ນິທານ: ກ່ຳພ້າຜີນ້ອຍ (໒)

ใกล้ ๆ ตอนจบแล้วนะครับ สำหรับนิทานเรื่องนี้ เป็นนิทานที่ผมชอบมากเรื่องนึง เคยอ่านตอนเด็ก ๆ ตอนนี้กลับมาอ่านอีกหน ก็ให้ความรู้สึกไปอีกแบบ ^_^

สำหรับท่านใดที่ยังไม่ได้อ่านตอนที่แล้ว สามารถกลับไปอ่านได้โดย คลิกที่นี่ นะครับ

ຕົກຮອດເດືອນສິບເອັດ ເຂົ້າໃນນາຖອກຮວງ ສົ່ງກິ່ນຫອມກະຈາຍໄປທົ່ວປ່າດົງ. ຊ້າງໝູ່ຫນຶ່ງ ເຊິ່ງມີຊ້າງພາຍ ງາຍາວສາມວາ ເປັນຫົວໜ້າພາກັນນຳກິ່ນຫອມ ມາຮອດທົ່ງນາຂອງກ່ຳພ້າ. ພະຍາຊ້າງຫົວໜ້າໝູ່ເລີຍຖືກບ້ວງຍັກຂາ. ກ່ຳພ້າມາພໍ້, ຊ້າງຂໍຊີວິດ ແລະ ມອບງາກິ່ງໜຶ່ງໃຫ້ທ້າວ ພ້ອມທັງບອກວ່າ : “ ໃຫ້ລູກເອົາງານີ້ໝູນຫົວນອນຕາງໝອນຄອນ ໆ ຫຼັບໂຊກຊິມາໂຮມທ້າວ ”. ກ່ຳພ້າເອາມາໝູນຫົວນອນຕາມຄວາມພະຍາຊ້າງບອກ. ຕອນກາງຄືນ ເມື່ອທ້າວນອນແຈບຈົມ ນາງ ງາ ລູກສາວຂອງພະຍາຊ້າງ ກໍ່ອອກມາຈາກງາ. ນາງງາດູຕົນກ່ຳພ້າທີ່ນອນໜາວ, ເຄື່ອງນຸ່ງກໍ່ຂາດສ້ອຍ. ນາງໃຊ້ແຫວນທຳມະລົງ ທີ່ພະຍາຊ້າງມອບໃຫ້ນັ້ນ ເນລະມິດ ເຄື່ອງນຸ່ງແພຖືທີ່ຈົບງາມ ເຄື່ອງໃຊ້ເອ້ຍ້ອງໃນເຮືອນ, ແລ້ວນາງກໍ່ແຕ່ງພາເຂົ້າທິບໄວ້ໃຫ້ທ້າວ, ຈາກນັ້ນຈິ່ງກັບຄືນເຂົ້າຢູ່ໃນງາຕາມເດີມ.

ຮຸ່ງເຊົ້າມາ ກ່ຳພ້າແປກຕ່າງໃຈຫລາຍ, ຫຼຽວເບິ່ງອັນໃດກໍ່ງາມເຫຼື້ອມໃສໄປໝົດ. ເຄື່ອງນຸ່ງຂອງທ້າວເອງກໍ່ປານຂອງລູກຫຼານພະຍາ, ຫຼຽວໄປຫຼຽວມາ ຊ້ຳເຫັນພາເຂົ້າອາຫານຄາວຫວານ ອອກອາຍຫອມຢູ່. ກ່ຳພ້າກິນອາຫານຢ່າງແຊບນົວ. ທ້າວເອົາແຈກຢາຍໃຫ້ພວກຜີກິນອີ່ມທຸກໂຕ. ເຫດການແບບເກົ່າເກີດຂຶ້ນອີກທຸກ ໆ ຄືນ, ກ່ຳພ້າຢາກຮູ້ວ່າ ໃຜເປັນຄົນແຕ່ງຢູ່ຄົວກິນໃຫ້ທ້າວແນວນີ້.

ແລງຫນຶ່ງ ທ້າວເຂົ້ານອນແຕ່ຫົວຄ່ຳ, ເຮັດຄືວ່ານອນຫຼັບ. ໃນຕອນເດິກ ນາງງາອອກມາຈັດແຈງປັດກວາດເຮືອນຊາດ ແຕ່ງເຂົ້າປາອາຫານ. ທ້າວກ່ຳພ້າເຫັນຈິ່ງຮູ້ຈັກເລື່ອງ : “ ໂທ !​ ແມ່ນນາງຟ້າອອກມາແຕ່ງານີ້ເອງ ”, ແລ້ວທ້າວກໍ່ຫຼູບໄປເອົາງາ ໂຍນໃສ່ກອງໄຟ. ນາງງາຮ້ອງໄຫ້ຮ່ຳໄຮ, ກ່ຳພ້າອິ່ນອອຍ ແລະຂໍມັກຮັກເອົາກັນເປັນຜົວເມຍ. ກ່ຳພ້າ ແລະນາງງາດຳລົງຊີວິດຢູ່ຮ່ວມກັນທີ່ເຮືອນແຄມດົງ ຊ່ວຍກັນປູກຕົ້ນໄມ້ກິນໝາກ, ປູກເຂົ້າໃສ່ນາ, ມີເຂົ້າປາອາຫານກິນອຸດົມສົມບູນຕະຫຼອດປີ.

