ນິທານ: ກ່ຳພ້າຜີນ້ອຍ (໑)

นิทานพื้นบ้านครับ ลองอ่านกันดู ไม่เข้าใจตรงไหนถามได้นะครับ บางศัพท์เป็นศัพท์เก่าจริง ๆ ( จนผมเองก็ยังไม่ค่อยได้ใช้ 😛 ) อ้อ… เรื่องนี้ถูกจัดเข้าเป็นนิทาน “ອັດສະຈັນ” นะครับ จะออกแนวเหลือเชื่อสักหน่อย 😉

ປາງກ່ອນກີ້ ມີທ້າວນ້ອຍຄົນຫນຶ່ງ ພໍແມ່ຕາຍປະ, ໄທບ້ານໄທເມືອງມັກເອີ້ນທ້າວວ່າ “ບັກກ່ຳພ້າ”

ກ່ຳພ້າຢູ່ເຮືອນຕູບ ບໍ່ມີຝາ, ຍາມຫນາວຈິ່ງນອນ ຝີງໄຟ.

ແຕ່ລະມື້ ກ່ຳພ້າທ່ຽວຂໍທານ, ບາງມື້ໄດ້ເຂົ້າມາແຕ່ບ້ານເໜືອ ໄດ້ເກືອມາແຕ່ບ້ານໃຕ້, ຜູ້ໃຈດີກໍ່ບ່າຍຊີ້ແຫ້ງປາຕາຍໃສ່ມືໃຫ້. ຜູ້ໃຈຮ້າຍກໍ່ດ່າໃສ່ໄລ່ໜີ, ຜູ້ຂີ້ດື້ເອົາຂີ້ມິ່ນໝໍ້ມາທ້າໃຫ້ດຳແລ້ວຫົວຂວັນ.

ຫຼາຍຝົນຫຼາຍໜາວຜ່ານໄປ ກ່ຳພ້າກໍ່ໃຫຍ່ສອນບ່າວ. ພໍ່ບ້ານປຶກສາກັບລູກບ້ານວ່າ ຢາກໃຫ້ທ້າວຮູ້ເຮັດໄຮ່ສ່າ ຫາລ້ຽງຕົນເອງ. ພໍ່ບ້ານບອກກ່ຳພ້າໄປຖາງໄຮ່ປ່າເຫຼົ່າຊ່າວນາຢູ່ແຄມດົງໃຫຍ່ ບ່ອນບໍ່ມີຜູ້ໃດຈັບຈອງ ເພາະຊ່າລືກັນວ່າ ມີຜີຮ້າຍ. ກ່ຳພ້າໄດ້ຈົກສຽມ ແລະພ້າຂໍຂີ້ຫຼື້ມທີ່ໄທບ້ານໃຫ້ທານ ແລ້ວກໍ່ອອກໄປຍັງແຄມດົງໃຫຍ່ ບ່ອນພໍ່ບ້ານຊີ້ບອກ. ພໍ່ບ້ານ ແລະຄົນອື່ນ ໆ ດີໃຈ. ແຕ່ນີ້ຕໍ່ໄປ ທ້າວກ່ຳພ້າຈະບໍ່ມາເລາະຂໍທານອີກ.

ເມື່ອມາຮອດປາຍທົ່ງນາແຄມປ່າ ກ່ຳພ້າຕັດໄມ້ໄຜ່ມາປຸກເປັນຖຽງນ້ອຍ ພໍຊົ້ນແດດຊົ້ນຝົນ. ປ່າດົງເຂດນີ້ມີຜີໝູ່ຫນຶ່ງເຝ້າຫວງຢູ່, ເມື່ອໄດ້ເຫັນຄົນມາປຸກຕູບນ້ອຍໃສ່ ພວກຜີກໍ່ໂມໂຫໃຈຮ້າຍໃຫ້ຜູ້ມາລ່ວງເຂດ. ກ່ຳພ້າໂຊກດີທີ່ເທວະດາຜູ້ຮັກສາປ່າທັນມາຫ້າມພວກມັນເອົາໄວ້. ເທວະດາບອກວ່າ ກ່ຳພ້າຈະບໍ່ຮາວີທຳຮ້າຍພວກມັນ, ກົງກັນຂ້າມ ທ້າວຈະມາສ້າງສາປູກເຂົ້າຫາປາສູ່ພວກມັນກິນ, ໃຫ້ພວກຜີຊ່ວຍທ້າວເຮັດວຽກ.

