ສັງສິນໄຊ ຕອນ: ວິປວາສາບັ້ນ

ພໍເຫັນວັນເຮື່ອແຈ້ງເຈັຽຣະພາກງາຍງາມ ພຸ້ນເຢີ ນາງລຸນເມື່ອຊຽງສາສັ່ງສາວຝູງໃຊ້ ວັນ ນີ້ເຮົາຈັກເຕີນຝຸງເຊື້ອປະດັບປຸນໄປມ່ວນ ໃຫ້ແຕ່ງຫ້າງຫຸມຢ້ອງຊູ່ຊຸມ ແດ່ເນີ ເມື່ອນັ້ນຝູງແກ່ວນ ໃກ້ເຮວຮີບປຸງເປືອງ ໂດຍເກັງຍາປະດັບໄພ່ພົນພຽງພ້ອມ ຟັງຍິນແຖນວິນຄ້ອງກອງຍາມເຄົ້າຄື່ນ ຂ້າຄ່ອມຜູ້ສອງເບັ້ຽປິ່ນປົວ ປັບດັບຢັ່ນຢ້ອງຮິຮ່ຳຮຽງເງົາ ພໍດີສະເດັດຮອດຍານຍວງຂ້າ ເຄັງໆ ຕ້ອງຕຸຣິຍາເຄົ້າຄື່ນ ອວນອ່ອນແກ້ວກືລ້ານລ່ວງໄປ ແສະໝູ່ມ້າເດີນດຸ່ງດາຣະວັງ ແຍງອຸທານປະ ດັບຈອນເກີຍຮຽງຮ້ານ ເຊັນໆຂ້າທັງປວງ ປົງເຄື່ອງເອື້ອຍມຸ່ງມ້ຽນຣະວັງຊັ້ນນອກໃນ ຟັງຍິນຊຸງ ພາດພ້ອມປົນປີ່ແຖມແຖນາງກະສິງປະດັບແກ່ວງແພນເຟືອຍຟ້ອນ ສຽງສັນແກ້ວກິນນະຣີຮ້ອງຮ່ຳ ປະດັບຂ່າຍຮ້ອຍຮຽງເສັ້ນຄາດຄີງ ເນື້ອມຸ່ງພ້ຽງບຸນນາກນົງບານ ເກສາປະສົງລູບມັນມວຍເກົ້າ ໃຜແລລືມຕົນຕາໃຄ່ ເຊັງຊ່າເຈົ້າດິ່ວຊ້ອຍປະສົງຫລິ້ນມ່ວນເມືອງ ທຸກທີ່ຂ້າຫຸມຫໍ່ເຮືອງຍົດ ຍຸສະ ບາຍບານບ່າວສາວປະສົງຊູ້ ຍິງຊາຍຮູ້ຮ້ຽງກົນກາຍຍ່ອຍ ໂຊກສ່ຳຮ້າງຮາມໝ້າຍໝູ່ສາວ ພ່ອງ ກ້ຽວນິ້ວໃນພຸ່ມພັນສເນຊາຍຮາມຮຽງຍາດຊອມຊີງຮ້ອຍ ນາງຄານຕ້ານເຕີນເຂົາຂ້າໜຸ່ມ ໃຫ້ຮີບ ຮ້ອຍດວງເຂັ້ມຂາບຖວາຍ ຊະໃຍ່ພ້ອມເນືອງນອບມັສການ ມາລາລຽນທອດທູນທັນອ້າງ ຮອງໆ ໜ້າຝຸງສີສາວຖ່າວ ປະດັບດອກໄມ້ກວມເກົ້າຮື່ນຫອມ ຝຸງບ່າວຢ້ອງພວງເພດມາລາ ຕາໄຊຊອນ ສຽດສາວປະສົງຊູ້ ຈອມເມືອງເຈົ້າໃຈຮົມຮັກໄພດ່ ສນຸກຢູ່ຫລິ້ນສວນກວ້າງມ່ວນຣະງົມ ຟັງຍິນ ລົມລ່ວງກ້ອງໄກ້ວກິ່ງສາຂີ ພຸ້ນເຢີ ສຸຣະພາເບີຍບ່າຍສີແສງເສົ້າ.

