Tag Archives: ที่มาของภาษาลาว

ความรู้เบื้องต้นเกี่ยวกับประวัติความเป็นมาของภาษาลาวโดยย่อ

ຄວາມຮູ້ເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ ຂອງພາສາລາວໂດຍຫຍໍ້

ພາສາລາວ, ໂດຍພື້ນຖານແມ່ນນອນຢູ່ໃນກຸ່ມພາສາຄຳໂດດ, ບໍ່ປ່ຽນຮູບຄຳ ມັນແມ່ນໜຶ່ງ ໃນພາສາຄົນສະໄໝບູຮານຕອນປາຍຂອງຍຸກເຫລັກ ຢູ່ໃນພາກພື້ນອາຊີອາຄະເນ.

ຊາດລາວເປັນຊາດທີ່ເກົ່າແກ່ ມີອາຍຸເຖິງ ໕໐໐໐ ປີ. ຕາມທີ່ພໍຮູ້ໄດ້ຈາກເອກະສານປະຫວັດສາດ, ລາວແມ່ນກຳເນີດຢູ່ຕາມສາຍພູອັນໄຕ ( ມົງໂກລີ ) ແລະ ໄດ້ມາຕັ້ງຫລັກແຫລ່ງຢູ່ຕາມລ້ອງ ແມ່ນ້ຳຫ່ວງໂຫ ແລະ ຢັງຊີຈຽງ ( ປະເທດຈີນ ) ປະມານກ່ອນ ຄ.ສ. ໓໕໔໓. ເມື່ອເປັນດັ່ງນັ້ນພາສາລາວກໍ ມີອາຍຸເທົ່າກັບຊາດລາວ ແລະ ກໍອາດຍ້ອນວ່າເກີດຢູ່ໃນເຂດພູເຂົາອັນໄຕ ກຸ່ມຊົນພວກນີ້ຈຶ່ງຖືວ່າ ແມ່ນຕະກູນໄຕ.

ເຜົ່າລາວແມ່ນໜຶ່ງໃນຕະກູນໄຕລວມມີຫລາຍຈຸ້ມເຈື້ອເຊິ່ງແຍກຍ້າຍກັນຢູ່ໃນຫລາຍຂົງເຂດຄື:

໑./ ພວກທີ່ຍ້າຍໄປຢູ່ເຂດອັດສຳ ຂອງອິນເດຍເອີ້ນຕົນເອງວ່າ: ໄຕອາຫົມ

໒./ ພວກທີ່ຢູ່ໃນເຂດລັດຊານ ພາກເໜືອຂອງພະມ້າເອີ້ນວ່າ: ໄຕໃຫຍ່

໓./ ພວກທີ່ເຄື່ອນຍ້າຍລົງໄປຕັ້ງຖິ່ນຖານບ້ານເຮືອນຢູ່ຕາມລ້ອງແມ່ນ້ຳເຈົ້າພະຍາກາຍເປັນ: ໄຕສະຫຍາມ.

໔./ ພວກທີ່ຍັງຕົກຄ້າງຢູ່ແຜ່ນດິນຈີນຕອນໃຕ້ ມົນທົນຍູນນ່ານ ແລະ ຈຳນວນໜຶ່ງຢູ່ໃນເຂດພາກເໜືອຂອງລາວ ເອີ້ນຕົນເອງວ່າ: ໄຕລື້.

໕./ ພວກທີ່ຖອຍລົງມາຕາມລ້ອງແມ່ນ້ຳຂອງເອີ້ນຕົນເອງວ່າ: ລາວ (ໄຕລາວ).

ຈຸ້ມເຈື້ອທີ່ແຕກອອກເປັນຈຸນີ້, ມີສອງຈຸໃຫຍ່ທີ່ຕັ້ງໂຕເປັນລັດເອກະລາດຄື: ຈຸລາວ ແລະ ຈຸໄທສະຫຍາມ.

ພາສາລາວກວມເອົາພາສາຂອງເຜົ່າລາວທີ່ດຳລົງຊີວິດໃນລ້ານນາ ( ຊຽງໃໝ່ ) ແລະ ພາກອິສານຂອງໄທປະຈຸບັນ.

