ພາສາລາວມື້ລະຄຳ
ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)
		<description><![CDATA[ຍັງ​ເລົ່າ​ຄຶດ​ຮອດ​ນ້ອງ​ຂລັງ​ຂອດ​ໃນ​ມະ​​ໂນ​ຍິ່ງ​ແລ້ວ ໝາຍ​ຈັກ​ຈອນ​ຈົງ​ພຣະທັຍບໍ່​ໄລລາ​ນ້ອງ ຜີ​ຈັກ​ພິຈານ​ຫ້ອງ​ຫົນ​ພຣະອົງ​ອັນ​ອ່າວ​ວັນ​ນັ້ນ​ຄັນ​ບໍ່​ໄດ້​ດັ່ງ​ແມ້ງ​ເໝືອນ​ໄມ້​ຫອດ​ຫິວ ​ແທ້​ແລ້ວ ​ເມື່ອ​ນັ້ນ​ສົມປະ​ເສີດ​ເຈົ້າ​ເຈັຽຣະຈາກ​ພຣະວິຫານ ລາພຣະຄຸນ​ຄູ່​ຄອນ​ເດີນ​ດົງ​ດັ້ນ ອາຮົມ​ທ້າວ​ປອງ​ໄປ​ເປັນ​ປ​ໂຍດ ດັ້ນ​ລອບ​ບ້ານ​ຖາມ​ຊັ້ນ​ສືບ​ດູ ລື​ນາດ​ໄທ້​ທົງ​ຜນວດ​ລີລາ ​ເດີນ​ດຽວ​ຕົກ​ຕ່າງ​ຊຽງ​ຊາວ​ແຍ້ ຍັງ​ເລົ່າຜາກົດ​ແຈ້ງ​ຈຳປາ​ນັຄ​ເຣດ ​ເມືອງ​ໃຫ່ຽ​ໃຕ້​ລຸ່ມຟ້າ ພັນ​ທ້າວ​ທອດ​​ທອງ​ເຂົາ​ຂ່າວ​ກ້ຳ​ປະ​ເທດ​ແຫ່ງ​ຫິມະວັນ​ກໍ​ມາ ຊາວ​ຄາ​ຂຽວ​ກ່າຍ​ກະ​ໄດ​ເມືອ ຟ້າ ​ແຫ່ງ​ນັ້ນ​ແດນ​ຄົນ​ແທ້​ແດນ​ຜີ​ທ່ຽວ​ທ່ອງ​ກັນ​ດາຍ ​ແດນ​ຍ່າ​ເຍີ້​ທຽວ​ຕ້ານ​ຕໍ່​ເຖິງ ​ເຂົາ​ນັ້ນ ຍາມ​ດຸ່ງ​ດັ້ນ​ເດີ່ນ​ວິ່ງ​ເວຫາ​ເປັນ​ເຜົ່າ​ພົງພຣະຍາ​ທອນ​ທ່ອງ​ບົນ​ບິນ​ຜ້າຍ ທຽວ​ເຖິງ​ເຊື້ອສາ ຣະມອນ​ມີ​ຮູບ ຄັພວິກ​ເວັ້ນວ່າງ​ທ້ອງ​ແມ່​ມາ ​ແທ້​ແລ້ວ ຍັງ​ເລົ່າ​ປະ​ກອບ​ດ້ວຍ​ໃຄ​ເຫື່ອ​ຫິວ ຫາຍ ​ເພາະວ່າ​ກິນ​ຂອງ​ດິບ​ບໍ່​ຈຽວ​ຈືນ​ຕົ້ມ ອັກ​ໂຂ​ລົ້ນ​ອະລັດຊີ​ຊາດ​ຕ່າງ ​ໂດຍ​ດັ່ງ​ເຣື່ອງລື​ໄວ້​ມາກ​ມູນ​ແທ້​ແລ້ວ
