Category Archives: วรรณคดีลาว

ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)

ຍັງ​ເລົ່າ​ຄຶດ​ຮອດ​ນ້ອງ​ຂລັງ​ຂອດ​ໃນ​ມະ​​ໂນ​ຍິ່ງ​ແລ້ວ ໝາຍ​ຈັກ​ຈອນ​ຈົງ​ພຣະທັຍບໍ່​ໄລລາ​ນ້ອງ ຜີ​ຈັກ​ພິຈານ​ຫ້ອງ​ຫົນ​ພຣະອົງ​ອັນ​ອ່າວ​ວັນ​ນັ້ນ​ຄັນ​ບໍ່​ໄດ້​ດັ່ງ​ແມ້ງ​ເໝືອນ​ໄມ້​ຫອດ​ຫິວ ​ແທ້​ແລ້ວ ​ເມື່ອ​ນັ້ນ​ສົມປະ​ເສີດ​ເຈົ້າ​ເຈັຽຣະຈາກ​ພຣະວິຫານ ລາພຣະຄຸນ​ຄູ່​ຄອນ​ເດີນ​ດົງ​ດັ້ນ ອາຮົມ​ທ້າວ​ປອງ​ໄປ​ເປັນ​ປ​ໂຍດ ດັ້ນ​ລອບ​ບ້ານ​ຖາມ​ຊັ້ນ​ສືບ​ດູ ລື​ນາດ​ໄທ້​ທົງ​ຜນວດ​ລີລາ ​ເດີນ​ດຽວ​ຕົກ​ຕ່າງ​ຊຽງ​ຊາວ​ແຍ້ ຍັງ​ເລົ່າຜາກົດ​ແຈ້ງ​ຈຳປາ​ນັຄ​ເຣດ ​ເມືອງ​ໃຫ່ຽ​ໃຕ້​ລຸ່ມຟ້າ ພັນ​ທ້າວ​ທອດ​​ທອງ​ເຂົາ​ຂ່າວ​ກ້ຳ​ປະ​ເທດ​ແຫ່ງ​ຫິມະວັນ​ກໍ​ມາ ຊາວ​ຄາ​ຂຽວ​ກ່າຍ​ກະ​ໄດ​ເມືອ ຟ້າ ​ແຫ່ງ​ນັ້ນ​ແດນ​ຄົນ​ແທ້​ແດນ​ຜີ​ທ່ຽວ​ທ່ອງ​ກັນ​ດາຍ ​ແດນ​ຍ່າ​ເຍີ້​ທຽວ​ຕ້ານ​ຕໍ່​ເຖິງ ​ເຂົາ​ນັ້ນ ຍາມ​ດຸ່ງ​ດັ້ນ​ເດີ່ນ​ວິ່ງ​ເວຫາ​ເປັນ​ເຜົ່າ​ພົງພຣະຍາ​ທອນ​ທ່ອງ​ບົນ​ບິນ​ຜ້າຍ ທຽວ​ເຖິງ​ເຊື້ອສາ ຣະມອນ​ມີ​ຮູບ ຄັພວິກ​ເວັ້ນວ່າງ​ທ້ອງ​ແມ່​ມາ ​ແທ້​ແລ້ວ ຍັງ​ເລົ່າ​ປະ​ກອບ​ດ້ວຍ​ໃຄ​ເຫື່ອ​ຫິວ ຫາຍ ​ເພາະວ່າ​ກິນ​ຂອງ​ດິບ​ບໍ່​ຈຽວ​ຈືນ​ຕົ້ມ ອັກ​ໂຂ​ລົ້ນ​ອະລັດຊີ​ຊາດ​ຕ່າງ ​ໂດຍ​ດັ່ງ​ເຣື່ອງລື​ໄວ້​ມາກ​ມູນ​ແທ້​ແລ້ວ

Continue reading ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)

