ສັງສິນໄຊ ຕອນ: ບັພຊາບັ້ນ

ສັງສິນໄຊ

ຕອນ: ບັພຊາບັ້ນ

ບັດນີ້ ຈັກກ່າວພູໃຊ່ທ້າວກູສຣາດພຣະຍາເມືອງ ກ່ອນແລ້ວ ຄະນິງຕົນແດຄັ່ງທວງເທມ້າງ ກີໂສແຄ້ນເຄືອງພຣະໄທໝອງມົ່ນ ກໍບໍ່ເຫີຍເຫືອດນ້ຳນອງຍ້ອຍຫຼັ່ງໄຫຼ ທຸກໂສກກັ້ນພົ້ນສິ່ງສາມ ເດືອນ ນີ້ແລ້ວບໍ່ສເວີຍເພົາພໍຄາບຄາຍຄາແຄ້ນ ອົງຜອມພ້ຽງຕອງຕາຍເຫຼືອງຫຼ່າ ເສເນດເຝົ້າຫລາຍຊັ້ນບໍ່ປານ ບໍ່ໃຄ່ສຸກຢູ່ສ້າງສເວີຍຣາດເປັນພຣະຍາໄດ້ແລ້ວ ຄະນິງນົງສີຊູ່ວັນມີເອື້ອນ ກຳສຸດໂອ້ອະນຸຊາເຈົ້າພີ່ກູເອີຍ ປານນີ້ຍັກຂ້າເຈົ້າກິນແລ້ວຮູ້ວ່າຍັງ ນັ້ນເດ ພີ່ຮຸ່ງໄຫ້ທຸກຄ່ຳວັນຄືນ ຈັກວ່າເປັນຕາຍໃຜບໍ່ມີນຳຮູ້ ເມື່ອຈັກຕອມພົ້ນລ້ານນຳຊູຊີງຍາດເອົານັ້ນ ກໍບໍ່ຮູ້ແຫ່ງແກ້ວກູຄ້າງທີ່ໃດ ຜີຈັກໄປຈອບຈ້າງໝໍຮ່ຳຮຽນມົນ ທຳຕົນເປັນດັ່ງທອນທະຍານຜ້າຍ ອັນນັ້ນວິໄສຊ້າຢຽວເກີນ ການຊົ່ວ ຜິດເຜົ່າເຊື້ອທອນເຖົ້າໃຄ່ຄວນ ວ່າຈັກໄປຈອບຈ້າງຜີບິນບາຍແບກນຳນັ້ນ ຢຽວບໍ່ໄດ້ໂດຍ ດ້າມດັ່ງລາງ ຮຶຈັກໄປສແວງດ້ວຍຕາປະໂສສົມໂພດ ອະພິນຍານໄດ້ແລ້ວທະຍານລ້ຳລ່ວງນຳ ດັ່ງ ນັ້ນ ລອນບໍ່ເປັນປໂຍດແທ້ ຜິດຮ່ອມອະວິໄສ ຄວນກູໄລນະຄອນເສັຽບວດສົມສແວງດັ້ນ ຜິຈັກເປັນຄະຫັດຮູ້ມີໂພຍພັນເຍື່ອງ ຢຽວຈັກແຄ້ນຄັ່ງໄໝ້ໝອງຕ້ອງຕື່ນມາ ໃນເມື່ອທ້າວຮ່ຳຮູ້ໂຮມໝູ່ມຸນ ຕີ ມາມວນປະດັບຊູ່ຊຸມພຽວພ້ອມ ບົວນາງເໜົ້າເຮືອນຫຼວງໄຫຼຮອດ ພ້ອມພາບມ້ຽນເມືອຫ້ອງຄັ່ງຄາມ ຊະໃຍ່ນິ້ວເນືອງນອບມັສການ ພູມີປຸນຄຳຄວນ ກ່າວເສັງແສນທ້າວ ເທື່ອນີ້ກູຈັກສອນສູທ້າວ ທຸກແດນໃນນອກ ທັງສ່ຳເຊື້ອຊາວຊັ້ນແມ່ເມືອງ

