All posts by au8ust

ความรู้เบื้องต้นเกี่ยวกับประวัติความเป็นมาของภาษาลาวโดยย่อ

ຄວາມຮູ້ເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ ຂອງພາສາລາວໂດຍຫຍໍ້

ພາສາລາວ, ໂດຍພື້ນຖານແມ່ນນອນຢູ່ໃນກຸ່ມພາສາຄຳໂດດ, ບໍ່ປ່ຽນຮູບຄຳ ມັນແມ່ນໜຶ່ງ ໃນພາສາຄົນສະໄໝບູຮານຕອນປາຍຂອງຍຸກເຫລັກ ຢູ່ໃນພາກພື້ນອາຊີອາຄະເນ.

ຊາດລາວເປັນຊາດທີ່ເກົ່າແກ່ ມີອາຍຸເຖິງ ໕໐໐໐ ປີ. ຕາມທີ່ພໍຮູ້ໄດ້ຈາກເອກະສານປະຫວັດສາດ, ລາວແມ່ນກຳເນີດຢູ່ຕາມສາຍພູອັນໄຕ ( ມົງໂກລີ ) ແລະ ໄດ້ມາຕັ້ງຫລັກແຫລ່ງຢູ່ຕາມລ້ອງ ແມ່ນ້ຳຫ່ວງໂຫ ແລະ ຢັງຊີຈຽງ ( ປະເທດຈີນ ) ປະມານກ່ອນ ຄ.ສ. ໓໕໔໓. ເມື່ອເປັນດັ່ງນັ້ນພາສາລາວກໍ ມີອາຍຸເທົ່າກັບຊາດລາວ ແລະ ກໍອາດຍ້ອນວ່າເກີດຢູ່ໃນເຂດພູເຂົາອັນໄຕ ກຸ່ມຊົນພວກນີ້ຈຶ່ງຖືວ່າ ແມ່ນຕະກູນໄຕ.

ເຜົ່າລາວແມ່ນໜຶ່ງໃນຕະກູນໄຕລວມມີຫລາຍຈຸ້ມເຈື້ອເຊິ່ງແຍກຍ້າຍກັນຢູ່ໃນຫລາຍຂົງເຂດຄື:

໑./ ພວກທີ່ຍ້າຍໄປຢູ່ເຂດອັດສຳ ຂອງອິນເດຍເອີ້ນຕົນເອງວ່າ: ໄຕອາຫົມ

໒./ ພວກທີ່ຢູ່ໃນເຂດລັດຊານ ພາກເໜືອຂອງພະມ້າເອີ້ນວ່າ: ໄຕໃຫຍ່

໓./ ພວກທີ່ເຄື່ອນຍ້າຍລົງໄປຕັ້ງຖິ່ນຖານບ້ານເຮືອນຢູ່ຕາມລ້ອງແມ່ນ້ຳເຈົ້າພະຍາກາຍເປັນ: ໄຕສະຫຍາມ.

໔./ ພວກທີ່ຍັງຕົກຄ້າງຢູ່ແຜ່ນດິນຈີນຕອນໃຕ້ ມົນທົນຍູນນ່ານ ແລະ ຈຳນວນໜຶ່ງຢູ່ໃນເຂດພາກເໜືອຂອງລາວ ເອີ້ນຕົນເອງວ່າ: ໄຕລື້.

໕./ ພວກທີ່ຖອຍລົງມາຕາມລ້ອງແມ່ນ້ຳຂອງເອີ້ນຕົນເອງວ່າ: ລາວ (ໄຕລາວ).

ຈຸ້ມເຈື້ອທີ່ແຕກອອກເປັນຈຸນີ້, ມີສອງຈຸໃຫຍ່ທີ່ຕັ້ງໂຕເປັນລັດເອກະລາດຄື: ຈຸລາວ ແລະ ຈຸໄທສະຫຍາມ.

ພາສາລາວກວມເອົາພາສາຂອງເຜົ່າລາວທີ່ດຳລົງຊີວິດໃນລ້ານນາ ( ຊຽງໃໝ່ ) ແລະ ພາກອິສານຂອງໄທປະຈຸບັນ.

# ວິວັດທະນາການຂອງພາສາລາວ: ອີງຕາມໄລຍະແຫ່ງການຮ່ວມສຳພັນ ກັບ ພາສາອື່ນ ເພິ່ນແບ່ງໄລຍະວິວັດທະນາການອອກເປັນ ໓ ໄລຍະຄື:

– ໄລຍະທີ ໑: ໄລຍະພາສາຂະຫຍາຍໂຕພາຍໃນ ແລະ ມີການປິຕິສຳພັນກັບກຸ່ມພາສາຕະກູນຄຳໂດດນຳກັນ ( ນັບແຕ່ມື້ກຳເນີດຊາດລາວຈົນຮອດປີ ພ.ສ. ໖໐໐ ( ຄ.ສ. ໕໗ ).

