ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)

ຍັງ​ເລົ່າ​ຄຶດ​ຮອດ​ນ້ອງ​ຂລັງ​ຂອດ​ໃນ​ມະ​​ໂນ​ຍິ່ງ​ແລ້ວ ໝາຍ​ຈັກ​ຈອນ​ຈົງ​ພຣະທັຍບໍ່​ໄລລາ​ນ້ອງ ຜີ​ຈັກ​ພິຈານ​ຫ້ອງ​ຫົນ​ພຣະອົງ​ອັນ​ອ່າວ​ວັນ​ນັ້ນ​ຄັນ​ບໍ່​ໄດ້​ດັ່ງ​ແມ້ງ​ເໝືອນ​ໄມ້​ຫອດ​ຫິວ ​ແທ້​ແລ້ວ ​ເມື່ອ​ນັ້ນ​ສົມປະ​ເສີດ​ເຈົ້າ​ເຈັຽຣະຈາກ​ພຣະວິຫານ ລາພຣະຄຸນ​ຄູ່​ຄອນ​ເດີນ​ດົງ​ດັ້ນ ອາຮົມ​ທ້າວ​ປອງ​ໄປ​ເປັນ​ປ​ໂຍດ ດັ້ນ​ລອບ​ບ້ານ​ຖາມ​ຊັ້ນ​ສືບ​ດູ ລື​ນາດ​ໄທ້​ທົງ​ຜນວດ​ລີລາ ​ເດີນ​ດຽວ​ຕົກ​ຕ່າງ​ຊຽງ​ຊາວ​ແຍ້ ຍັງ​ເລົ່າຜາກົດ​ແຈ້ງ​ຈຳປາ​ນັຄ​ເຣດ ​ເມືອງ​ໃຫ່ຽ​ໃຕ້​ລຸ່ມຟ້າ ພັນ​ທ້າວ​ທອດ​​ທອງ​ເຂົາ​ຂ່າວ​ກ້ຳ​ປະ​ເທດ​ແຫ່ງ​ຫິມະວັນ​ກໍ​ມາ ຊາວ​ຄາ​ຂຽວ​ກ່າຍ​ກະ​ໄດ​ເມືອ ຟ້າ ​ແຫ່ງ​ນັ້ນ​ແດນ​ຄົນ​ແທ້​ແດນ​ຜີ​ທ່ຽວ​ທ່ອງ​ກັນ​ດາຍ ​ແດນ​ຍ່າ​ເຍີ້​ທຽວ​ຕ້ານ​ຕໍ່​ເຖິງ ​ເຂົາ​ນັ້ນ ຍາມ​ດຸ່ງ​ດັ້ນ​ເດີ່ນ​ວິ່ງ​ເວຫາ​ເປັນ​ເຜົ່າ​ພົງພຣະຍາ​ທອນ​ທ່ອງ​ບົນ​ບິນ​ຜ້າຍ ທຽວ​ເຖິງ​ເຊື້ອສາ ຣະມອນ​ມີ​ຮູບ ຄັພວິກ​ເວັ້ນວ່າງ​ທ້ອງ​ແມ່​ມາ ​ແທ້​ແລ້ວ ຍັງ​ເລົ່າ​ປະ​ກອບ​ດ້ວຍ​ໃຄ​ເຫື່ອ​ຫິວ ຫາຍ ​ເພາະວ່າ​ກິນ​ຂອງ​ດິບ​ບໍ່​ຈຽວ​ຈືນ​ຕົ້ມ ອັກ​ໂຂ​ລົ້ນ​ອະລັດຊີ​ຊາດ​ຕ່າງ ​ໂດຍ​ດັ່ງ​ເຣື່ອງລື​ໄວ້​ມາກ​ມູນ​ແທ້​ແລ້ວ