ສັງສິນໄຊ ຕອນ: ວິປວາສາບັ້ນ

ພໍເຫັນວັນເຮື່ອແຈ້ງເຈັຽຣະພາກງາຍງາມ ພຸ້ນເຢີ ນາງລຸນເມື່ອຊຽງສາສັ່ງສາວຝູງໃຊ້ ວັນ ນີ້ເຮົາຈັກເຕີນຝຸງເຊື້ອປະດັບປຸນໄປມ່ວນ ໃຫ້ແຕ່ງຫ້າງຫຸມຢ້ອງຊູ່ຊຸມ ແດ່ເນີ ເມື່ອນັ້ນຝູງແກ່ວນ ໃກ້ເຮວຮີບປຸງເປືອງ ໂດຍເກັງຍາປະດັບໄພ່ພົນພຽງພ້ອມ ຟັງຍິນແຖນວິນຄ້ອງກອງຍາມເຄົ້າຄື່ນ ຂ້າຄ່ອມຜູ້ສອງເບັ້ຽປິ່ນປົວ ປັບດັບຢັ່ນຢ້ອງຮິຮ່ຳຮຽງເງົາ ພໍດີສະເດັດຮອດຍານຍວງຂ້າ ເຄັງໆ ຕ້ອງຕຸຣິຍາເຄົ້າຄື່ນ ອວນອ່ອນແກ້ວກືລ້ານລ່ວງໄປ ແສະໝູ່ມ້າເດີນດຸ່ງດາຣະວັງ ແຍງອຸທານປະ ດັບຈອນເກີຍຮຽງຮ້ານ ເຊັນໆຂ້າທັງປວງ ປົງເຄື່ອງເອື້ອຍມຸ່ງມ້ຽນຣະວັງຊັ້ນນອກໃນ ຟັງຍິນຊຸງ ພາດພ້ອມປົນປີ່ແຖມແຖນາງກະສິງປະດັບແກ່ວງແພນເຟືອຍຟ້ອນ ສຽງສັນແກ້ວກິນນະຣີຮ້ອງຮ່ຳ ປະດັບຂ່າຍຮ້ອຍຮຽງເສັ້ນຄາດຄີງ ເນື້ອມຸ່ງພ້ຽງບຸນນາກນົງບານ ເກສາປະສົງລູບມັນມວຍເກົ້າ ໃຜແລລືມຕົນຕາໃຄ່ ເຊັງຊ່າເຈົ້າດິ່ວຊ້ອຍປະສົງຫລິ້ນມ່ວນເມືອງ ທຸກທີ່ຂ້າຫຸມຫໍ່ເຮືອງຍົດ ຍຸສະ ບາຍບານບ່າວສາວປະສົງຊູ້ ຍິງຊາຍຮູ້ຮ້ຽງກົນກາຍຍ່ອຍ ໂຊກສ່ຳຮ້າງຮາມໝ້າຍໝູ່ສາວ ພ່ອງ ກ້ຽວນິ້ວໃນພຸ່ມພັນສເນຊາຍຮາມຮຽງຍາດຊອມຊີງຮ້ອຍ ນາງຄານຕ້ານເຕີນເຂົາຂ້າໜຸ່ມ ໃຫ້ຮີບ ຮ້ອຍດວງເຂັ້ມຂາບຖວາຍ ຊະໃຍ່ພ້ອມເນືອງນອບມັສການ ມາລາລຽນທອດທູນທັນອ້າງ ຮອງໆ ໜ້າຝຸງສີສາວຖ່າວ ປະດັບດອກໄມ້ກວມເກົ້າຮື່ນຫອມ ຝຸງບ່າວຢ້ອງພວງເພດມາລາ ຕາໄຊຊອນ ສຽດສາວປະສົງຊູ້ ຈອມເມືອງເຈົ້າໃຈຮົມຮັກໄພດ່ ສນຸກຢູ່ຫລິ້ນສວນກວ້າງມ່ວນຣະງົມ ຟັງຍິນ ລົມລ່ວງກ້ອງໄກ້ວກິ່ງສາຂີ ພຸ້ນເຢີ ສຸຣະພາເບີຍບ່າຍສີແສງເສົ້າ.