– ໄລຍະທີ ໒: ໄລຍະພົວພັນ ກັບ ພາສາຕ່າງຕະກຸນ ( ທີ່ມີຫລາຍພະຍາງ ແລະ ມີການ ປ່ຽນຮູບຄຳ ) ໃນເຂດອາຊີ. ໄລຍະນີ້ກຳນົດເອົາແຕ່ປີ ຄ.ສ. ໕໗ ເຖິງ ຄ.ສ. ໑໘໙໓. ພ້ອມ ໆ ກັບການໃຊ້ພາສາຂອງຕົນ ແລະ ພົວພັນກັບກຸ່ມພາສາ ຄຳໂດດ, ພາສາລາວກໍໄດ້ພົວພັນກັບພາສາຕ່າງຕະກູນຄື: ພາສາທີ່ມີ ຫລາຍພະຍາງ ແລະ ປ່ຽນຮູບຄຳ. ຕາມປະຫວັດສາດລາວຊາວລາວ ໄດ້ຮັບເອົາ ຫລື ນັບຖືສາສະໜາລັດທິມະຫາຍານແຕ່ປີ ພ.ສ. ໖໐໐ ຜ່ານ ສະມະນະທູດຈາກອິນເດຍຝ່າຍເໜືອ. ລັດທິມະຫາຍານໃຊ້ພາສາສັນ ສັນສະກິດເປັນພາສາບັນທຶກພຸດທະທຳຄຳສອນ ແລະ ປັດຊະຍາ. ເມື່ອເປັນແນວນັ້ນກໍໝາຍຄວາມວ່າ: ພາສາລາວເຮົາໄດ້ມີການແຊກສົມກັບ ພາສາສັນສະກິດອັນເປັນພາສາທີ່ມີຫລາຍພະຍາງ ແລະ ປ່ຽນຮູບຄຳ.

– ໄລຍະທີ ໓: ໄລຍະການພົວພັນ ກັບ ພາສາເອີຣົບ ( ອາດນັບເອົາແຕ່ປີ ຄ.ສ. ໑໘໙໓ ເຖິງ ປະຈຸບັນ )

# ລັກສະນະຂອງພາສາລາວ:

– ມີສັບບັນຍັດຫລາຍ ແລະ ຄຳຢືມກໍມາກມາຍ.

  • ຮູບແບບສຳນວນມີລັກສະນະກະທັດຮັດ, ນຳໃຊ້ເຄື່ອງໝາຍວັກຕອນເຂົ້າໃນການຂີດຂຽນ.
  • ມີການໃຊ້ຫລັກວິຊາພາສາສາດເຂົ້າຊ່ວຍໃນການຄົ້ນຄວ້າພາສາແມ່.

໑.) ພະຍັນຊະນະໃນພາສາລາວ ໃນປີ ຄ.ສ. ໑໘໙໓ ເຖິງປະຈຸບັນທັງໝົດມີ ໓໒ ຕົວ ໂດຍນັບເອົາ ພະຍັນຊະນະ ແລະ ພະຍັນຊະນະປະສົມ, ພາສາລາວບໍ່ຮັບຮູ້ການມີໂຕ “ ຣ​ ”, ບໍ່ໃຊ້ອັກສອນຈູງ ແລະ ຮັບຮູ້ອັກສອນຄວບມີແຕ່ໂຕດຽວຄື: ຕົວ “ ວ ”.

ທີ່ມາ – ພາສາລາວ ສຳລັບວິທະຍາໄລວິທະຍາສາດພື້ນຖານ ພາກວິຊາພາສາລາວ-ສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ

****เดี๋ยวจะมาทำฉบับภาษาไทยครับ รอแป๊บ…

ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

วรรณคดี “ ສັງສິນໄຊ ” เป็นหนึ่งในนิทานที่เก่าแก่มาก อ่านยาก และเข้าใจยากมาก คนลาวสมัยนี้ โดยเฉพาะวัยรุ่นจะมีน้อยนักน้อยหนาที่อ่านแล้วรู้เรื่องกัน เนื่องมาจากการใช้ศัพท์ภาษาในเรื่องนั้น ค่อนข้างจะเป็นศัพท์ภาษาสมัยเก่า และมีความเกี่ยวเนื่องกับพระพุทธศาสนาอยู่มาก ดังนั้น ถ้าไม่ชอบเข้าวัดเข้าวาด้วยแล้ว จะยิ่งไม่รู้่เรื่องอย่างแรง เรามาลองอ่านกันดูนะครับ 🙂

ສັງສິນໄຊ

ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ.

ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ.

ຍັງມີນັຄເຣດລ້ຳຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ ລ້ານຍ່ານ ນ້ຳແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄ່ຳລົ້ນຊາວເທດທຽວສະເພົາ ອຸດົມ ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ ລ້ຳນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ ຮຸ່ງຄ່ຳອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄ່ຳເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ ໃຫຍ່ງາມເລີດລ້ຳລືເທົ້າໝື່ນເມືອງ ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ ຢຳພີ່ເຈົ້າມີລ້ຳລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ.

พอจะรู้เรื่องกันไหมครับเนี่ย… เดี๋ยวมีตอนต่อไปครับ eiei

Technorati Tags: , , , , , ,

บทที่ ๓: วิธีเขียนตัวหนังสือลาวให้ถูกต้อง (5)

ບົດທີ່ ໓: ວິທີຂຽນຕົວຫນັງສືລາວໃຫ້ຖືກຕ້ອງ (໕)

5. หลักการใช้สระ “ ໄx ” และ “ ໃx ”

สระ “ ໄx ” ( ສະຫຼະໄອໄມ້ມາຍ ) ใช้เขียนคำพูดในภาษาลาวดั่งนี้ : ໄປໄດ້, ຕົ້ນໄມ້, ງາໄຊ, ໄຖນາ, ໄຫ້, ໄກ … นอกจากนั้น ยังใช้เขียนคำที่มาจากภาษาบาลี และสันกฤษ เช่น : ວິໄນ, ສະໄໝ, ອາໄສ, ປັດໄຈ, ອະສົງໄຂ, ອາໄລ, ນິດໄສ ໆລໆ.