ສອງຜົວເມຍກ່ຳພ້າກັບນາງງາ ຢູ່ຮ່ວມກັນທີ່ເຮືອນໃຫຍ່ປາຍທົ່ງຢ່າງມີຄວາມສຸກ. ຕົ້ນໄມ້ອ້ອມເຮືອນອອກໝາກດົກໜາ ມີໝູ່ນົກກາມາຕອດສັບກິນ ທັງຮ້ອງແຊວ ໆ ຕະຫຼອດເວລາ. ໄທບ້ານຫຼາຍຄົນໂຈດຂານຖາມຫາກ່ຳພ້າ ເພາະບໍ່ເຫັນເລາະຂໍເຂົ້າດົນແລ້ວ. ຕາມພໍ່ບ້ານສົ່ງຂ້ອຍນາສອງສາມຄົນຍ່າງລັດທົ່ງ ມຸ່ງໜ້າໄປຍັງດົງເຂັດຂວງ ບ່ອນຜີບໍ່ທ່ອງຄົນບໍ່ທ່ຽວ. ມາຮອດເຂດທົ່ງນາຂອງກ່ຳພ້າ ພວກເຂົາກໍ່ຫອມກິ່ນແປກປະຫຼາດ.

ຜູ້ຫນຶ່ງເວົ້າຂຶ້ນວ່າ : ໂອ່, ນີ້ກິ່ນຫອມດອກໄມ້ວິເສດ !
ຜູ້ທີ່ສອງເວົ້າຂຶ້ນວ່າ : ບໍ່ແມ່ນ, ຫອມໝາກມີ້.
ຜູິທີ່ສາມເວົ້າວ່າ : ຢ່າຖຽງກັນ ໄປເບິ່ງໃກ້ ໆ ດີກວ່າ.

ໃນຂະນະທີ່ພວກເຂົາພວມຖຽງກັນໄປມາຢູ່ນັ້ນ ພວກເຂົາກໍ່ໄດ້ຍິນສຽງແຄນດັງອ້ອຍອິ່ນອອກມາ. ຊາຍທັງສາມແລ່ນລົ້ມຟຸບລົ້ມຟາບ ຈ່ອງກັນໄປເບິ່ງໃກ້ ໆ ພຸ່ມແຄມຮົ້ວອ້ອມເຮືອນຫຼັງງາມຂອງກ່ຳພ້າ.

ຈອບຢູ່ບໍ່ດົນ ພວກເຂົາກໍ່ເຫັນຍິງຊາຍຄູ່ໜຶ່ງ ຍ່າງລົງຂັ້ນໄດເຮືອນມາຍັງສວນ. ພວກເຂົາຄົກສະເງີ້ເກິເບິ່ງ ເພາະນາງຄົນນັ້ນ ງາມກວ່າແມ່ຍິງທັງໝົດທີ່ພວກເຂົາເຄີຍເຫັນມາ ແລະແຮງຕົກໃຈຫຼາຍຂຶ້ນເມື່ອຈື່ວ່າ ຜູ້ຊາຍຄົນນັ້ນແມ່ນກ່ຳພ້າ. ຊາຍທັງສາມຟ້າວກັບມາບອກເລົ່າໃຫ້ຕາພໍ່ບ້ານຟັງ.

ຄົນໜຶ່ງວ່າ : ຕ້ອງເປັນເມຍບັກກ່ຳພ້າຄັກ ໆ ຕວ່າ.
ຄົນທີ່ສອງວ່າ : ເກີດມາຍັງບໍ່ເຫັນໃຜງາມປານນີ້.
ຄົນທີ່ສາມຕື່ມວ່າ : ສົມໄປເປັນມະເຫສີທ້າວພະຍາພຸ້ນແລ້ວ.

ຕາພໍ່ບ້ານຟັງແລ້ວບໍເຊື່ອ : ເຮັດໃດບັກກ່ຳພ້າຂີ້ທຸກ ຈິ່ງຈະມາເມຍງາມຢູ່ເຮືອນຫລັງໃຫຍກວ່າເຮົາ​ ? ຊິໄປເບິ່ງເອງກ່ອນ​ ! ເມື່ອຕາພໍ່ບ້ານອອກໄປເບິ່ງກໍ່ເຫັນວ່າແມ່ນຄວາມຈິງແທ້.