Continue reading ສັງສິນໄຊ ຕອນ: ວິປວາສາບັ້ນ

ສັງສິນໄຊ ຕອນ: ບັພຊາບັ້ນ

ສັງສິນໄຊ

ຕອນ: ບັພຊາບັ້ນ

ບັດນີ້ ຈັກກ່າວພູໃຊ່ທ້າວກູສຣາດພຣະຍາເມືອງ ກ່ອນແລ້ວ ຄະນິງຕົນແດຄັ່ງທວງເທມ້າງ ກີໂສແຄ້ນເຄືອງພຣະໄທໝອງມົ່ນ ກໍບໍ່ເຫີຍເຫືອດນ້ຳນອງຍ້ອຍຫຼັ່ງໄຫຼ ທຸກໂສກກັ້ນພົ້ນສິ່ງສາມ ເດືອນ ນີ້ແລ້ວບໍ່ສເວີຍເພົາພໍຄາບຄາຍຄາແຄ້ນ ອົງຜອມພ້ຽງຕອງຕາຍເຫຼືອງຫຼ່າ ເສເນດເຝົ້າຫລາຍຊັ້ນບໍ່ປານ ບໍ່ໃຄ່ສຸກຢູ່ສ້າງສເວີຍຣາດເປັນພຣະຍາໄດ້ແລ້ວ ຄະນິງນົງສີຊູ່ວັນມີເອື້ອນ ກຳສຸດໂອ້ອະນຸຊາເຈົ້າພີ່ກູເອີຍ ປານນີ້ຍັກຂ້າເຈົ້າກິນແລ້ວຮູ້ວ່າຍັງ ນັ້ນເດ ພີ່ຮຸ່ງໄຫ້ທຸກຄ່ຳວັນຄືນ ຈັກວ່າເປັນຕາຍໃຜບໍ່ມີນຳຮູ້ ເມື່ອຈັກຕອມພົ້ນລ້ານນຳຊູຊີງຍາດເອົານັ້ນ ກໍບໍ່ຮູ້ແຫ່ງແກ້ວກູຄ້າງທີ່ໃດ ຜີຈັກໄປຈອບຈ້າງໝໍຮ່ຳຮຽນມົນ ທຳຕົນເປັນດັ່ງທອນທະຍານຜ້າຍ ອັນນັ້ນວິໄສຊ້າຢຽວເກີນ ການຊົ່ວ ຜິດເຜົ່າເຊື້ອທອນເຖົ້າໃຄ່ຄວນ ວ່າຈັກໄປຈອບຈ້າງຜີບິນບາຍແບກນຳນັ້ນ ຢຽວບໍ່ໄດ້ໂດຍ ດ້າມດັ່ງລາງ ຮຶຈັກໄປສແວງດ້ວຍຕາປະໂສສົມໂພດ ອະພິນຍານໄດ້ແລ້ວທະຍານລ້ຳລ່ວງນຳ ດັ່ງ ນັ້ນ ລອນບໍ່ເປັນປໂຍດແທ້ ຜິດຮ່ອມອະວິໄສ ຄວນກູໄລນະຄອນເສັຽບວດສົມສແວງດັ້ນ ຜິຈັກເປັນຄະຫັດຮູ້ມີໂພຍພັນເຍື່ອງ ຢຽວຈັກແຄ້ນຄັ່ງໄໝ້ໝອງຕ້ອງຕື່ນມາ ໃນເມື່ອທ້າວຮ່ຳຮູ້ໂຮມໝູ່ມຸນ ຕີ ມາມວນປະດັບຊູ່ຊຸມພຽວພ້ອມ ບົວນາງເໜົ້າເຮືອນຫຼວງໄຫຼຮອດ ພ້ອມພາບມ້ຽນເມືອຫ້ອງຄັ່ງຄາມ ຊະໃຍ່ນິ້ວເນືອງນອບມັສການ ພູມີປຸນຄຳຄວນ ກ່າວເສັງແສນທ້າວ ເທື່ອນີ້ກູຈັກສອນສູທ້າວ ທຸກແດນໃນນອກ ທັງສ່ຳເຊື້ອຊາວຊັ້ນແມ່ເມືອງ

