ສຸພາສິດທີ່ເວົ້າເຖິງຄຸນສົມບັດ

ສຸພາສິດທີ່ເວົ້າເຖິງຄຸນສົມບັດການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ:

  • ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ
  • ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ
    ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ
  • ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
  • ລູກເວົ້າຍາກ ພໍ່ແມ່ປາກປຽກ

ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງເຊັ່ນ:

  • ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ
  • ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
  • ພົບຄົນດີ ມີສີແກ່ຕົວ
    ພົບຄົນຊົ່ວ ພາຕົວຫມົ່ນຫມອງ
  • ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ

ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ:

  • ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ
    ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ
  • ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້
  • ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ
  • ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້
  • ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ
  • ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ

4 thoughts on “ສຸພາສິດທີ່ເວົ້າເຖິງຄຸນສົມບັດ”

  1. “ສິບຊີ້ນ ບໍ່ທໍ່ປາ
    ສິບພີ້ນ້ອງລຸງປ້ານ້າອາ ບໍ່ທໍ່ພໍ່ແລະແມ່
    ສິບພໍ່ແລະແມ່ ບໍ່ທໍ່ຜົວແລະເມຍ

  2. ສິບຊີ້ນ ບໍ່ທໍ່ປາ
    ສິບພີ້ນ້ອງລຸງປ້ານ້າອາ ບໍ່ທໍ່ພໍ່ ແລະ ແມ່

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.