ເມື່ອ​ນັ້ນ ສົມ​ປະ​ເສີດ​ເຈົ້າ​ຄະນິງ​ຮ່ຳ​ຫາ​ການ ​ຮົມ​ເພິ​ງ​ເຖິງ​ບໍ່​ລືມ​ນາງ ນ້ອຍ ຮູ້​ວ່າ​ຫຼອນ​ຫລົງ​ຄ້າງ​ແດນ​ໄກ​ກ້ຳ​ເພື່ອນ​ພາຍ​ພຸ້ນ ຮູ້​ບໍ່​ພັ້ງ​ພຣະອົງ​ຍ້າຍ​ຍ່າງ​ເຊີງ ຄັນ ຮອດ​ບ້ານ​ບິນ​ບາດ​ພໍ​ສັນ ວັນ​ຄືນ​ເດີນ​ດຸ່ງ​ເຖິງ​ພາຍ​ຫນ້າ​ຟັງ​ຍິນ​ໂກກິລາ​ສ້າມ​ສວານ​ສຽງ​ຮ້ອງ​ຮ່ຳ ​ເຖນ​ໃຫ່ຽຍ້າຍ​ເຊົາ​ຮັ້ງ​ຮົ່ມ​ຂວາງ ນັບ​ແຕ່​ຂ້າມ​ເຂດ​ບ້ານ​ພົ້ນ​ສິ່ງ​ສາມ​ເດືອນ ນີ້​ແລ້ວ ຫຼິງ​ເຫັນ​ຄີຣີຍາວ​ຍ່າຍພູ​ມະ​ນັງຂັ້ນ ກາສະທຶງ​ສ້ຽວ​ແສນກໍ​ກາງ​ເຫລົ່າ ​ໄຟ​ລ່ວງ​ແຜ້ວ​ເຜົາ​ດ້າວ​ດ່ານ​ດົງ ຟັງ​ຍິນ​ກຸກ​ກູ​ຮ້ອງ​ຮຽງ​ແມ່​ມະຍຸຣາ ພຸ້ນ​ເຢີ ມະຫາ​ເຖນ​ເຖິງ​ເຖື່ອນ​ໄພ​ພູ​ສ້າ​ນ ຟັງ​ຍິນ​ສວາໆ ຮ້ອງ​ຮຽງ​ຄະນາ​ນົກ​ໄສ່ ພາຍ​ປ່າ​ເປົ້າ​ລົວ​ລໍ້​ບ່າງ​ບົນ ​ແມ້ງ​ນຶ່ງ ​ເຖິງ​ທີ່​ຫ້ວຍ​ເຫວ​ຕາດ​ຄຳ​ຫລວງ ວັງ​ຍາວ​ທົບ​ທັ່ງ​ຫິນ​ເຫວ​ກ້ອນພະ​ລານ​ພຽງ​ພື້ນ​ຄົນ​ເຄີຍ​ພັກ​ເພິ່ງ ທີ່​ນັ້ນ​ຂ້າ​ກໍ່​ກວ້ານ​ປະ​ສ້າງ​ຊົ່ວ​ລາງ ​ໂສພາ​ບພ້ຽງ​ເພິ​ງທີ່​ຄວນ​ປະສົງ ມີ​ທັງ​ທານ​ທະຣາ​ໄຫຼ​ຫຼັ່ງ​ລົງຣິນຍ້ອຍ ພໍ​ເມື່ອ​ເຖນ​ເຖິງ​ແລ້ວ​ເລີຍ​ເຊົາ​ພັກ​ເພິ່ງ [...]]]></description>
ສັງສິນໄຊ ຕອນ: ວິປວາສາບັ້ນ