ເມື່ອ​ນັ້ນ ສົມ​ປະ​ເສີດ​ເຈົ້າ​ຄະນິງ​ຮ່ຳ​ຫາ​ການ ​ຮົມ​ເພິ​ງ​ເຖິງ​ບໍ່​ລືມ​ນາງ ນ້ອຍ ຮູ້​ວ່າ​ຫຼອນ​ຫລົງ​ຄ້າງ​ແດນ​ໄກ​ກ້ຳ​ເພື່ອນ​ພາຍ​ພຸ້ນ ຮູ້​ບໍ່​ພັ້ງ​ພຣະອົງ​ຍ້າຍ​ຍ່າງ​ເຊີງ ຄັນ ຮອດ​ບ້ານ​ບິນ​ບາດ​ພໍ​ສັນ ວັນ​ຄືນ​ເດີນ​ດຸ່ງ​ເຖິງ​ພາຍ​ຫນ້າ​ຟັງ​ຍິນ​ໂກກິລາ​ສ້າມ​ສວານ​ສຽງ​ຮ້ອງ​ຮ່ຳ ​ເຖນ​ໃຫ່ຽຍ້າຍ​ເຊົາ​ຮັ້ງ​ຮົ່ມ​ຂວາງ ນັບ​ແຕ່​ຂ້າມ​ເຂດ​ບ້ານ​ພົ້ນ​ສິ່ງ​ສາມ​ເດືອນ ນີ້​ແລ້ວ ຫຼິງ​ເຫັນ​ຄີຣີຍາວ​ຍ່າຍພູ​ມະ​ນັງຂັ້ນ ກາສະທຶງ​ສ້ຽວ​ແສນກໍ​ກາງ​ເຫລົ່າ ​ໄຟ​ລ່ວງ​ແຜ້ວ​ເຜົາ​ດ້າວ​ດ່ານ​ດົງ ຟັງ​ຍິນ​ກຸກ​ກູ​ຮ້ອງ​ຮຽງ​ແມ່​ມະຍຸຣາ ພຸ້ນ​ເຢີ ມະຫາ​ເຖນ​ເຖິງ​ເຖື່ອນ​ໄພ​ພູ​ສ້າ​ນ ຟັງ​ຍິນ​ສວາໆ ຮ້ອງ​ຮຽງ​ຄະນາ​ນົກ​ໄສ່ ພາຍ​ປ່າ​ເປົ້າ​ລົວ​ລໍ້​ບ່າງ​ບົນ ​ແມ້ງ​ນຶ່ງ ​ເຖິງ​ທີ່​ຫ້ວຍ​ເຫວ​ຕາດ​ຄຳ​ຫລວງ ວັງ​ຍາວ​ທົບ​ທັ່ງ​ຫິນ​ເຫວ​ກ້ອນພະ​ລານ​ພຽງ​ພື້ນ​ຄົນ​ເຄີຍ​ພັກ​ເພິ່ງ ທີ່​ນັ້ນ​ຂ້າ​ກໍ່​ກວ້ານ​ປະ​ສ້າງ​ຊົ່ວ​ລາງ ​ໂສພາ​ບພ້ຽງ​ເພິ​ງທີ່​ຄວນ​ປະສົງ ມີ​ທັງ​ທານ​ທະຣາ​ໄຫຼ​ຫຼັ່ງ​ລົງຣິນຍ້ອຍ ພໍ​ເມື່ອ​ເຖນ​ເຖິງ​ແລ້ວ​ເລີຍ​ເຊົາ​ພັກ​ເພິ່ງ ​ເດືອນ​ດ່ວນ​ສ້ວຍ​ແສງ​ຄ້ອຍ​ຮົ່ມ​ຜາ ​ໃກ້​ຮຸ່ງ​ເຄົ້າ​ຂັນ​ຖີ່​ທຸກ​ຄອນ​ຍຸງ​ແງວ​ງັນ​ເຖື່ອນ​ແຖວ​ໂຖງ​ຜູ້ ມະຫາ​ເຖນ​ເຈົ້າ​ເຈັຽຟັນ​ບ້ວນປາກ ນ້ຳ​ລູບ​ນິ້ວກອນ​ຫນ້າ​ສ່ວນ​ສົງ ​ແລ້ວ​ຖ່າຍ​ຜ້າ​ເພັງ​ພ່ຳ​ພາວະນາ ປາຣະມີ​ຫຼວງ​ຈົ່ມ​ຈິງ​ຈວນ​ແຈ້ງ ພໍປະມານ​ມ້ຽນ​ມະຫາ​ສົມ​ສັນ​ໂພດ ​ແລ້ວ​ແຕ່ງ​ຜ້າ​ເດີນ​ດັ້ນ​ດຸ່ງ​ໄປ ນັບ​ແຕ່​ຂ້າມ​ປ່າ​ໄມ້​ດັ້ນ​ດຸ່ງ​ເຈັຽຣະການ ຕົນ​ດຽວ​ເດີນ​ຮອດ​ແດນ​ນະຄອນ​ທ້າວ ຫຼິງ​ເຫັນ​ຊຽງ​ຫຼວງ​ລ້ຳ​ລຸງລັງ​ລ້ານ​ຍ່ານ ​ເດັຽຣະດາດ​ລົ້ນ​ລື​ຖ້ວນ​ຖິ່ນ​ສລາ ຊະ​ພົ່ມພ້າວ​ລົມ​ເບີກ​ໃບ​ໄຫວ ປາການ​ກວມ​ກໍ່​ເຈັດ​ສາວ​ເຊື້ອ​ກຸມມາຣີລູກ​ມິ່ງ ງາມ​ເລີດ​ເລັມ​ເລັງ​ຜ້ຽນ​ຜ່ອງ​ຜິວ ​ເນື້ອ​ຮາບ​ກ້ຽງ​ຄັນທະ​ຊາດ ບົວ​ບານ ​ເກສີ​ສລຽມລູບ​ມັນ​ມວຍ​ດົ້ວ ຄີງ​ຄຽນ​ແກ້ວ​ແສນ​ສາຍ​ປະດັບ​ຄາດ ສະ​ໃບ​ບ່ຽງຜ້າ​ແດງ​ດ້າມ​ດອກ​ຄຳ ຍົດ​ຍິ່ງ​ປ້ອງ​ປຸນ​ສິ່ງ​ສາວ​ສວັນ ​ໃຄ​ຄອຍ​ເຫັນ​ເມື່ອຍ​ຕົນ​ຕາກະດ້າງ ພໍ​ເມື່ອ​ມະຫາ​ເຖນ​ໄທ້​ທົງ​ທັມ​ກຸສຣາດ ​ເດີນ​ຮອດ​ແລ້ວ​ກາງ​ຄຸ້ມ​ຂ່ວງ​ປາງ ​ເຂົາ​ກໍ​ສົນໆ​ເຂົ້າຍາ ຄູ​ຕັກບາດ ມະຫາ​ເຖນຣາຊ​ເຈົ້າ​ແລ​ແລ້ວ​ລວດ​ກະສັນ ສ​ເນ​ໜ່ວງ​ກ້ຽວ​ກັ້ນ​ສວາດ​ພຣະ​ທັຍ ທວງ ລອນ​ທໍ່​ຜາຍ​ເຊີງ​ຊວັນ​ຂາດ​ຕົນ​ຕາຍ​ເຟື້ອງ ພູມີ​ຮູ້​ຣົມ​ເພີງ​ສອງ​ພາກ ທຸກ​ນຶ່ງ​ແລ້ວ​ສອງ​ຊ້ຳ​ໃຫມ່​ມາ​ແລ​ນໍ ພຣະຄ່ອຍ​ເຍື້ອນ​ຮອດ​ຫໍຣາດມະຮາມ​ຂ