ບັດນີ້ເຮົາໃຄ່ລະທ່ອນທ້າວທົງຜນວດເປັນສົມ ດູດັ່ງເວຣາລາມຄອບຄີງຄຸງເນື້ອ ໃຄ່ຈັກໂຄຈອນດັ້ນເດີນນຳນ້ອງນາດ ດັ້ນລອບບ້ານຖາມຊັ້ນສືບດູ ນັຄເຣດໄວ້ວາງນາດນາງເມືອງ ທັງປວງຂຸນຄ່ອຍກຽວກົມໜ້າກູກໍສົນເທເທົ້າໃນທວງບ້າບົ່ມ ຈິງແລ້ວ ຈັກບວດຕັ້ງສິນສ້າງສັ່ງສູເມື່ອນັ້ນສະຍ່າວໜ້າອາມາດມຸນນາຍ ທັງປວງສຍົບຍັ່ງຊົນຊົມໃຫ້ ກັບທັງເທວີເໜົ້ານັກສນົມແສນສ່ຳ ພ້ອມພາບກົ້ມກາງຫ້ອງຫອດຫິວ ບໍ່ອາດຕັ້ງຢູ່ໄດ້ໂດຍຮຸ່ນຮັງຮາມ ດີແກ່ໂຄແຖມທາບເຕີມຕີຄ້ອມ ເພາະເມື່ອອາຣົມຮ້ອນທັງສອງສເມີພາກ ຄຶດທ່ານໄທ້ທັງນ້ອງແມ່ເມືອງ ເມື່ອນັ້ນຜູ້ແຕ່ງຕົ້ນມະຫາເອກເສນາ ຮອນອາຣົມຄ່ອຍທູນທັງໜ້ອມ ນັບແຕ່ສາຍກະສັດແກ້ວໄກນະຄອນພາກໄພ່ ທຸກທີ່ເຍື້ອນຍັງກັ້ນໄປວາຍ ບັດນີ້ພຣະຍ່ຳເກົ້າແກ້ງໂຜດພອນທຸກ ແລນໍ ແໜງວ່າລະແກ່ນແກ້ວໄວ້ແຕ່ຕາມເວນ ກ່ອນຖ້ອນ ເມື່ອນັ້ນພູບານຖແລງເລົ່າໂລມເຕີນຕ້ານ ພຣະອົງຫວັງໄວ້ວາງໃຈຝືນຝາກ ຜູ້ເຈື່ອງເຫງົ້າຊຸມເຊື້ອຊ່ອຍລະວັງ ກ່ອນເຖີ້ນ ນົງຖ່າວເນື້ອນ້ອງ ແກ່ນກະນິດຖາກໍດີ ຍາຍອມຄຶດຄ່ອຍຟັງເຮົາຕ້ານເມື່ອນັ້ນອົງສະຖຽນໄທ້ເທວີວອນວ່າ ຂໍແກ່ພູວະ ນາດນ້າງຕົນຂ້າຂອດຕາມແດ່ຖ້ອນ ແມ່ນຊື່ອົງປະສົງສ້າງຊີຊຽງພວກໄພ່ກໍດີ ຂ້າກໍຂໍຂຸດເກົ້າທົງຜ້າ ແຜ່ນຂາວ ພຣະເອີຍ ແດນແຕ່ສອງກໍ່ສ້າງມີພາກພໍຍາມ ນຶ່ງນັ້ນ ຄັນວ່າໄກພຣະອົງສີສ່ວນຕົນຕາຍມ້ຽນ ອັນນຶ່ງປະຣະມີໜ້ອຍທົງຕົນຕຸ້ມໄພ້ເປັນຣຶ ຄັນວ່າໄກບາດເຈົ້າຕິ່ວສ້ອຍຮ້ອຍແຫ້ງຫອດ ຫິວ ແທ້ແລ້ວ ເມື່ອນັ້ນພຣະບາດຮູ້ຮັບພາກເທວີ ຫອມຄຳຄວນເລົ່າໂລມນາງແກ້ວ ເຮົາຈັກເດີນດຸ່ງ ພ້ຽງພໍປະມານຄືນຄອບ ນ້ອງຄ່ອຍຕູ້ມໄພ້ຟ້າຖນອມຖ້າບໍ່ນານ ດອກນາ ກັບທັງເຫັງພັນພ້ອມພຽນປອງປຸນມາກ ຈິງເຖີ້ນ ເມື່ອນັ້ນນາງໜ່ຽວນ້ອມຫິວໄຫ້ຫໍ່ຜົວ ທຸກທີ່ຫນ້ານ້ອງເນດລິ່ນລົງ ພູມີເມືອງ ອາຮາມແສງສັ່ງເຂົາຂຸນເຫຼັມ ສູຈົ່ງດາດີຫ້າງບໍລິຂານຂົນອອກຈິງເຖີ້ນ ເມື່ອນັ້ນ ຂຸນຂາບແລ້ວໂດຍ ເຈົ້າແຕ່ງປຸນ ປະດັບຖີ່ຖ້ວນຄົບເຄື່ອງຊິສົມ ເຂົາກໍນຳເມື່ອຖວາຍທີ່ຢຳປະນົມນ້ອມ ມະຫາກະສັດເຈົ້າຈົງໃຈຈັກບວດ ຂຸນຂຸດເລີ້ມໂກດເກົ້າເກດພຣະເອງ ເມື່ອນັ້ນ ຮື່ນໆພ້ອມອາມາດມຸນນາຍ ບົວ ນາງຕົກແຕ່ງປຸນປະດັບຕັ້ງ ຟັງຍິນເພຣິກ້ອງຣະງົມສຽງສູນມີ່ ຊ້າງຄັ່ງເຄົ້າດາຫ້າງເຄື່ອງຄຳ ເມື່ອນັ້ນ ພູໃຊ່ທ້າວຄາແທ່ານທອງເຫຼືອງ ຜາຍເຊີງສະເດັດຮອດທວານທົງຊ້າງ ໂຍທາທ້າວລະວັງຕາວ ເຕີນແຫ່

2 thoughts on “ສັງສິນໄຊ ຕອນ: ບັພຊາບັ້ນ”

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.