ຮູ້ແນວນັ້ນພວກຜີເຊິ່ງມີຍ່າງ່າມເປັນນາຍ ກໍ່ພາກັນຊ່ວຍຖາງປ່າຊ່າວນາ ແລະຫາໄມ້ໃຫຍ່ມາປຸກເຮືອນໃຫ້ທ້າວກ່ຳພ້າ, ກ່ຳພ້າກໍ່ດີໃຈຫຼາຍ ທີ່ນາຂອງຕົນແລ້ວໄວ ຈິ່ງຕ່າວຄືນມາໃນບ້ານຂໍແນວເຂົ້າປູກ. ຫຼາຍຄົນບໍ່ເຊື່ອວ່າທ້າວກ່ຳພ້າຊ່າວນາແລ້ວ ຈິ່ງບໍ່ຢາກເອົາແນວເຂົ້າປູກໃຫ້, ແຕ່ຂີນບໍ່ໄດ້ ຈິ່ງເອົາໃຫ້ຜູ້ລະກຳ.

ກ່ຳພ້າເອົາເຂົ້າປູກທີ່ໄດ້ມາແຊ່ນ້ຳໃສ່ກະບັ້ງໄມ້ໄຜ່ ຈົນອອກໜໍ່ແລ້ວເອົາອອກມາຫວ່ານໃສ່ຕາກ້າ. ກ້າຂຶ້ນຂຽວງາມແລ້ວກ່ຳພ້າຫຼົກມາດຳ, ພວກຜິອອກມາເຮັດຊ່ວຍພຶບ ໆ ຄາວດຽວການດຳນາກໍ່ແລ້ວ, ທົ່ງນາກວ້າງກໍ່ມີສີຂຽວອ່ອນເຕັມໄປຫມົດ.

ວັນຫນຶ່ງ ກ່ຳພ້າເຂົ້າໄປໃນບ້ານ ແລະເລົ່າສູ່ຊາວບ້ານຟັງວ່າ ເຂົ້ານາຂອງຕົນພວມຂຽວງາມ. ປະກົດວ່າ ບໍ່ມີໃຜເຊື່ອ, ບາງຄົນຍັງພາໂລເອົາເຂົ້າແຫ້ງ ແລະຂີ້ແຂ້ວມາຫນຶ້ງຕາມເພິ່ນບອກ. ໜ້າອັດສະຈັນແທ້ ໆ ພໍແຕ່ອາຍກຸ້ມຂຶ້ນ ກໍ່ມີກິ່ນຫອມເຫີຍຮ່ວນອອກມາ. ພວກຜີຫອມກິ່ນເຂົ້າສຸກຈິ່ງແຫ່ກັນມາຂໍກິນ ກ່ຳພ້າປັ້ນເຂົ້າຢາຍໃສ່ມືໃຫ້ພວກມັນ.