		<description><![CDATA[ພໍເຫັນວັນເຮື່ອແຈ້ງເຈັຽຣະພາກງາຍງາມ ພຸ້ນເຢີ ນາງລຸນເມື່ອຊຽງສາສັ່ງສາວຝູງໃຊ້ ວັນ ນີ້ເຮົາຈັກເຕີນຝຸງເຊື້ອປະດັບປຸນໄປມ່ວນ ໃຫ້ແຕ່ງຫ້າງຫຸມຢ້ອງຊູ່ຊຸມ ແດ່ເນີ ເມື່ອນັ້ນຝູງແກ່ວນ ໃກ້ເຮວຮີບປຸງເປືອງ ໂດຍເກັງຍາປະດັບໄພ່ພົນພຽງພ້ອມ ຟັງຍິນແຖນວິນຄ້ອງກອງຍາມເຄົ້າຄື່ນ ຂ້າຄ່ອມຜູ້ສອງເບັ້ຽປິ່ນປົວ ປັບດັບຢັ່ນຢ້ອງຮິຮ່ຳຮຽງເງົາ ພໍດີສະເດັດຮອດຍານຍວງຂ້າ ເຄັງໆ ຕ້ອງຕຸຣິຍາເຄົ້າຄື່ນ ອວນອ່ອນແກ້ວກືລ້ານລ່ວງໄປ ແສະໝູ່ມ້າເດີນດຸ່ງດາຣະວັງ ແຍງອຸທານປະ ດັບຈອນເກີຍຮຽງຮ້ານ ເຊັນໆຂ້າທັງປວງ ປົງເຄື່ອງເອື້ອຍມຸ່ງມ້ຽນຣະວັງຊັ້ນນອກໃນ ຟັງຍິນຊຸງ ພາດພ້ອມປົນປີ່ແຖມແຖນາງກະສິງປະດັບແກ່ວງແພນເຟືອຍຟ້ອນ ສຽງສັນແກ້ວກິນນະຣີຮ້ອງຮ່ຳ ປະດັບຂ່າຍຮ້ອຍຮຽງເສັ້ນຄາດຄີງ ເນື້ອມຸ່ງພ້ຽງບຸນນາກນົງບານ ເກສາປະສົງລູບມັນມວຍເກົ້າ ໃຜແລລືມຕົນຕາໃຄ່ ເຊັງຊ່າເຈົ້າດິ່ວຊ້ອຍປະສົງຫລິ້ນມ່ວນເມືອງ ທຸກທີ່ຂ້າຫຸມຫໍ່ເຮືອງຍົດ ຍຸສະ ບາຍບານບ່າວສາວປະສົງຊູ້ ຍິງຊາຍຮູ້ຮ້ຽງກົນກາຍຍ່ອຍ ໂຊກສ່ຳຮ້າງຮາມໝ້າຍໝູ່ສາວ ພ່ອງ ກ້ຽວນິ້ວໃນພຸ່ມພັນສເນຊາຍຮາມຮຽງຍາດຊອມຊີງຮ້ອຍ ນາງຄານຕ້ານເຕີນເຂົາຂ້າໜຸ່ມ ໃຫ້ຮີບ ຮ້ອຍດວງເຂັ້ມຂາບຖວາຍ ຊະໃຍ່ພ້ອມເນືອງນອບມັສການ ມາລາລຽນທອດທູນທັນອ້າງ ຮອງໆ ໜ້າຝຸງສີສາວຖ່າວ ປະດັບດອກໄມ້ກວມເກົ້າຮື່ນຫອມ ຝຸງບ່າວຢ້ອງພວງເພດມາລາ ຕາໄຊຊອນ ສຽດສາວປະສົງຊູ້ ຈອມເມືອງເຈົ້າໃຈຮົມຮັກໄພດ່ ສນຸກຢູ່ຫລິ້ນສວນກວ້າງມ່ວນຣະງົມ ຟັງຍິນ ລົມລ່ວງກ້ອງໄກ້ວກິ່ງສາຂີ ພຸ້ນເຢີ ສຸຣະພາເບີຍບ່າຍສີແສງເສົ້າ.
ບັດນີ້ ຈັກກ່າວມະຫາຍັກຜູ້ຈັງໄຮຮູ້ເຫດ [...]]]></description>
ສັງສິນໄຊ ຕອນ: ບັພຊາບັ້ນ
		<description><![CDATA[ສັງສິນໄຊ
ຕອນ: ບັພຊາບັ້ນ
ບັດນີ້ ຈັກກ່າວພູໃຊ່ທ້າວກູສຣາດພຣະຍາເມືອງ ກ່ອນແລ້ວ ຄະນິງຕົນແດຄັ່ງທວງເທມ້າງ ກີໂສແຄ້ນເຄືອງພຣະໄທໝອງມົ່ນ ກໍບໍ່ເຫີຍເຫືອດນ້ຳນອງຍ້ອຍຫຼັ່ງໄຫຼ ທຸກໂສກກັ້ນພົ້ນສິ່ງສາມ ເດືອນ ນີ້ແລ້ວບໍ່ສເວີຍເພົາພໍຄາບຄາຍຄາແຄ້ນ ອົງຜອມພ້ຽງຕອງຕາຍເຫຼືອງຫຼ່າ ເສເນດເຝົ້າຫລາຍຊັ້ນບໍ່ປານ ບໍ່ໃຄ່ສຸກຢູ່ສ້າງສເວີຍຣາດເປັນພຣະຍາໄດ້ແລ້ວ ຄະນິງນົງສີຊູ່ວັນມີເອື້ອນ ກຳສຸດໂອ້ອະນຸຊາເຈົ້າພີ່ກູເອີຍ ປານນີ້ຍັກຂ້າເຈົ້າກິນແລ້ວຮູ້ວ່າຍັງ ນັ້ນເດ ພີ່ຮຸ່ງໄຫ້ທຸກຄ່ຳວັນຄືນ ຈັກວ່າເປັນຕາຍໃຜບໍ່ມີນຳຮູ້ ເມື່ອຈັກຕອມພົ້ນລ້ານນຳຊູຊີງຍາດເອົານັ້ນ ກໍບໍ່ຮູ້ແຫ່ງແກ້ວກູຄ້າງທີ່ໃດ ຜີຈັກໄປຈອບຈ້າງໝໍຮ່ຳຮຽນມົນ ທຳຕົນເປັນດັ່ງທອນທະຍານຜ້າຍ ອັນນັ້ນວິໄສຊ້າຢຽວເກີນ ການຊົ່ວ ຜິດເຜົ່າເຊື້ອທອນເຖົ້າໃຄ່ຄວນ ວ່າຈັກໄປຈອບຈ້າງຜີບິນບາຍແບກນຳນັ້ນ ຢຽວບໍ່ໄດ້ໂດຍ ດ້າມດັ່ງລາງ ຮຶຈັກໄປສແວງດ້ວຍຕາປະໂສສົມໂພດ ອະພິນຍານໄດ້ແລ້ວທະຍານລ້ຳລ່ວງນຳ ດັ່ງ ນັ້ນ ລອນບໍ່ເປັນປໂຍດແທ້ ຜິດຮ່ອມອະວິໄສ ຄວນກູໄລນະຄອນເສັຽບວດສົມສແວງດັ້ນ ຜິຈັກເປັນຄະຫັດຮູ້ມີໂພຍພັນເຍື່ອງ ຢຽວຈັກແຄ້ນຄັ່ງໄໝ້ໝອງຕ້ອງຕື່ນມາ ໃນເມື່ອທ້າວຮ່ຳຮູ້ໂຮມໝູ່ມຸນ ຕີ ມາມວນປະດັບຊູ່ຊຸມພຽວພ້ອມ ບົວນາງເໜົ້າເຮືອນຫຼວງໄຫຼຮອດ ພ້ອມພາບມ້ຽນເມືອຫ້ອງຄັ່ງຄາມ ຊະໃຍ່ນິ້ວເນືອງນອບມັສການ ພູມີປຸນຄຳຄວນ ກ່າວເສັງແສນທ້າວ ເທື່ອນີ້ກູຈັກສອນສູທ້າວ ທຸກແດນໃນນອກ ທັງສ່ຳເຊື້ອຊາວຊັ້ນແມ່ເມືອງ
ບັດນີ້ເຮົາໃຄ່ລະທ່ອນທ້າວທົງຜນວດເປັນສົມ ດູດັ່ງເວຣາລາມຄອບຄີງຄຸງເນື້ອ ໃຄ່ຈັກໂຄຈອນດັ້ນເດີນນຳນ້ອງນາດ ດັ້ນລອບບ້ານຖາມຊັ້ນສືບດູ ນັຄເຣດໄວ້ວາງນາດນາງເມືອງ ທັງປວງຂຸນຄ່ອຍກຽວກົມໜ້າກູກໍສົນເທເທົ້າໃນທວງບ້າບົ່ມ ຈິງແລ້ວ [...]]]></description>