ມື້ໜຶ່ງສ່ຽວຕາພໍ່ບ້ານຢູ່ໃນເມືອງມາແວ່ຢາມບອກຂ່າວວ່າ ພະຍາເມືອງຈະໃຫ້ເງິນຄຳເປັນຮາງວັນ ແກ່ຜູ້ເອົາແມ່ຍິງງາມໄປຖວາຍເປັນນາມສະໜົມຂອງເພິ່ນ. ຕາພໍ່ບ້ານໄດ້ຍິນແນວນັ້ນ ກໍ່ຄຶດຢາກໄດ້ຮາງວັນ ຈິ່ງເດີນທາງເຂົ້າໄປໃນເມືອງ ເລົ່າເລື່ອງຄວາມງາມຂອງນາງງາໃຫ້ພະຍາຟັງ. ພະຍາເອິ້ນເສນາອາມາດ ມາເປິກສາຫາລືວ່າ ຈະຊ່ວງຊິງເອົານາງງາມາເປັນເມັຍໄດ້ແນວໃດ ໃນທີ່ສຸດ ກໍ່ຕົກລົງກັນວ່າ ໃຫ້ກ່ຳພ້າມາພະນັນເສັງກັບພະຍາ ຖ້າກ່ຳພ້າເສຍພະຍາ ທ້າວຕ້ອງຍົກນາງງາໃຫ້ ແລະ ກົງກັນຂ້າມ ຖ້າພະຍ້າເສຍພະນັນ ພະຍາຈະມອບບ້ານເວນເມືອງໃຫ້ກ່ຳພ້າ.

ທຳອິດ ພະຍາທ້າໃຫ້ກ່ຳພ້າເອົາໄກ່ມາຕີ ນາງງາໃຊ້ແຫວນທຳມະລົງວົງວິເສດ ເສກເຫງັນສ່ຽງຂອງກ່ຳພ້າໃຫ້ເປັນໄກ່ຕີຕົວລາຍນ້ອຍ, ເຫງັນໄກ່ຂອງທ້າວກ່ຳພ້າ ໂດດຄຸບຄໍໄກ່ຕີຂອງພະຍາພາຍໃນພິບຕາດຽວ. ພະຍາເສຍຫນ້າ ຈິ່ງທ້າຊົນຄວາຍ ແຕ່ກໍ່ບໍ່ແພ້ຄວາຍກ່ຳພ້າ ເຊິ່ງເສືອສ່ຽວຂອງກ່ຳພ້າປອມໂຕມາ. ພະຍາທ້າກ່ຳພ້າຊົນສັດປະເພດຕ່າງ ໆ ແຕ່ກໍ່ບໍ່ແພ້ກ່ຳພ້າຈັກເທື່ອ. ໃນທີ່ສຸດ ພະຍາກໍ່ທ້າຊ່ວງເຮືອ, ນາງງາໃຫ້ແຫວນວິເສດ ເສກພະຍານາກສ່ຽວກ່ຳພ້າ ໃຫ້ເປັນເຮືອຊ່ວງ ເມື່ອໃກ້ຈະເຖິງຫຼັກໄຊ ເຮືອນາກກ່ຳພ້າກໍ່ເອົາຫາງຟາດນ້ຳເປັນຟອງຍວກແຮງຈົນເຮືອພະຍາຫຼົ້ມ ພະຍາກັບເສນາອາມາດໃນເຮືອຈົມນ້ຳຕາຍໝົດ.

ຫຼັງຈາກພະຍາຕາຍແລ້ວ ທ້າວກ່ຳພ້າຈິ່ງກັບມາຢູ່ກັບນາງງາທີ່ເຮືອນ ແຄມທົ່ງນາຂອງຕົນຕາມເດີມ. ແຕ່ພະຍາເມືອງທີ່ຈົມນ້ຳຕາຍໄປນັ້ນ ຍັງອາຄາດແຄ້ນກ່ຳພ້າບໍ່ແລ້ວ, ວິນຍານຂອງພະຍາເກີດເປັນແຖນນ້ອຍຢູ່ເທິງຟ້າ ມີລິດເດດສົມຄວນ ແລະກໍ່ຍັງຢາກໄດ້ນາງງາບໍ່ເລີກບໍ່ແລ້ວ. ພະຍາແຖນນ້ອຍ ປ່າວປະກາດວ່າ ໃຜສາມາດໄປເອົາວິຍານຂອງນາງມາໄດ້ ຈະໃຫ້ຮາງວັນ, ອ້າຍແມງງວດແອວກິ່ວ ອ້າງວ່າຕົນມີພິດຮ້າຍຕອດຄົນຕາຍ ຈິ່ງຂານອາສາກ່ອນໝູ່.