สระ “ ໃx ” ( ສະຫຼະໄອໄມ້ມ້ວນ ) ใช้เขียนคำพูดในภาษาลาวดั่งนี้ : ຢູ່ໃກ້, ຫົວສີໃຄ, ໜ້າໃຄ່, ຂີ້ໃງ່, ຫົວໃຈ, ໃສ່ໃຈ, ຮັບໃຊ້, ຫ່ວງໃຍ, ຜູ້ໃດ, ຕັບໃຕ, ທິດໃຕ້, ໃນເຮືອນ, ໃບໄມ້, ຄົນໃບ້, ຂອງໃຜ, ໃຝ່ຝັນ, ລູກໃພ້, ເອົາໃຫ້, ໃຮ່ນາ, ໃຫຍ່ສູງ, ປັບໃໝ, ປີໃໝ່, ຫຼົງໃຫຼ …

ประโยชน์ของการใช้สระ “ ໄx ” และ “ ໃx ” ก็เพื่อไม่ให้สับสนกันในสองตัว หรือสองคำที่มีเสียงคล้ายกันเช่น : “ ໄຫ້ ” ( ຮ້ອງໄຫ້ເຊັດນ້ຳຕາ ) กับ “ ໃຫ້ ” ( ເອົາຂອງໃຫ້ ), “ ໄກ້ ” ( ໂຕໄກ້ ) กับ “ ໃກ້ ” ( ໃກ້ບ້ານ ) เหล่านี้เป็นต้น.

ตัวอย่างการใช้ :

  • ແມ່ລາວເອົາເຂົ້າໜົມໃຫ້ ແລ້ວທ້າວແອນ້ອຍກໍ່ເຊົາໄຫ້
  • ເຮືອນຂອງຂ້ອຍຢູ່ບໍ່ໄກດອກ ຢູ່ໃກ້ ໆ ນີ້ແຫຼະ
  • ໂຕໄກ້ ນອນຢູ່ໃກ່ໂພນປວກ

Technorati Tags: , , , , , , , , ,

บทที่ ๓: วิธีเขียนตัวหนังสือลาวให้ถูกต้อง (4)

ບົດທີ່ ໓: ວິທີຂຽນຕົວຫນັງສືລາວໃຫ້ຖືກຕ້ອງ (໔)

4. หลักการใช้ตัวอักษร “ ຮ ” และ “ ລ ”

คำพูดในภาษาลาวหลายคำนั้นมาจากภาษาบาลี. แต่ว่าตัวอักษรลาวเดิมมีแต่ตัว “ ຮ ” ( ฮ ) และตัว “ ລ ” ( ล ) ไม่มีตัว “ ຣ ” ( ร ). ดังนั้น ตัว “ ຣ ” ในภาษาบาลี จึงต้องใช้ตัว “ ຮ ” หรือตัว “ ລ ” แทน ตัวอย่าง :

คำที่ใช้ตัว “ ຮ ”

ຮັບ : ຮັບເອົາ, ຮັບຮອງ, ທ່າຮັບ, ຮັບຮູ້
ຮ້ານ : ຮ້ານຂາຍຂອງ, ເຮືອນຮ້ານ, ຕັ້ງຮ້ານ
ຮຸ່ນ : ຮຸ່ນໄຮ່, ຮຸ່ນຄົນ, ຮຸ່ນກ້າ
ແຮກ : ແຮກນາ, ແຮກສ່ຽວ, ຄັ້ງແຮກ
ໂຮງ : ໂຮງການ, ໂຮງຮຽນ, ໂຮງແຮມ
ຮອງ : ຮອງນາຍົກ, ຮອງຮອກໄກ່, ສຳຮອງໄວ້
ຮວມ : ( ບໍ່ມີ )
ຮຽງ : ຮຽງຂ້າງ, ຮຽບຮຽງ, ຮຽງຄວາມ
ຮຽນ : ຮຽນໜັງສື, ການຮຽນ, ຮຽນທ່ານ

คำที่ใช้ตัว “ ລ ”

ລັບ : ຄວາມລັບ, ລັບຟ້າ, ລັບແລ
ລ້ານ : ຫົວລ້ານ, ລ້ານກີບ
ລຸ່ນ : ພ້າລຸ່ນ
ແລກ : ແລກປ່ຽນ
ໂລງ : ໂລງຜີ, ໄມ້ໂລງເລງ
ລອງ : ລອງເສື້ອ,​ ທົດລອງ
ລວມ : ລວມກັນ, ຂອງສ່ວນລວມ
ລຽງ : ລຽງເຜິ້ງ, ຫຼໍ່ລຽງ, ເງິນລຽງ
ລຽນ : ລຽນກັນໄວ້, ລຽນຕິດ
ໆລໆ