8 thoughts on “ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)”

  1. ຂລັງ​ຂອດ​ໃນ​ມະ​​ໂນ​ຍິ່ງ​ແລ້ວ
    ຂລັງຂອດ – ຕັນຂອດ
    ໃນມະໂນ – ໃນໃຈ
    ຍິ່ງແລ້ວ – ຍິ່ງໃຫຍ່

  2. ໝາຍ​ຈັກ​ຈອນ​ຈົງ​ພຣະທັຍບໍ່​ໄລລາ​ນ້ອງ-ໝາຍຈັກຈອນໜີຈາກນ້ອງ ແຕ່ໃຈນັ້ນບໍ່ໄລໜີ

  3. ບໍ່ເຫັນບອກຜູ້ແຕ່ງເລີຍ ມີແຕ່ເອົາມາລົງຮອດບໍ່ບອກຜູ້ແຕ່ງຊຳ້ ອ່ານກໍ່ໄດ້ແຕ່ອ່ານຫັ້ນແລ້ວ

  4. ຂ້ອຍຊອກຫານັກປະພັນລາວ ໃນແຕ່ລະຍຸກກໍໍ່ບໍ່ບອກ ແລະບໍ່ເອົາມາລົງໃຫ້ຮູ້ແດ່ ຜູ້ໃດຂຽນເວບໄຊ້ ກະບໍ່ຮູ້ ຖ້າຂ້ອຍຂຽນດູ່ ຄັກກວ່ານີ້ ຮ່າໆໆໆ
    ຄວາມຈິງແລ້ວຂ້ອຍຢາກຮູ້ນັກປະພັນ ເພາະຂ້ອຍຢາກເອົາໄປເປັນບົດຮຽນ ເພື່ອເອົາຄະແນນ ນັກປະພັນ ສາມ ຍຸກ
    ຍຸກທີ່ ໜື່ງ ຍຸກສະໄໝເຈົ້າຟ້າງຸ່ມ
    ຍຸກທີ່ ສອງ ຍຸກເຈົ້າເຈົ້າອານຸວົງ
    ຍຸກທີ່ ສາມ ຍຸກປັດຈຸບັນ
    ບອກຂ້າພະເຈົ້າແດ່ ເດີ່ my face book is khonkhardfan

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.