Continue reading ສັງສິນໄຊ ຕອນ: ບັພຊາບັ້ນ

ສັງສິນໄຊ ຕອນ: ສຸບິນບັ້ນ

ສັງສິນໄຊ

ຕອນ: ສຸບິນບັ້ນ

ບັດນີ້ ຈັກກ່າວພູໃຊ່ທ້າວສະເວີຍຣາດເປັນຈານກ່ອນແລ້ວ ຟັງຍິນດົນຕີປະ ດັບກ່ອມຊໍຊຸງໃຄ້ພູມີຊ້ອນຊົມສເນທຽມພ່າງ ໄສຍາດຍັ້ງຍາມນ້ອຍໜຶ່ງຝັນ ປຸນດັ່ງຂ້າ ຕ່າງດ້າວເດີນຮອນຮຽນສານ ສີພັນກະບວນດັ່ງໂຂນເຂົາແຕ້ມ ເຈຣະຈາເຂັ້ມຄຳຟຸນ ຊຶກຊາກ ພູວະນາດນ້ອຍໃນຫວິ້ນຫວ່າກົວ ເຍື້ອງຖອດດ້າງດາບ່ຽງບັງຄີງພາຍມັນຖື ເຖື່ອນເຖິງເຖືອເນື້ອ ຟັນແຂນຂ້າງຂວາເຂີນຂາດໄຫລ່ລົ້ນລົງເທົ້າທົ່ວທະລາ ວີບາກ ດ້າມໂດຍຢັ່ນຢາສແລງ ພູທອນໄຫລສລົບອອກຄວາມຫິວໄຫ້ ເມື່ອນັ້ນບົວນາງຄົ້ນ ຄຳນັນສະດຸ້ງຕື່ນ ພຣະຄ່ອຍຮູ້ຮຸ່ງເຍື້ອນຍັງສະອື້ນສັ່ນສາຍ ຝູງແກວ່ນໃກ້ຮຽກຮ່ຳ ໂຮມຂວັນ ເຊັນໆຊົລທານອງທ່າວເທທັງຄ້າຍ ແມ້ງນຶ່ງຄຳເຖິງໄທ້ເທພີ ພຣັນຮອດ ໜ້າບ່າເບື້ອງທັງໄຫ້ຫອດຫິວ ເປັນເພື່ອດຳດວນເຂັ້ມໄຂໂທດທັນອົງທ່ານລື ຕູຈັກ ກວາງຄູນຄູ່ຮາມຮຽງຂ້າແນມຫາຍຮ້ອນຢາຢຽດຢ້ານຫ່າງ ເຊີນພໍ່ດ້ຳຄາຍແຄ້ນໂທດ ພຣະອົງແດ່ເຖີ້ນ ເມື່ອນັ້ນນ້ອງທ່ານເຂົ້າຄຸງພີ່ພັນແຂນ ເຣັງໂຍຍັງຮຸ່ງຄີງຄອຍນ້ອງ ນັ້ນບໍ່ເມື່ອນັ້ນພູມີເຍື້ອນຕີງຕົນຕັ້ງທ່ຽງ ເລັງລ່ຳຮ້ານໂຮງຄ້ອນໂຄດ ທ້າວໃຫ່ຽຍ້າຍ ລິນລ້າງສ່ວນສົງ ຊວາດໆນ້ຳຮວາຍຮວາດຄັນທາ ພໍດີສະເດັດອອກມາເກີຍກວ້າງ ຫລາຍຖັນຖ້ອງຕາວແວງຣະວັງຣາດ ຄົນຄັ່ງເຄົ້າໂຮງຮ້ານລຸ່ມເທິງ ມຸນຕີຕັ້ງເຕີມລາງ ລົ້ນທີ່ ໝໍໃຫ່ຽຍ້າຍທູນທ້າວທີ່ຢຳ ເມື່ອນັ້ນເຈົ້າໂລກກວ້າງແກ້ກ່າວກອນຝັນ ເສັງເສ ນາໝູ່ເຄີຍຄະນິງຮູ້ ເມື່ອນັ້ນໝໍທວາຍແຈ້ງທູນທັນເທວະຣາດ ຮູ້ບໍ່ພັ້ງພອນແກ້ວກາບ ຖວາຍ ຮອຍທີ່ຍົດແຕ່ເທົ້າທຸກທີບນະຄອນຄົນມາມວນປະດັບກາບກອນກອຍນ້ອມ ຢຽວທໍ່ເສັຽກະສັດເຊື້ອພົງພັນພຽງພຣະເນດ ເໝືອນວ່າເຊື້ອຕ່າງທ້າວທວນດັ້ນລອບ ເລືອມ ປາງເມື່ອສີວິຣາດຮູ້ທົງແທ່ນຕາງຕາວັນນັ້ນ ລາງລືປະຖົມແຕ່ງບຸນແປງໄວ້ ພຣະກໍມີສາວເຊື້ອບຸນເພັງພຽງພຣະເນດ ເຊັງທ່ອນທ້າວທະລັງຮ້ອຍຮູບງາມ ນາງ ນັ້ນແນນກ່ອມກ້ຽວທ້າວຊື່ສິລິໄຊ ບິດອນດົນນິມິດເຍື່ອງພຮະອົງເອົາແກ້ວ ລຸນເລົ່າ ເສັຽສມອນແກ້ວເກັງຍາລູກມິ່ງ ທ້າວຕ່າງຕຸ້ມຍົນຍ້າຍຍິ່ງລົມ ຂ້າມຂອບຟ້າຫລາຍ ຖ່ານເຈັຽຣະການ ພໍເມື່ອເວຣາຄາບຄອມມາມີແທ້ ອັນນີ້ເກັງຈັກເສັຽກະສັດເຈົ້າໃນ ເມືອງເໝືອນທ່ານ ເຄາະຄາດເຂົ້າປີຮ້າຍຮ່ວມມາພຣະເອີຍ ຄັນວ່າກາຍເຫດຮ້າຍມີ ໂຊກຊວນເຖິງ ຢຽມຈັກໄກກົງນະຄອນເຄີກເຮົາຮາມຊ້າ ດີທໍ່ປຸນໝໍແກ້ພະລີກັມບົນ ເບີກ ເຄາະຄາດເນື້ອນາງນັ້ນເບົ່າຄາພຮະເອີຍ ໝໍກ່າວແກ້ວທູນທອດເທໂວ ພູມີ ມາຍທວງທຸກກ່າວເຂົາຂຸນຂ້າ ເມື່ອນັ້ນ ມັສການມ້ຽນມຸນຕີລາເລີກ ທຸກສ່ຳເໜົ້ານາງ ທ້າວພາກວັງ ສຸບິນບັ້ນພຣະອົງການຝັນຫຼາກ ແລ້ວທໍ່ນີ້ປະນົມໄທ້ທີ່ຢຳ ກ່ອນແລ້ວ.