Technorati Tags: , , , , , , , , , , , ,

ນິທານ: ກ່ຳພ້າຜີນ້ອຍ (໓)

ตอนสุดท้ายแล้ว สำหรับท่านใดที่ยังไม่ได้อ่านมาก่อน ขอแนะนำให้กลับไปอ่าน ตอนที่ ๑ และ ตอนที่ ๒ ก่อนครับ

ທາງພະຍາແຖນນ້ອຍເມື່ອໄດ້ຂວັນນາງງາມາ ກໍ່ຈັດພິທີບາສີແຕ່ງດອງ, ຕ້ອນຮັບ, ເຊີນຍາດພີ່ນ້ອງມາເຕົ້າໂຮມກັນ. ອ້າຍບ່າງລົ້ວໄດ້ຮັບລາງວັນເປັນແຜ່ນແພເງິນຄຳເປັນອັນມາກ ມັກກິນເຫຼົ້າເມົາອາຫານຈົນຄານລີເລືອເມືອບ້ານບໍ່ໄດ້ ພະຍາແຖນນ້ອຍເຫັນແນວນັ້ນຈິ່ງຖາມໝູ່ເສນາວ່າ : ໃຜຈະອາສາເອົາບ່າງຄຳເມືອບ້ານ ! ອ້າຍຜີນ້ອຍຂານອາສາເຈ່ຍໂຕບ່າງເມືອສົ່ງບ້ານ. ລະຫວ່າງທາງຜີນ້ອຍຢຸດພັກ ແລ້ວຕັດໄມ້ມາສານຂ້ອງ.

ບ່າງລົ້ວຖາມວ່າ : ເຮີ້ຍ! ມຶງເຮັດຫຍັງ?
ຜີນ້ອຍຕອບວ່າ : ສານ “ ຂ້າງບ່ອງ ” ໃຫ້ອາດຍານັ່ງສະບາຍ!

ເມື່ອສານຂ້ອງແລ້ວ ຜີນ້ອຍກໍ່ຈັບບ່າງລົ້ວເຂົ້າຂ້ອງອັດຝາມັດຫວາຍຢ່າງດີ ແລ້ວລົງມາຫາອ້າຍກ່ຳພ້າທີ່ເມືອງຄົນ.

ຜີນ້ອຍເອົາຂ້ອງໃສ່ບ່າງໃຫ້ກ່ຳພ້າເບິ່ງແລ້ວເວົ້າວ່າ :

ອ້າຍເອີຍ, ມື້ແລງນີ້ເຮົາມາອ່ອມບ່າງລົ້ວກິນກັນທ້ອນ! ບ່າງລົ້ວຊວາດຕື່ນໄດ້ຍິນຄຳເວົ້າຂອງຜີນ້ອຍ ຈິ່ງຮ້ອງຂໍຊີວິດນຳກ່ຳພ້າ. ກ່ຳພ້າບອກໃຫ້ມັນກູກເອີ້ນຂວັນນາງງາຄືນມາແຕ່ເມືອງແຖນ. ບ່າງລົ້ວຈິ່ງຮ້ອງກູກຂຶ້ນວ່າ :

ມາເຢີນາງນາດໄທ້ ນາງເກີດໃນງາ ນາງສີດາ ນາງງາມລູກຊ້າງ ເຈົ້າຢ່າໄດ້ຢູ່ພ່າງຂ້າງພະຍາແຖນ ບໍ່ແມ່ນແນນເຈົ້າແຕ່ຟ້າ ນາງນາດຫຼ້າໃຫ້ເຈົ້າຕ່າວຄືນມາ … ຄືນມາເຢີ! ຜົວເກົ່າເຈົ້າອູ້ມຢູ່ເຕັມຕັກ ຜົວເກົ່າເຈົ້າຍັງບໍ່ທັນເຊົາໄຫ້ນ້ຳຕາໄຫຼຢູ່ຄິ່ງແຄັ່ງ ໆ ນອນແລ້ງຢູ່ເປົ່າ ຄອງຖ້າເຈົ້າກັບມາ … ມາເຢີນາງເອີຍ.

ບ່າງຮ້ອງສຸດສາມບົດ ຄີງນາງງາອຸ່ນຄືນມາມືນຕາລຸກຂຶ້ນນັ່ງ ປາກເວົ້າຈາກັບຜົວໄດ້ຄືເກົ່າ.

ອ້າຍຜີນ້ອຍຈອບອອຍບ່າງລົ້ວວ່າ : ໃສອັນລີ້ນວິເສດຂອງມຶງນັ້ນ ຂໍເບິ່ງແດ່. ບ່າງລົ້ວແລບລີ້ນແງ່ມອອກໃຫ້ເບິ່ງ ຜີນ້ອຍຈິ່ງເອົາມີດສີນປາຍລີ້ນມັນຖິ້ມ. ນັບແຕ່ນັ້ນມາບ່າງລົ້ວຈິ່ງບໍ່ສາມາດຮ້ອງກູກເອົາຂວັນຄົນໄດ້ ມັນໜີເຂົ້າໄປຢູ່ໃນປ່າໄກຜູ້ຄົນ. ສ່ວນສອງຜົນເມຍກ່ຳພ້າ ແລະນາງງາກໍ່ໄດ້ຢູ່ຮ່ວມກັນມີລູກເຕັມບ້ານຫຼານເຕັມເມືອງສືບຕໍ່ກັນມາ ຈົນເທົ້າເຖິງທຸກວັນນີ້ແລ!

Technorati Tags: , , , , , , , ,

บทที่ ๓: วิธีเขียนตัวหนังสือลาวให้ถูกต้อง (3)

ບົດທີ່ ໓: ວິທີຂຽນຕົວຫນັງສືລາວໃຫ້ຖືກຕ້ອງ (໓)

3. หลักเครื่องหมายวรรค

เครื่องหมายวรรคเป็นสิ่งจำเป็นเพื่อคั่นระยะ ให้การเขียนหนังสือลาวเป็นระเบียบ และเป็นการง่ายให้แก่ผู้อ่าน และผู้ฟังด้วย.

เพื่อจะเขียนหนังสือลาวให้ถูกต้องนั้น ผู้เขียนต้องรู้จักใช้ “ ເຄື່ອງໝາຍວັກ ” ( เครื่องหมายวรรค) ให้ถูกที่ และเพื่อใช้เครื่องหมายวรรคให้ถูกที่นั้น ต้องปฏิบัติให้ถูกต้องตามคำแนะนำด้่านล่างนี้.

ต้องเขียนบทความให้ ครบคำพูด, เป็นประโยกเป็นตอน และเป็นวรรคตามแต่คำพูดจะมาก หรือน้อย. คำพูดใดติดกัน ให้เขียนเป็นคำติดกัน, ใดไม่ติดกันนั้นให้เขียนเว้นระยะไว้ หรือ “ ເຄື່ອງໝາຍຈຸດ ” ( , ) ลง เพื่อไม่ให้ผู้อ่านติดกัน เช่น : ຝົນຕົກລິນ, ນ້ຳນອງ, ການເດີນທາງໄປມາຫຍຸ້ງຍາກ. ถ้าหากใช้จุดเพื่อคั่นหลายคำที่อยู่ติดกันนั้นให้ใช้ “ ຄຳຕໍ່ ” ( คำสันธาน ) เช่น “ ແລະ ” ลงต่อหน้าคำสุดท้าย, เช่น : ນາງ ເກດແກ້ວ ແລະ ທ້າວ ຄຳໃສ ເປັນນັກຮຽນດີ; ໄກ່ຜູ້, ໄກ່ແມ່ ແລະໄກ່ນ້ອຍ ຫາກິນຢູ່ຕາມເດີ່ນບ້ານ; ແມ່ຄ້າເອົາໄກ່, ເປັດ, ປູ, ປາ, ຜັກ ແລະ ເຂົ້າມາຂາຍ.

ประโยกใดหากครบความหมายแล้วต้องใส่ “ເຄື່ອງໝາຍຈ້ຳ” ( . ) ลงคั่นไว้, แล้วค่อยเขียนประโยกอื่นต่อไป, เช่น : ຕອນເຊົ້າຂ້ອຍໄປໂຮງຮຽນ. ຕອນແລະຂ້ອຍໄປຫົດຜັກຊ່ວຍແມ່. ຕອນຄ່ຳຫຼັງຈາກກິນເຂົ້າແລງແລ້ວຂ້ອຍຮຽນໜັງສື.

ถ้าตอนใดประกอบด้วยหลายประโยก ที่มีความหมายเกี่ยวข้องกันนั้น ต้องใช้ “ ຈ້ຳຈຸດ ” ( ; ) คั่นไว้, เช่น : ເປັນນັກຮຽນຕ້ອງດຸໝັ່ນຮ່ຳຮຽນ; ຄວາມດຸໝັ່ນຮ່ຳຮຽນມັນສະແດງອອກໃນການໄປໂຮງຮຽນບໍ່ຂາດ ແລະ ຕັ້ງໃຈຟັງຄຳອະທິບາຍຂອງຄູ; ຄວາມດຸໝັ່ນບໍ່ພຽງແຕ່ດຸໝັ່ນຮຽນຢູ່ໃນຫ້ອງຮຽນເທົ່ານັ້ນ ເວລາຢູ່ເຮືອນກໍ່ຕ້ອງດຸໝັ່ນທວນຕືນບົດຮຽນເລື້ອຍ ໆ.

Technorati Tags: , , , , , , , , , , ,

บทที่ ๓: วิธีเขียนตัวหนังสือลาวให้ถูกต้อง (2)

ບົດທີ່ ໓: ວິທີຂຽນຕົວຫນັງສືລາວໃຫ້ຖືກຕ້ອງ (໒)

2. หลักไม้่เอกไม้โท

คำพูดในภาษาลาว มีด้วยกัน 6 เสียงคือ :

  1. เสียงสูง
  2. เสียงต่ำ
  3. เอกสูง
  4. เอกต่ำ
  5. โทสูง
  6. โทต่ำ

ฉะนั้น มีความจำเป็นที่ผู้เขียนหนังสือลาว ต้องเขียนให้ถูกต้องหลักไ้ม้เอก ไม้โท อย่าได้ใช้ไม่โทใส่คำที่มีเสียงเอก และอย่าได้ใช้ไม้เอกใส่คำที่มีเสียงโทร, จะเป็นเสียงอักษรสูง, กลาง หรือต่ำก็ตาม.

