັດ ເຂົ້າໃນນາຖອກຮວງ ສົ່ງກິ່ນຫອມກະຈາຍໄປທົ່ວປ່າດົງ. ຊ້າງໝູ່ຫນຶ່ງ ເຊິ່ງມີຊ້າງພາຍ ງາຍາວສາມວາ ເປັນຫົວໜ້າພາກັນນຳກິ່ນຫອມ ມາຮອດທົ່ງນາຂອງກ່ຳພ້າ. ພະຍາຊ້າງຫົວໜ້າໝູ່ເລີຍຖືກບ້ວງຍັກຂາ. ກ່ຳພ້າມາພໍ້, ຊ້າງຂໍຊີວິດ ແລະ ມອບງາກິ່ງໜຶ່ງໃຫ້ທ້າວ ພ້ອມທັງບອກວ່າ : “ ໃຫ້ລູກເອົາງານີ້ໝູນຫົວນອນຕາງໝອນຄອນ ໆ ຫຼັບໂຊກຊິມາໂຮມທ້າວ ”. ກ່ຳພ້າເອາມາໝູນຫົວນອນຕາມຄວາມພະຍາຊ້າງບອກ. ຕອນກາງຄືນ ເມື່ອທ້າວນອນແຈບຈົມ ນາງ ງາ ລູກສາວຂອງພະຍາຊ້າງ ກໍ່ອອກມາຈາກງາ. ນາງງາດູຕົນກ່ຳພ້າທີ່ນອນໜາວ, ເຄື່ອງນຸ່ງກໍ່ຂາດສ້ອຍ. ນາງໃຊ້ແຫວນທຳມະລົງ ທີ່ພະຍາຊ້າງມອບໃຫ້ນັ້ນ ເນລະມິດ ເຄື່ອງນຸ່ງແພຖືທີ່ຈົບງາມ ເຄື່ອງໃຊ້ເອ້ຍ້ອງໃນເຮືອນ, ແລ້ວນາງກໍ່ແຕ່ງພາເຂົ້າທິບໄວ້ໃຫ້ທ້າວ, ຈາກນັ້ນຈິ່ງກັບຄືນເຂົ້າຢູ່ໃນງາຕາມເດີມ.
ຮຸ່ງເຊົ້າມາ ກ່ຳພ້າແປກຕ່າງໃຈຫລາຍ, ຫຼຽວເບິ່ງອັນໃດກໍ່ງາມເຫຼື້ອມໃສໄປໝົດ. ເຄື່ອງນຸ່ງຂອງທ້າວເອງກໍ່ປານຂອງລູກຫຼານພະຍາ, ຫຼຽວໄປຫຼຽວມາ ຊ້ຳເຫັນພາເຂົ້າອາຫານຄາວຫວານ ອອກອາຍຫອມຢູ່. ກ່ຳພ້າກິນອາຫານຢ່າງແຊບນົວ. [...]]]></description>
ນິທານ: ກ່ຳພ້າຜີນ້ອຍ (໑)
		<description><![CDATA[นิทานพื้นบ้านครับ ลองอ่านกันดู ไม่เข้าใจตรงไหนถามได้นะครับ บางศัพท์เป็นศัพท์เก่าจริง ๆ ( จนผมเองก็ยังไม่ค่อยได้ใช้  ) อ้อ… เรื่องนี้ถูกจัดเข้าเป็นนิทาน “ອັດສະຈັນ” นะครับ จะออกแนวเหลือเชื่อสักหน่อย 
ປາງກ່ອນກີ້ ມີທ້າວນ້ອຍຄົນຫນຶ່ງ ພໍແມ່ຕາຍປະ, ໄທບ້ານໄທເມືອງມັກເອີ້ນທ້າວວ່າ “ບັກກ່ຳພ້າ”
ກ່ຳພ້າຢູ່ເຮືອນຕູບ ບໍ່ມີຝາ, ຍາມຫນາວຈິ່ງນອນ ຝີງໄຟ.
ແຕ່ລະມື້ ກ່ຳພ້າທ່ຽວຂໍທານ, ບາງມື້ໄດ້ເຂົ້າມາແຕ່ບ້ານເໜືອ ໄດ້ເກືອມາແຕ່ບ້ານໃຕ້, ຜູ້ໃຈດີກໍ່ບ່າຍຊີ້ແຫ້ງປາຕາຍໃສ່ມືໃຫ້. ຜູ້ໃຈຮ້າຍກໍ່ດ່າໃສ່ໄລ່ໜີ, ຜູ້ຂີ້ດື້ເອົາຂີ້ມິ່ນໝໍ້ມາທ້າໃຫ້ດຳແລ້ວຫົວຂວັນ.
ຫຼາຍຝົນຫຼາຍໜາວຜ່ານໄປ ກ່ຳພ້າກໍ່ໃຫຍ່ສອນບ່າວ. ພໍ່ບ້ານປຶກສາກັບລູກບ້ານວ່າ ຢາກໃຫ້ທ້າວຮູ້ເຮັດໄຮ່ສ່າ ຫາລ້ຽງຕົນເອງ. ພໍ່ບ້ານບອກກ່ຳພ້າໄປຖາງໄຮ່ປ່າເຫຼົ່າຊ່າວນາຢູ່ແຄມດົງໃຫຍ່ ບ່ອນບໍ່ມີຜູ້ໃດຈັບຈອງ ເພາະຊ່າລືກັນວ່າ ມີຜີຮ້າຍ. ກ່ຳພ້າໄດ້ຈົກສຽມ ແລະພ້າຂໍຂີ້ຫຼື້ມທີ່ໄທບ້ານໃຫ້ທານ ແລ້ວກໍ່ອອກໄປຍັງແຄມດົງໃຫຍ່ ບ່ອນພໍ່ບ້ານຊີ້ບອກ. ພໍ່ບ້ານ ແລະຄົນອື່ນ ໆ ດີໃຈ. ແຕ່ນີ້ຕໍ່ໄປ ທ້າວກ່ຳພ້າຈະບໍ່ມາເລາະຂໍທານອີກ.
ເມື່ອມາຮອດປາຍທົ່ງນາແຄມປ່າ ກ່ຳພ້າຕັດໄມ້ໄຜ່ມາປຸກເປັນຖຽງນ້ອຍ ພໍຊົ້ນແດດຊົ້ນຝົນ. ປ່າດົງເຂດນີ້ມີຜີໝູ່ຫນຶ່ງເຝ້າຫວງຢູ່, ເມື່ອໄດ້ເຫັນຄົນມາປຸກຕູບນ້ອຍໃສ່ ພວກຜີກໍ່ໂມໂຫໃຈຮ້າຍໃຫ້ຜູ້ມາລ່ວງເຂດ. ກ່ຳພ້າໂຊກດີທີ່ເທວະດາຜູ້ຮັກສາປ່າທັນມາຫ້າມພວກມັນເອົາໄວ້. ເທວະດາບອກວ່າ ກ່ຳພ້າຈະບໍ່ຮາວີທຳຮ້າຍພວກມັນ, ກົງກັນຂ້າມ [...]]]></description>