ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

วรรณคดี “ ສັງສິນໄຊ ” เป็นหนึ่งในนิทานที่เก่าแก่มาก อ่านยาก และเข้าใจยากมาก คนลาวสมัยนี้ โดยเฉพาะวัยรุ่นจะมีน้อยนักน้อยหนาที่อ่านแล้วรู้เรื่องกัน เนื่องมาจากการใช้ศัพท์ภาษาในเรื่องนั้น ค่อนข้างจะเป็นศัพท์ภาษาสมัยเก่า และมีความเกี่ยวเนื่องกับพระพุทธศาสนาอยู่มาก ดังนั้น ถ้าไม่ชอบเข้าวัดเข้าวาด้วยแล้ว จะยิ่งไม่รู้่เรื่องอย่างแรง เรามาลองอ่านกันดูนะครับ 🙂

ສັງສິນໄຊ

ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ.

ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ.

ຍັງມີນັຄເຣດລ້ຳຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ ລ້ານຍ່ານ ນ້ຳແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄ່ຳລົ້ນຊາວເທດທຽວສະເພົາ ອຸດົມ ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ ລ້ຳນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ ຮຸ່ງຄ່ຳອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄ່ຳເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ ໃຫຍ່ງາມເລີດລ້ຳລືເທົ້າໝື່ນເມືອງ ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ ຢຳພີ່ເຈົ້າມີລ້ຳລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ.

พอจะรู้เรื่องกันไหมครับเนี่ย… เดี๋ยวมีตอนต่อไปครับ eiei

Technorati Tags: , , , , , ,

2 thoughts on “ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)”

  1. ເຫັນວ່າຄົນລາວບໍ່ມີຄວາມສາມາດ ໃນກາອະທິບາຍ ເພາະ ທຸກເວດໄຊ ຈະແມ່ນພາສາໄທທັງໝົດ ຈັງແມ່ນໂງ່ແທ້ໆ
    ຫຼື ວ່າ ແມ່ນພວກໄທ ທີ່ອວດຮູ້ອວດສະຫລາດ ອັນໃດກໍວ່າແມ່ນຕົນເກັ່ງ ຕົນຮູ້ທັງໝົດ ຊັ້ນບໍ່ ພວກຂີ້ລັກວັດທະນະທຳ ພວກມາກລອກແບບ ໝາກິນຄວາມຄຶດ

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.