ตัวอย่าง :

ຂັດແຍ້ງ –ไม่ใช่– ຂັດແຍ່ງ
ຍາດແຍ່ງ –ไม่ใช่– ຍາດແຍ້ງ
ຄ່ອງແຄ່ວ –ไม่ใช่– ຄ້ອງແຄ້ວ
ເລື່ອງ –ไม่ใช่– ເລື້ອງ
ຫຼ້າຫລັງ –ไม่ใช่– ລ້າຫຼັງ

ໆລໆ

Technorati Tags: , , , , , , , , , , ,

บทที่ ๓: วิธีเขียนหนังสือลาวให้ถูกต้อง (1)

ບົດທີ່ ໓: ວິທີຂຽນໜັງສືລາວໃຫ້ຖືກຕ້ອງ (໑)

จริง ๆ แล้ว ผมข้ามสองบทมานะครับ คือบท “การผสมอักษร” และ “วิธีผันเสียง” เพราะรู้สึกว่า จะไม่ค่อยรู้เรื่องเท่าไหร่ จำเป็นต้องสอนกันต่อหน้าถึงจะเข้าใจ ไว้ยังไง จะหาวิธีมาทดแทนครับ 😉

มาเข้าบทใหม่กันเลย สำหรับบทนี้ เราจะมีเรียนวิธีเขียนภาษาลาวให้ถูกต้อง ตามหลัการ โดยหลักการบางอย่างที่จำเป็นต้องปฏิบัติให้ถูกต้อง ในการเขียนหนังสือลาวมี :

  1. หลักตัวอักษร
  2. หลักไม้เอกไม้โท
  3. หลักเครื่องหมายวรรค
  4. หลักการใช้ตัว “ ຮ ” ( ฮ ) และตัว “ ລ ” ( ล )
  5. หลักการใช้สระจำนวนหนึ่ง

1. หลักการตัวอักษร

หลัการใช้ตัวอักษารลาว ต้องเีขียนให้ถูกตัวอักษรสูง, อักษรกลาง และอักษรต่ำ. อักษรต่าง ๆ ที่มักใช้สลับกันเช่น :

ตัว “ ຂ ” กับตัว “ ຄ ”

ตัว “ ສ ” กับตัว “ ຊ ”

ตัว “ ຖ ” กับตัว “ ທ ”

ตัว “ ຜ ” กับตัว “ ພ ”

ตัว “ ຝ ” กับตัว “ ຟ ”

ตัว “ ຫ ” กับตัว “ ຮ ”

ตัวอย่าง :

คำที่ใช้อักษรกลาง :

ຂັດ : ຂັດຂ້ອງ, ຂັດຂວາງ ( ขัด : ขัดข้อง, ขัดขวาง )
ແຂ່ງ : ແຂ່ງຂັນ ( แข่ง : แข่งขัน )
ຂົ້ມ : ຂົ່ມເຫັງ ( ข่ม : ข่มเหง )
ສັກ : ສັກຢາ, ສັກສີ ( สัก : สักยา, สักสี –ศักดิ์ศรี )
ສັບ : ສັບພາສາ, ໂທລະສັບ ( ศัพท์ : ศัพท์ภาษา, โทรศัพท์ )
ສໍ່ : ສັບສໍ່ : ( ส่อ : สับส่อ –ประมาณว่า กระซิบ น่ะครับ )
ຖັກ : ຖັກແສ່ວ ( ถัก : ถักแส่ว –หมายถึงพวกถักทอ ในภาษาไทย )
ຖົກ : ຖົກຖອກ, ຖົກເຊືອກ (ถก : ถกถอน –หมายถึง ถอดถอน, —)
ຖົ່ວ : ໝາກຖົ່ວ ( ถั่ว : หมากถั่ว )
ຜັກ : ຜັກກາດ ( ผัก : ผักกาด)
ຜັດ : ຜັດປືນ, ສຳຜັດ (ผัด : —, สำผัส)
ໂຜດ : ໂຜດຜາຍ ( โผด : — )
ຝາກ : ຂອງຝາກ ( ฝาก : ของฝาก )
ຝ່າ : ຝ່າຟືນ ( ผ่า : ผ่าฟืน –ภาษาลาวจะพูดว่า ฝ่าฟืน )
ຝາດ : ຝາດເຂົ້າ, ຂົມຝາດ (ฝาด : —, ขมฝาด )
ຫັດ : ເຂົ້າຫັດ, ກົກຫັດ, ເຝິກຫັດ ( หัด : —, —, ฝึกหัด )
ຫາກ : ຕ່າງຫາກ ( หาก : ต่างหาก )
ເຫັດ : ເຫັດປວກ ( เห็ด : เห็ดปลวก –ภาษาลาวไม่นิยมใช้ ล จะใช้แค่ว่า ปวก ไม่ต้องมี ล )

****ตรงนี้จะเห็นว่า จริง ๆ แล้ว วิธีเขียนภาษาลาว มันจะมีหลักการง่าย ๆ อยู่อีกอย่างคือ “ เขียนให้ง่ายเข้าไว้ ” อย่างเช่น โทรศัพท์ ภาษาลาวจะเขียนแค่ว่า โทละสับ หรือ ศัพท์ภาษา ก็จะเขียนเป็น สับพาสา และ ศักดิ์ศรี ก็จะเป็น สักสี อย่างนี้เป็นต้นครับ