ສັງສິນໄຊ ຕອນ: ຍັກກະສັນບັ້ນ

ສັງສິນໄຊ

ຕອນ: ຍັກກະສັນບັ້ນ

ບັດນີ້ ຈັກກ່າວມະຫາຍັກເຖົ້າເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງ ເສື້ອສ່ວນສິນ ເຊັງວ່າກຸມພັນແທ້ທະຣົງລືຣິດທິເດດ ຮູ້ຮ່ຳຖ້ວນຄອງຊັ້ນສາຕສິນ ຈົບເພດດ້ວຍມົນມາກຢາຢຳ ເທິງທໍຣະນີໄປ່ປຸນໃຜພ້ຽງ ເປັນພົງເຊື້ອເວດສຸວັນເທວະຣາດ ພຣະໃຫ້ຖືດ່ານດ້າວເປັນແຫ່ງຜີ ທໍ່ໄປ່ມີເຜົ່າພ້ຽງພຣະເຍັຽຍອດເທພີ ເປັນພຣະຍາໂທນຢູ່ເນົານອນແລ້ງ ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນລືໄຮ້ຮ່າງແຄນ ມີທໍ່ຄິດໃຄ່ດ້ວຍດອມມິ່ງມະເຫສີ ທົນທວງກະສັນສິ່ງໄຟຮົມເອົ້າ ຫລິງດູກ້ຳບຸຮານ ຮຽງຮ່ວມກັນນັ້ນ ອັນວ່າພຣະມິ່ງຂ້າຂານເບື້ອງຝ່າຍໃດ ຈັກວ່າເປັນຊາດເຊື້ອນາມ ນາດແນວດຽວນີ້ລື ຮູ້ວ່າເນົາໃນມະນຸສໂລກຄົນນະຄອນກວ້າງ ຮູ້ວ່າເປັນພົງເຊື້ອນາ ໂຄຄຸທຣາດ ສັງມາໄລພີ່ໄວ້ໃຫ້ແດດິ້ນດັ່ນດຽວນີ້ເດ ຄ້ອມວ່າແລ້ວລາຣາຊປາງທອງ ຮວາຍມົນໂອມແອ່ວທະຍານຍັງຟ້າ ແຍງຫົນກ້ຳກະໃດທອງເທວະຣາດພົ້ນກີບຟ້າ ຂຽວດັ້ນດຸ່ງເຖິງມັນກໍເຂົ້າຂາບທ້າວສຸວັນນະຣາຊເທໂວ ພູມີຊົມຊື່ນຖາມຖແລງຖ້ວຍ ມາລືກຸມພັນຜູ້ລືກຽນກົງໂລກກູເອີຍ ເຊື້ອສ່ຳເໜົ້ານາງທ້າວຄ່ອຍຄົງແດ່ລື ເມືອນັ້ນ ທ້າວໃຫ່ຽຮູ້ຮັບພາກເທໂວ ພົງພັນຍັງຄ່ອຍຄົງພົບໜ້າ ບັດນີ້ ໂສກາກ້ຳແດນໃດຫາຍ ຫ່ວງແຄ້ນແຕ່ຂ້າພຣະບາດເຈົ້າ ໃຈຂ້ອງຂອດຂລັງ ເພາະເພື່ອພັດປະກອບແກ້ວ ພອຍພາກພຣະຊາຍາ ທະນົງຈອນເຈັຽຣະຈາກກັນໄກລ້ຳ ຂໍແກ່ມະຫາຈັກເຈົ້າໃຈ ຄາມຄະນິງມາກ ໂຜດຜູ້ຂ້າບົນບ້າງບອກຈິງແດ່ຖ້ອນ ຂໍຈົ່ງຊີ້ຮ່າງບັ້ນບຸຮານເນື່ອງແນນສົມ ຂ້າຈັກກອຍໃຈຈົງແອ່ວໂອມເອົາຊ້ອນ ເມື່ອນັ້ນເທໂວຮູ້ ຄຳເຄືອງຄະນິງ ແມ່ເມື່ອຈັກບໍ່ບອກແທ້ຢຽວກັ້ນເກື່ອນຕາຍ ເມື່ອນັ້ນອົງຕັດຊີ້ເສົາວະນີເນືອງກ່າວ ນາງນັ້ນລົງເກີດກ້ຳນະຄອນລ້ານໂລກຄົນ ເປັນນ້ອງທ້າວຊັ້ນຊື່ເປັນຈານ ຮຽກວ່າສຸ ມຸນທານາງຮູບສະເມີເໝືອນແຕ້ມ ບຸນສູງເຊື້ອຊຽງຂວາງຂັດຕິຍະຣາດ ໂສມຍິ່ງຍ້ອຍ ລືເທົ້າທົ່ວແດນ ກໍໄປມີເຜົ່າພຽງອົງອາດທຽມທົງ ບໍຣິວານນັບໝື່ນນາງນອນເຝົ້າວັນ ຄືນຄ້າຍຕາວະຕິງໄຕໂລກ ເສບໜໍ່ໄທ້ຣະງົມກົ້ວກ່ອມປາງ ພີ່ມັນສ້າງຍ່ານກວ້າງ ເປັນເອກມະຫາວົງ ໂຍທານັບແຮ່ກອງກາງນ້ຳ ໃນນະຄອນໃຕ້ກຽນໄກເກັງເດດລື ທ່ານທ້າວທັງຄ້າຍສ່ວນສິນ ກົວຈັກເປັນບາບເບື້ອງບັງບຽດຄຸງຄີງທ່ານເອີຍ ຄວນທີ່ຟັງເຮົາຢຸດຢ່າດົນດຸຮ້າຍ ເມືອນັ້ນກຸມພັນຕ້ານຄຳເບັງນົບນອບ ລ້ຳລຸ່ມຟ້າບໍ່ມີຢ້ານ ຢ່ອນໃຜພຣະເອີຍ ຊື່ວ່າບຸນເຄີຍໄດ້ປຸນວາງໄວ້ເປົ່າເປັນລື ຂໍແກ່ພຣະຍ່ຳເກົ້າເລັງຂ້າສ່ອງຍານແດ່ຖ້ອນ ບັດນີ້ຂ້າຈັກລາພາກພື້ນພູວະນາດເທໂວກ່ອນແລ້ວ ກຸມພັນຖວິນ ນອບພຣະກາຍກອນຍ້າຍ ເຖິງແຖວຊັ້ນກະໃດທອງທະຍານຮີບ ເມີນມຸ່ງຜາສາດ ແກ້ວເຮືອງຮ້ານຮອດພລັນ ແລລ່ຳຢ້ຽມແປນເປົ່າເລີຍກະສັນ ກຸມພັນສເວີຍໂພດຄາຄືງ້ວນ ຊົລທາເທົ້າສອງແຄມໄຫລຫລັ່ງ ກະສັນກ່ຽວແກ້ວຄືລ້ານລູບທວງ ລືຈັກເຍື້ອນຍາກໄດ້ພໍຍີບຍາມດຽວນຶ່ງນັ້ນ ພໍເມື່ອສຸຣາພາພາງພາດດອຍດົນແຈ້ງ ກຸມພັນແຄ້ນເຄື່ອງມະໂນຄ້ອຍຄັ່ງ ຜີຈັກໃຊ້ແອ່ວອ້ວນໂອມນ້ອງກໍໃຊ່ການຢຽວທໍ່ຜິດເຜົ່າເຊື້ອເຊັງ ຕື່ນເມືອງມົວດີທໍ່ຕົນດຽວຈອນຈອບເອົາດາຍໄດ້ ຂຸນມານຄ້ຳຄະນິງໃນຮີຮ່ຳຮູ້ບໍ່ພັ້ງ ພຣະອົງຄຸ້ມຄາດສອນແລ້ວເລົ່າສວຍຈັກແກ້ວກອຍໃຈຈອມເມກ ຄືຄູ່ຮຸ້ງຮ່ອນຜ້າຍ ຜຍ່ອງລ້ຳລວງບົນເມກເຍືອກກ້ອງກາຍກີບໄພພະນອມ ແຍງທີ່ນະຄອນເປັງຈານຈິ່ມ ກະແສແສນທ້າງ ເລັງເຫັນມຸນທຽນທ້າວກືເມືອງມຸນສຣາດຍອດພຸ່ງພົ້ນພຽງຂ້າວຂື່ພະໂຍມ ຊະພົ່ມພ້າວພັນຍອດຍັງແຊງ ອຸດົມເດັຽຣະດາດຄືວັນຕ້ອງມັນກໍຫລິງໃຈແຈ້ງຫໍນາງນົງຖ່າວ ຕັ້ງຊື່ໜ້າແຝງກ້ຳຝ່າຍຄະເນຜາສາດແກ້ວຊ້ອງຊໍ່ກອງມະນີເຮືອງໆຍົກ ຍອດຮາມຮຽງລ້ອມ ຟັງຍິນເພັງພານເປື້ອງໂບຍບົນກ້ຽວກ່ອມພຸ້ນເຢີ ເລັງຕ່າວໃຕ້ ສວນສົ້ມຍ່ານຍາວ ຄືຄູ່ຫິມະເວດດ້າວເດັຽຣະດາດໄກສອນ ກຸມພັນປະສົງສອດປຸນໄປຢັ້ງ ພໍເມື່ອວັນວຽນຄ້າຍຄາສີແສງຕ່ຳ ເໜືອຍເລັ່ງລົ້ນພົມພ້າວກາບກະຈວນຫອມຍິ່ງພ້ຽງຄັນທະຊາດຮຽງຮົດວິນວອນເຖິງຖືກທວງມ
ານມ້າງ ທົນສະແດເຖົ້າທູນ ເຖິງເທວະຣາດຂໍຊ່ວຍຊັກນາດນ້າວເຖິງຂ້ອຍຊິຄອບຄຸນແທ້ແລ້ວ ບັດນີ້ ຍັກກະສັນ ບັ້ນຫຸນຫວຍຫານາດຖວາຍທ່ານຜູ້ເປັນເຈົ້າໂລກທັມກ່ອນແລ້ວ.
Technorati Tags: ,

ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

วรรณคดี “ ສັງສິນໄຊ ” เป็นหนึ่งในนิทานที่เก่าแก่มาก อ่านยาก และเข้าใจยากมาก คนลาวสมัยนี้ โดยเฉพาะวัยรุ่นจะมีน้อยนักน้อยหนาที่อ่านแล้วรู้เรื่องกัน เนื่องมาจากการใช้ศัพท์ภาษาในเรื่องนั้น ค่อนข้างจะเป็นศัพท์ภาษาสมัยเก่า และมีความเกี่ยวเนื่องกับพระพุทธศาสนาอยู่มาก ดังนั้น ถ้าไม่ชอบเข้าวัดเข้าวาด้วยแล้ว จะยิ่งไม่รู้่เรื่องอย่างแรง เรามาลองอ่านกันดูนะครับ 🙂

ສັງສິນໄຊ

ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ.

ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ.

ຍັງມີນັຄເຣດລ້ຳຊັ້ນຊື່ ເປັງຈານ ນິຄົມຄົນຄັ່ງເພັງພໍຕື້ ຂຽງຫລວງລົ້ນລຸງລັງ ລ້ານຍ່ານ ນ້ຳແຜ່ລ້ອມລະວັງຕ້າຍຊົ່ວຄາວ ຮຸ່ງຄ່ຳລົ້ນຊາວເທດທຽວສະເພົາ ອຸດົມ ໂດຍດັ່ງດາວະດິງຟ້າ ລືກຽນເທົ້າທາດາແດນທີບເມືອງໃຫຍ່ກວ້າງຄົນເຄົ້າຄັ່ງໂຮມ ພູເບດສ້າງທ່ອນທ້າວກຸສຣາດນາມກະສັດ ປາກຽນນັນນອກຊຽງເຊັງອ້າງ ນັບແຕ່ບຸຣີ ລ້ຳນະຄອນຄົນໃດປຽບ ໂຮງໃຫຍ່ກວ້າງອໍຣະທຶ້ມຜ່ານຊຽງ ປະດັບຊໍ່ຟ້າມຸກມາດດາວຄຳ ມຸງທອງແດງຫລໍ່ຕັນຕາງຟ້າມະເຫສີເຈົ້າຈັນທາທຽມຣາດ ໂສມຍິ່ງຍ້ອຍປຸນປັ້ນ ປຽບຂຽນ ບໍຣິວານເໜົ້າໃນປາງນັບໝື່ນປະດັບເຄື່ອງຮ້ອຍຕະເກີງເກົ້າກ່ອມຜິວ ພູ ເບດສ້າງນະຄອນໃຫຍ່ຍຸກະເສີມ ມຽງໆພາຍງາຄຳຢູ່ໂຮງພັນຊ້າງ ອັສດອນມ້າມະໂນໄມຮ້ອຍຄູ່ ນາຍແອບຟ້ອນພະລານກວ້າງແກວ່ງແພນ ຮຸ່ງຄ່ຳອື້ອາມາດຊຸມສນາມ ໂດຍເດີມກະບິນຊົ່ວລາວປະຖົມເຖົ້າ ຊຽງຫລວງລົ້ນລະງົມຄົນເຄົ້າຄື່ນ ທຸກທ່ວຍໃຕ້ ລຸ່ມຟ້າພັນທ້າວທອດທອງ ລາວໃຫຍ່ຕັ້ງເດັຍຣະດາດຂອງຂາຍ ອາຮາມເຮືອງຮຸ່ງສີແສງແກ້ວ ມີທັງສັງຄະຮູ້ແປທັມໄຂສາດ ຮຸ່ງຄ່ຳເຊົ້າຕາມໄຕ້ເຮື່ອເຮືອງ ລືນາດທ້າວ ແດນທີບເຂົາຂາມ ພັນເມືອງມາສ່ວຍທອງທັງຄ້າຍ ຍຸກະເສີມເວ້ນອົລຫົນຫາຍໂສກ ທໍ່ວ່າພູວະນາດໄຮ້ແນວນ້ອງບໍ່ຫລາຍ ມີທໍ່ເຍົາວະຍອດແກ້ວເປັນມິ່ງໃຈເມືອງນາງລຸນ ມີແມ່ດຽວທຽມທ້າວ ຜາກົດແກ້ວສຸມຸນທາທົງຮູບ ໂສມຍິ່ງພ້ຽງເພີງໄວ້ແວ່ນໃຈ ຍົດ ຍິ່ງປ້ອງປຸນສິ່ງສາມສວັນ ຊາຍຊິງຊອມເມື່ອຍຕົນຕາກະດ້າງຕະເກີງໜ້ານົງພາວຜົງ ໃຫຍ່ງາມເລີດລ້ຳລືເທົ້າໝື່ນເມືອງ ຮ້ອຍປະເທດທ້າວເຕົ້າສົ່ງສານໝາຍພູມີຮັກບໍ່ວາງໄປໄດ້ ບຸນກອງແກ້ວສຸມຸນທານາງນາດ ຢຳພີ່ເຈົ້າມີລ້ຳລ່ວງຄອງ ພຣະກໍຍົກ ຍອດແກ້ວກິນເກິ່ງນະຄອນຂວາງ ພຣະອົງແພງພຽງພຣະເນດເນົາໃນໜ້າ ປຸນສາວ ໃຊ້ຄຳອອນເອື້ອຍມຸ່ງ ສອງພີ່ນ້ອງປະສົງຕັ້ງປິ່ນປົວ ທໍ່ວ່າປັກກະຕິນ້ອຍເຄີຍຊົມດວງ ດອກລະອອງໂອບແອ້ມສອງຂ້າງໄຂ່ວແຖວ ເລັງຊ່ອງຊັ້ນມຸກມາດມະໂນຣົດ ປຸນ ດາວເດັຍຣະດາດຄືຄວງຟ້າ ຜານໆພ້ຽງມຸນທຽນເທວະຣາດ ແກ້ວກໍ່ລ້ອມວັນເຂັມ ຂ່າຍກະດິງຍຸແຈ່ມເຈົ້າປະສົງທອດທານສິນພຽນເທວະຣາດແກ້ວກໍ່ລ້ອມວັນເຂັມຂ່າຍ ກະດິງຍຸແຈ່ມເຈົ້າປະສົງທອດທານສິນ ພຽນເພັງປຣະມີມຸ່ງເມີນໃຈແຈ້ງ ສັມມຸດຕິບັ້ນ ນິທານທັມກ່າວແລ້ວທໍ່ນີ້ຖວາຍໄທ້ທີ່ຢຳກ່ອນແລ້ວ.

พอจะรู้เรื่องกันไหมครับเนี่ย… เดี๋ยวมีตอนต่อไปครับ eiei

Technorati Tags: , , , , , ,