Category Archives: สุภาษิตลาว

ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ

1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ

2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ

– ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.

– ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.

– ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.

– ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ).

Technorati Tags: , , , , , , , , , , , ,

ສຸພາສິດທີ່ເວົ້າເຖິງຄຸນສົມບັດ

ສຸພາສິດທີ່ເວົ້າເຖິງຄຸນສົມບັດການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ:

  • ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ
  • ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ
    ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ
  • ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່
  • ລູກເວົ້າຍາກ ພໍ່ແມ່ປາກປຽກ

ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງເຊັ່ນ:

  • ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ
  • ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ
  • ພົບຄົນດີ ມີສີແກ່ຕົວ
    ພົບຄົນຊົ່ວ ພາຕົວຫມົ່ນຫມອງ
  • ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ

ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ:

  • ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ
    ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ
  • ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້
  • ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ
  • ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້
  • ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ
  • ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ

ສຸພາສິດເວົ້າເຖິງການອອກແຮງງານ

ສຸພາສິດເວົ້າເຖິງການອອກແຮງງານ

ຄົນບູຮານອາໄສການອອກແຮງງານດ້ວຍຕີນມື ເມື່ອລ້ຽງຊີບເຊັ່ນ ການເຮັດໄຮ່ເຮັດນາເພື່ອປູກເຂົ້າ, ການອອກແຮງງານດັ່ງກ່າວຕ້ອງໄດ້ອີກໃສ່ດິນ, ນ້ຳ, ອາກາດ ເປັນເງື່ອນໄຂ
ທີ່ສຳຄັນ, ສະນັ້ນ ຊາວບູຮານຈິ່ງມີບົດຮຽນໃນການສັງເກດການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເມື່ອໃດຝົນຈະຕົກ, ເມື່ອໃດຟ້າຈະແລ້ງ ເຊັ່ນຄຳສຸພາສິດທີ່ວ່າ:

  • ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ
  • ຝົນຊິຕົກໃຫເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ

ຈາກການສັງເກດ ແລະກຳໄດ້ກົດເກນການປ່ຽນແປງຂອງດິນຟ້າອາກາດ ປະຊາຊົນຈິ່ງຊອກວິທີການຕ່າງໆ ເພື່ອຕັກເຕືອນເຊິ່ງກັນ ແລະກັນ ໃຫ້ຮູ້ລະດູການເພີ່ມພູດຜະລິດຜົນທີ່ຈະໄດ້ຮັບຜົນດີ ດັ່ງຄຳສຸພາສິດທີ່ວ່າ :

  • ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ

ຫລື

  • ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ
  • ກົກຈະນ້ອຍ ຜົນນ້ອຍແຮ່ງບໍ່ແມ່

ຕັ້ງແຕ່ໃດໆ ມາຊາວຜູ້ອອກແຮງງານມີມູນເຊື້ອດຸຫມັ່ນຂະຫຍັນພຽນເຮັດໄຮ່ນາສວນຈົນມີບົດຮຽນສືບຕໍ່ກັນມາ ໂດຍປະດິດແຕ່ງເປັນຄຳສຸພາສິດ ດັ່ງນີ້:

  • ຢາກກິນເຂົ້າ ຕ້ອງເຮັດນາໜາ
    ຢາກກິນປາ ຕ້ອງແບກແຫລົງນ້ຳ
  • ຫລັງສູ້ຟ້າ ຫນ້າສູ້ດິນ
  • ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
  • ໄປຢຽບຫມາ ມາຢຽບຂຽດ

ຄຳສຸພາສິດ

ติดตรงไหนลองถามเข้ามาได้นะครับ 😉

ຄຳສຸພາສິດ

ຄຳວ່າ “ ສຸພາສິດ ” ເປັນຄຳເວົ້າທີ່ສັ້ນ ແຕ່ມີຄວາມຫມາຍອັນເລິກເຊິ່ງ ເຊິ່ງຊາວບູຮານປະດິດແຕ່ງຂຶ້ນມາແຕ່ບູຮານະການ. ຄຳສຸພາສິດເປັນວັນນະຄະດີພື້ນເມືອງລາວປະເພດຫນຶ່ງ ເຊິ່ງຜູ້ແຕ່ງມັກໃຊ້ຄຳເວົ້າທີ່ສັ້ນໃຫ້ສຳຜັດເກາະກ່າຍກັນ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະຈື່ໄດ້ດົນ. ເນື້ອໃນຂອງຄຳສຸພາສິດເປັນຄຳສັ່ງສອນ ເພື່ອຕັກເຕືອນໃຫ້ຊາວຜູ້ອອກແຮງງານປະພຶດຕົນເອງ ໄປໃນຄວາມຖືກຕ້ອງເຫມາະສົມ ຫຼື ຈະເວົ້າໄດ້ອີກຢ່າງຫນຶ່ງວ່າ ຄຳສຸພາສິດແມ່ນບົດຮຽນອັນມີຄຸນຄ່າໃນການດຳລົງຊີວິດ ແລະ ທຳມາຫາກິນຂອງຊາວຜູ້ອອກແຮງງານ.