คำที่ใช้อักษรต่ำ :

ຄັດ : ຄັດເລືອກ, ເຄັ່ງຄັດ ( คัด : คัดเลือก, เคร่งครัด )
ແຄ່ງ : ແຄ່ງຂາ ( แค่ง –แข้ง ในภาษาไทย : แข้งขา )
ຄົ່ມ : ເອົາມືຄົ່ມ ( ข่ม : เอามือข่ม )
ຊັກ : ຊັກເຄື່ອງ, ຊັກຈູງ ( ซัก : ซักเคื่อง –หมายถึง ซัีกเสื้อผ้า ในภาษาไทย, ซักจูง )
ຊັບ : ຊັບຊິ່ມ, ຊັບສິນ ( ทรัพย์, —, ทรัพย์สิน )
ຊໍ່ : ຊໍ່ດອກໄມ້, ຊ້ອງຊໍ່ ( ช่อ : ช่อดอกไม้, — )
ທັກ : ທັກທ້ວງ ( ทัก : ทักท้วง )
ທົກ : ສະທົກສະທ້ານ ( ทก : สะทกสะท้าน )
ທົ່ວ : ທົ່ວໄປ, ທົ່ວທີບ ( ทั่ว: ทั่วไป, ทั่วทีบ –หมายถึงว่า ทั่วไปหมด )
ພັກ : ພັກເຊົາ, ພັກພວກ ( พัก : พักเซา –หมายถึง พักแรม, พรรคพวก )
ພັດ : ພັດພາກ, ລົມພັດ ( พัด : พัดพาด –ภาษาไทยจะพูดว่า พลัดพราก, ลมพัด )
ໂພດ : ໂພດເຫຼືອ ( โพด : โพดเหลือ –หมายถึง เกินเหตุ )
ຟາກ : ຟາກນ້ຳ, ຟາກປູເຮືອນ ( ฟาก : ฟากน้ำ, — )
ຟ່າ : ໝາກຟ່າ ( ฟ่า : — )
ຟາດ : ແສ້ຟາດ, ຟາດປາ (ฟาด : แส้, — )
ຮັດ : ກອດຮັດ, ກະທັດຮັດ ( รัด : กอดฮัด –กอดรัด, กะทัดฮัด –กะทัดรัด ในภาษาไทย )
ຮາກ : ຮາກອອກ, ຮາກໄມ້ ( ฮาก –หมายถึง ราก : ฮากออก, ฮากไม้ )
ເຮັດ : ເຮັດວຽກ ( เฮ็ด : เฮ็ดเวียก –เฮ็ด = ทำ)

****ตรงที่เป็นขีด — แสดงว่า ผมไม่ทราบ/ไม่แน่ใจ ว่าในภาษาไทยมี และเรียกว่าอย่างไรนะครับ ถ้าท่านใดพอจะช่วยได้ ก็เขียนความคิดเห็นเข้ามาได้ครับ ขอบคุณครับ 😉

****อีกจุดที่น่าสังเกตในภาษาลาวคือ ไม่มีไม้ไต่คู้ครับ จะนิยมใช้ไม้หันอากาศ หรือที่ในภาษาลาวเรียกว่า “ ໄມ້ກັນ ” ( ไม้กัน ) แทน เช่น เฮ็ด ก็จะเป็น ເຮັດ

Technorati Tags: , , , , , , ,

ສຸພາສິດເວົ້າເຖິງຄວາມບໍ່ຊື່ສັດ

1. ເຫລັກຄົດ ເອົາໄວ້ເຮັດຂໍ
ເຫລັກງໍ ເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີແທ້ເນີ

2. ຢ່າໄວ້ວາງໃຈຊ້າງສານ, ງູເຫົ່າ, ຂ້າເກົ່າ, ເມຍຮັກຢ່າວາງໃຈ

– ຊ້າງສານ: ເພາະເປັນຊ້າງທີ່ໃຫຍ່ອັນຕະລາຍ, ມັນບໍ່ມີສະຕິປັນຍາເພື່ອທົບທວນຄວາມດີ ຄວາມຊົ່ວຄືຄົນ: ຍາມໃຈຮ້າຍມັນອາດບ້າຂຶ້ນມາຍາມໃດກໍ່ໄດ້, ບໍ່ແນ່ນອນ ເຖິງຕອນນັ້ນ ແມ່ນແຕ່ເຈົ້າຂອງມັນ ກໍ່ອາດຂ້າໄດ້.

– ງູເຫົ່າ: ເປັນສັດທີ່ມີພິດ ມັນບໍ່ຮູ້ບາບບຸນຄຸນໂທດ, ບໍ່ຄວນຈະໄວ້ໃຈບໍ່ດັ່ງນັ້ນຈະເປັນເໝືອນ ນິທານ ພໍ່ນາກັບ ງູເຫົ່າ. ພວກເຮົາຈະໄປທວງເອົາບຸນຄຸນນຳສັດບໍ່ໄດ້.

– ຂ້າເກົ່າກໍບໍ່ຄວນໄວ້ໃຈ ເພາະເຄີຍເປັນທາດເປັນຂ້ອຍເຮົາມາກ່ອນ ແລ້ວອາດຈະມີແນວຄິດອາ ຄາດບາດໝາງນຳມາແກ້ແຄ້ນ ຫລື ທຳຮ້າຍເຮົາກໍໄດ້.