ຫວ່າງຈາກການບົວລະບັດເຂົ້ານາ ກ່ຳພ້າສານໄຊ ເພື່ອໃສ່ເອົາປາໃນຫ້ວຍ, ແຕ່ເມື່ອໄປຢາມໄຊ ເຫັນວ່າໄຊເປົ່າ, ມີແຕ່ຮອຍຕີນແປກປະຫຼາດຍ່ຳຢູ່ແຄມຫ້ວຍ. ກ່ຳພ້າເລົ່າເລື່ອງສູ່ຜີຍ່າງ່າມຟັງ. ຜີຍ່າງ່າມຫຼົກຜົມໃຫ້ເສັ້ນຫນຶ່ງ ທັງບອກທ້າວວ່າ: “ເອົາໄປເຮັດບ້ວງແຮ້ວໃສ່ທາງລົງຕ້ອນ”. ກ່ຳພ້າເຮັດຕາມຄວາມຜີຍ່າງ່າມບອກ. ດັ່ງນັ້ນ ມື້ຕໍ່ມາ ເມື່ອຜີນ້ອຍໂຕຫນຶ່ງທີ່ເຄີຍລັກກິນປາຢູ່ໄຊ ໄດ້ກັບມາອີກ ມັນຈິ່ງຖືກບ້ວງຍັກຂາ, ມັນດີ້ນດັ່ນໄປມາ ແຕ່ເຊືອກບ້ວງກໍ່ບໍ່ຂາດ. ເມື່ອກ່ຳພ້າມາພໍ້, ຜີນ້ອຍອ້ອນວອນຂໍຊີວິດ ທັງສັນຍາວ່າ ຈະຊ່ວຍກ່ຳພ້າທຸກຢ່າງ. ກ່ຳພ້າຮັບເອົາຜີນ້ອຍເປັນນ້ອງຮັກ ແລ້ວປ່ອຍມັນໄປ.

ແຕ່ລະມື້ມີສັດຕ່າງ ໆ ອອກຈາກດົງລົງມາກິນນຳ ຫຼືມາກິນເຂົ້າອ່ອນໃນນາ ກິນປາຄາຢູ່ໄຊ. ບາງໂຕກໍ່ຖືກບ້ວງແຮ້ວຂອງກ່ຳພ້າ. ກ່ຳພ້າປ່ອຍສັດທຸກ ໆ ໂຕໄປ ພາຍຫຼັງທີ່ໄດ້ຜູກສ່ຽວ ແລະສັນຍາກັນວ່າ ຈະຊ່ວຍເຫຼືອກັນແລະກັນໃນເວລາມີອັນຕະລາຍ. ສະນັ້ນ ກ່ຳພ້າຈິ່ງມີສ່ຽວເປັນສັດຕ່າງ ໆ ດັ່ງນີ້: ເຫງັນ, ນາກ, ນົກ, ອິນຊີ, ເສືອ ແລະ ອື່ນ ໆ.

เล็ก ๆ น้อย ๆ:

  • ໄທບ້ານໄທເມືອງ: ชาวบ้านชาวเมือง
  • ໃຫຍ່ສອນບ່າວ: โตเป็นหนุ่ม
  • ຊ່າລື: เล่าลือ
  • ປຸກຕູບນ້ອຍ: ปลูกกระท่อมน้อย
  • ກົງກັນຂ້າມ: ตรงข้าม
  • ຍ່າງ່າມ: ชื่อผีครับ
  • ຫຼົກຜົມ: ถอนผม

Technorati Tags: , , , , , , , , , ,

12 thoughts on “ນິທານ: ກ່ຳພ້າຜີນ້ອຍ (໑)”

  1. muan lai ner nitharn jao..make mee cry…soo sad…
    i love arn nitharn..all kind..and poem..
    khob jai ner tee ma kien long hai dai arn…
    khob jai lai lai….

    hakpeang

  2. ผมอยากเรียนภาษาลาว พอเปิดดูอักขระ ( เท็ก ) แล้วไม่เห็นมีตัวอักษรลาวเลย ขึ้นแต่รูปสี่เหลี่ยมเต็มพืดไปหมด ช่วยอธิบายและวิธีปฏิบัที่ถูกด้วยรับ

  3. เรียนคุณ au8ust

    ผมขออนุญาตเอาเรื่องนี้ไปลงที่ Pantip.com ตาม กระทู้นี้นะครับ

    http://www.pantip.com/cafe/isolate/topic/M8206236/M8206236.html

    ยังตามไปชมได้นะครับว่าผมแปลถูกต้องหรือไม่

    ขอบคุณครับ

  4. computer บางท่านอาจจะอ่านพาษาลาวไม่ได้ เพราะไม่มีfontlao กรุณาdownload fontlao ที่ http://www.mahasan.com แล้วติดตั้งfontlaoใช้ในเครื่องของท่านแล้วท่านจะสามารถอ่านพาษาลาวได้

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.