ໂຊກດີຜີນ້ອຍນ້ອງຮັກທ້າວກ່ຳພ້າ ທີ່ໄດ້ມາເປັນຂ້ອຍປັດບ່ອນນອນໃຫ້ພະຍາແຖນ ຮູ້ເລື່ອງດັ່ງກ່າວ ຈິ່ງຖາມແມງງອດວ່າ ເມັນຈະເຮັດແນວໃດ ແມງງອດບອກວ່າຈະໄປນອນຂົດຢູ່ໃນດົ້ນຟືນ ເມື່ອນາງງາມາເອົາຟືນ ໄປດັງໄຟໜຶ້ງເຂົ້າໃນຕອນເຊົ້າ ມັກຈະຕອດນາງໂລດ. ຜີນ້ອຍລົງມາບອກອ້າຍກ່ຳພ້າໃຫ້ຮູ້ເລື່ອງທຸກຢ່າງ ດັ່ງນັ້ນ ທ້າວກ່ຳພ້າຈິ່ງລຸກຂຶ້ນໜຶ້ງເຂົາເອົາຟືນເອງ ທ້າວເອົາກະບອງເຢິງເບິ່ງເຫັນແມງງອດ ຂົດຢູ່ໃນກາບໄມ້ແຫ້ງ ຈິ່ງຂ້າເສຍ. ພະຍາແຖນນ້ອຍສົ່ງງຸເຫົ່າຫ້ອມລົງມື ເພື່ອຕອດນາງງາ ແຕ່ກໍ່ຖືກກ່ຳພ້າຂ້າຕາຍເຊັ່ນກັນ ຍ້ອນຜີນ້ອຍລົງມາບອກທຸກ ໆ ເທື່ອ.

ໃນທີ່ສຸດ ກໍ່ແມ່ນໂຕບ່າງລົ້ວ ອາສາມາຮ້ອງກູກເອົາຂວັນນາງງາ ດ້ວຍລິດເດດໃນລີ້ນຂອງມັນ. ຜີນ້ອຍມາບອກອ້າຍກ່ຳພ້າ ບໍ່ໃຫ້ປ່ອຍນາງງາ, ຕົນຈະຫາທາງຊ່ວຍເຫຼືອ. ຕົກກາງເດິກຂອງຄືນໜຶ່ງ ໂຕບ່າງລົ້ວ ກໍ່ມາຮ້ອງກູກຢູ່ຫົວເຮືອນ. ສຽງຂອງມັນດັງວີ່ວອນວ່າ : ມາເຢີນາງນາດຫຼ້າ ນາງເກີດໃນງາ ໃຫ້ເຈົ້າເມືອທຽມຂ້າງພະຍາແຖນຄົນແຫນແຫ່ … ນາງງານອນຫຼັບຢູ່ ສະດຸ້ງຕື່ນຮ້ອງໄຫ້ເຫຼີໄຫຼ ທັງຄີງກໍ່ຮ້ອນຮຸ່ມ ໆ ຂຶ້ນ. ທ້າວກ່ຳພ້າຄະລາດລຸກໂຊມອຸ້ມເອົາເມຍທັງຮ້ອງປຸກ ແຕ່ບ່າງກໍ່ຮ້ອງກູກເອົາຂວັນນາງງາ ຂຶ້ນເມືອເມືອງຟ້າດັງວີ່ວອນມາອີກວ່າ : ໃຫ້ເຈົ້າເມືອກິນເຂົ້າແຊບອ່ອນເມືອງແຖນ, ເມືອຖືແຫວນເງິນແຫວນຄຳຢູ່ໃນເມືອງຟ້າ … ມາເຢີນາງເອີຍ. ບ່າງຮ້ອງສຸດບົດທີ່ສາມ ຂວັນຂອງນາງງາກໍ່ອອກຈາກຮ່າງ ລອຍຂຶ້ນສູ່ເມືອງແຖນ ປ່ອຍໃຫ້ກ່ຳພ້າຮ້ອງໄຫ້ກອກຮ່າງຄີງເມຍດ້ວຍຄວາມເສຍໃຈ.

( ຕິດຕາມຕອນຕໍ່ໄປໄດ້ ໄວ ໆ ນີ້ )

Technorati Tags: , , , , , , , ,

3 thoughts on “ນິທານ: ກ່ຳພ້າຜີນ້ອຍ (໒)”

  1. oyyyy….soooo sad nor….
    make mee cry all the ways…to the end…
    khob jai ner….tee aow ma hai arn..
    tar mee eek,kor hai aow ma post hai arn eek nae ner…
    khob jaiii….sniff,sniff….

    hakpheang

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.