– ເມຍຮັກກໍບໍ່ຄວນເຊື່ອ ແລະ ໄວ້ໃຈເຊັ່ນກັນ. ໃນຂໍ້ນີ້ບູຮານອາດຈະແລເຫັນວ່າ ແມ່ຍິງເປັນ ຜູ້ມີອາລົມຈິດສູງ ແລະ ມີຄວາມຮັກເປັນຫລັກພ້ອມກັນນັ້ນກໍມີຄວາມຄອນແຄນງ່າຍ, ຫລັກໝັ້ນບໍ່ແໜ້ນ, ຮັກສາຄວາມລັບບໍ່ເປັນ ແລະ ມີຈິດໃຈເອນອຽງ (ສຽງນີ້ເປັນທັດສະນະ ຂອງຄຳສຸພາສິດນີ້ ແຕ່ບໍ່ໝາຍຄວາມວ່າ ແມ່ຍິງທຸກຄົນ ຈະເປັນແນວນັ້ນໝົດ).

Technorati Tags: , , , , , , , , , , , ,

ນິທານ: ກ່ຳພ້າຜີນ້ອຍ (໒)

ใกล้ ๆ ตอนจบแล้วนะครับ สำหรับนิทานเรื่องนี้ เป็นนิทานที่ผมชอบมากเรื่องนึง เคยอ่านตอนเด็ก ๆ ตอนนี้กลับมาอ่านอีกหน ก็ให้ความรู้สึกไปอีกแบบ ^_^

สำหรับท่านใดที่ยังไม่ได้อ่านตอนที่แล้ว สามารถกลับไปอ่านได้โดย คลิกที่นี่ นะครับ

ຕົກຮອດເດືອນສິບເອັດ ເຂົ້າໃນນາຖອກຮວງ ສົ່ງກິ່ນຫອມກະຈາຍໄປທົ່ວປ່າດົງ. ຊ້າງໝູ່ຫນຶ່ງ ເຊິ່ງມີຊ້າງພາຍ ງາຍາວສາມວາ ເປັນຫົວໜ້າພາກັນນຳກິ່ນຫອມ ມາຮອດທົ່ງນາຂອງກ່ຳພ້າ. ພະຍາຊ້າງຫົວໜ້າໝູ່ເລີຍຖືກບ້ວງຍັກຂາ. ກ່ຳພ້າມາພໍ້, ຊ້າງຂໍຊີວິດ ແລະ ມອບງາກິ່ງໜຶ່ງໃຫ້ທ້າວ ພ້ອມທັງບອກວ່າ : “ ໃຫ້ລູກເອົາງານີ້ໝູນຫົວນອນຕາງໝອນຄອນ ໆ ຫຼັບໂຊກຊິມາໂຮມທ້າວ ”. ກ່ຳພ້າເອາມາໝູນຫົວນອນຕາມຄວາມພະຍາຊ້າງບອກ. ຕອນກາງຄືນ ເມື່ອທ້າວນອນແຈບຈົມ ນາງ ງາ ລູກສາວຂອງພະຍາຊ້າງ ກໍ່ອອກມາຈາກງາ. ນາງງາດູຕົນກ່ຳພ້າທີ່ນອນໜາວ, ເຄື່ອງນຸ່ງກໍ່ຂາດສ້ອຍ. ນາງໃຊ້ແຫວນທຳມະລົງ ທີ່ພະຍາຊ້າງມອບໃຫ້ນັ້ນ ເນລະມິດ ເຄື່ອງນຸ່ງແພຖືທີ່ຈົບງາມ ເຄື່ອງໃຊ້ເອ້ຍ້ອງໃນເຮືອນ, ແລ້ວນາງກໍ່ແຕ່ງພາເຂົ້າທິບໄວ້ໃຫ້ທ້າວ, ຈາກນັ້ນຈິ່ງກັບຄືນເຂົ້າຢູ່ໃນງາຕາມເດີມ.

ຮຸ່ງເຊົ້າມາ ກ່ຳພ້າແປກຕ່າງໃຈຫລາຍ, ຫຼຽວເບິ່ງອັນໃດກໍ່ງາມເຫຼື້ອມໃສໄປໝົດ. ເຄື່ອງນຸ່ງຂອງທ້າວເອງກໍ່ປານຂອງລູກຫຼານພະຍາ, ຫຼຽວໄປຫຼຽວມາ ຊ້ຳເຫັນພາເຂົ້າອາຫານຄາວຫວານ ອອກອາຍຫອມຢູ່. ກ່ຳພ້າກິນອາຫານຢ່າງແຊບນົວ. ທ້າວເອົາແຈກຢາຍໃຫ້ພວກຜີກິນອີ່ມທຸກໂຕ. ເຫດການແບບເກົ່າເກີດຂຶ້ນອີກທຸກ ໆ ຄືນ, ກ່ຳພ້າຢາກຮູ້ວ່າ ໃຜເປັນຄົນແຕ່ງຢູ່ຄົວກິນໃຫ້ທ້າວແນວນີ້.

Continue reading ນິທານ: ກ່ຳພ້າຜີນ້ອຍ (໒)