# ວິວັດທະນາການຂອງພາສາລາວ: ອີງຕາມໄລຍະແຫ່ງການຮ່ວມສຳພັນ ກັບ ພາສາອື່ນ ເພິ່ນແບ່ງໄລຍະວິວັດທະນາການອອກເປັນ ໓ ໄລຍະຄື:

– ໄລຍະທີ ໑: ໄລຍະພາສາຂະຫຍາຍໂຕພາຍໃນ ແລະ ມີການປິຕິສຳພັນກັບກຸ່ມພາສາຕະກູນຄຳໂດດນຳກັນ ( ນັບແຕ່ມື້ກຳເນີດຊາດລາວຈົນຮອດປີ ພ.ສ. ໖໐໐ ( ຄ.ສ. ໕໗ ).

– ໄລຍະທີ ໒: ໄລຍະພົວພັນ ກັບ ພາສາຕ່າງຕະກຸນ ( ທີ່ມີຫລາຍພະຍາງ ແລະ ມີການ ປ່ຽນຮູບຄຳ ) ໃນເຂດອາຊີ. ໄລຍະນີ້ກຳນົດເອົາແຕ່ປີ ຄ.ສ. ໕໗ ເຖິງ ຄ.ສ. ໑໘໙໓. ພ້ອມ ໆ ກັບການໃຊ້ພາສາຂອງຕົນ ແລະ ພົວພັນກັບກຸ່ມພາສາ ຄຳໂດດ, ພາສາລາວກໍໄດ້ພົວພັນກັບພາສາຕ່າງຕະກູນຄື: ພາສາທີ່ມີ ຫລາຍພະຍາງ ແລະ ປ່ຽນຮູບຄຳ. ຕາມປະຫວັດສາດລາວຊາວລາວ ໄດ້ຮັບເອົາ ຫລື ນັບຖືສາສະໜາລັດທິມະຫາຍານແຕ່ປີ ພ.ສ. ໖໐໐ ຜ່ານ ສະມະນະທູດຈາກອິນເດຍຝ່າຍເໜືອ. ລັດທິມະຫາຍານໃຊ້ພາສາສັນ ສັນສະກິດເປັນພາສາບັນທຶກພຸດທະທຳຄຳສອນ ແລະ ປັດຊະຍາ. ເມື່ອເປັນແນວນັ້ນກໍໝາຍຄວາມວ່າ: ພາສາລາວເຮົາໄດ້ມີການແຊກສົມກັບ ພາສາສັນສະກິດອັນເປັນພາສາທີ່ມີຫລາຍພະຍາງ ແລະ ປ່ຽນຮູບຄຳ.

– ໄລຍະທີ ໓: ໄລຍະການພົວພັນ ກັບ ພາສາເອີຣົບ ( ອາດນັບເອົາແຕ່ປີ ຄ.ສ. ໑໘໙໓ ເຖິງ ປະຈຸບັນ )

# ລັກສະນະຂອງພາສາລາວ:

– ມີສັບບັນຍັດຫລາຍ ແລະ ຄຳຢືມກໍມາກມາຍ.

  • ຮູບແບບສຳນວນມີລັກສະນະກະທັດຮັດ, ນຳໃຊ້ເຄື່ອງໝາຍວັກຕອນເຂົ້າໃນການຂີດຂຽນ.
  • ມີການໃຊ້ຫລັກວິຊາພາສາສາດເຂົ້າຊ່ວຍໃນການຄົ້ນຄວ້າພາສາແມ່.

໑.) ພະຍັນຊະນະໃນພາສາລາວ ໃນປີ ຄ.ສ. ໑໘໙໓ ເຖິງປະຈຸບັນທັງໝົດມີ ໓໒ ຕົວ ໂດຍນັບເອົາ ພະຍັນຊະນະ ແລະ ພະຍັນຊະນະປະສົມ, ພາສາລາວບໍ່ຮັບຮູ້ການມີໂຕ “ ຣ​ ”, ບໍ່ໃຊ້ອັກສອນຈູງ ແລະ ຮັບຮູ້ອັກສອນຄວບມີແຕ່ໂຕດຽວຄື: ຕົວ “ ວ ”.

ທີ່ມາ – ພາສາລາວ ສຳລັບວິທະຍາໄລວິທະຍາສາດພື້ນຖານ ພາກວິຊາພາສາລາວ-ສື່ສານມວນຊົນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ

****เดี๋ยวจะมาทำฉบับภาษาไทยครับ รอแป๊บ…