ບັດນີ້ ຈັກກ່າວມະຫາຍັກຜູ້ຈັງໄຮຮູ້ເຫດ ມັນກໍຄຶດໃຄ່ແມ້ງມີພັ້ງຈອດຈິງ ເທື່ອນີ້ກູແອ່ວໄດ້ ໂດຍປໂຍດອັນຄະນິງແລເດ ມັນກໍຮວາຍອາຄົມຜາບຜີຊຸມເຊື້ອ ເມື່ອນັ້ນຜີເມືອງຢ້ານຍັກໂຂຂາມ ເດດ ເລີຍເລົ່າລະໜໍ່ແກ້ວກາງຫ້ອງພ່າຍພັງ ຍັກໃຫ່ຽຍ້າຍທະຍານຮອດປຸນເປືອງ ກຸມເອົານາງ ພາກພົນພລັນໄດ້ ມັນສແວງຂຶ້ນເວຫາປອມເມກ ອູ້ມອ່ອນແກ້ວ ສະແຄງຕຸ້ມຕ່ອມຂວັນ ນາງ ນາດໄຫ້ດິ້ນດັ່ນທວງສລົບ ພຣະກາໂຍເຫຼືອຫຼ່າຕົນຕາຍກະດ້າງ ຄືຄູ່ປັກສີນ້ອຍໃນຮັງຮາມແມ່ ຮຸ້ງ ແອ່ວຜ້າຍຫຸຽມໄດ້ດ່ວນພະໂຍມ ແຕ່ນັ້ນມັນຄ່ອຍຕຸ້ມຕະໂນມນາດຮຽງຮົດ ດາແຄງຄວນແວດລະ ວັງອົງແກ້ວ ຟັງຍິນທົມໆຮ້ອງສຽງຄົນຄຸງເມກ ມະໂນຂາດຄຸ້ມຄືບ້າທົ່ວທະລັງ ຮື່ນໆພ້ອມເສເນດ ນາງຂຸນ ຕີທວງທົບທ່າວແດດອມນ້ອຍ ຝຸງເຄີຍໃຊ້ຊຸມແຫນຫັຖບາດ ເຂົາກໍປະເຄື່ອງແກ້ວນາງ ນ້ອຍພ່າຍພັງ ທຸກທີ່ພ້ອມອາມາດມຸນນາຍ ສະແບງເບົາຕົກຄະມ່າທວງທັງຄ້າຍ ອຸທຍານຮ້ອນ ປານໄຟເຜົາແຜ່ນ ສຽງໂຫ່ໄຫ້ປະສົມເຮົ້າຮອດຊຽງ ທຸກທີ່ຖ້ວນທະວົນວິ່ງວານຄຸນ ຮາງມືເຖິງເທ ພາຄູ່ຄົນຄາງຮ້ອງຊິງທາງເທົ້າ ເຖິງນະຄອນຄວງຣາດ ຄົນຄັ່ງເຄົ້າທວານກວ້າງມືດມົວ ແມ້ງນຶ່ງ ຄຳແຜ່ເທົ້າອາມາດໃນສນາມເສນາເນືອງມາກຄົນຄາງຮ້ອງ ທັງປວງຊັ້ນເສນາໃນນອກ ພ້ອມພ່ຳ ໄຫ້ຫາແກ້ວນີ່ນັນ ບາງພ່ອງຫນ້າຫຼ່າເບື້ອກົວເກີດໂກລະຫົນ ວາງການເກັບລູກເມັຽໂຮມຮ້ອງ ເມື່ອນັ້ນ ຂຸນຫລວງເທົ້າທູນທັນເທວະຣາດ ຜູ້ທີ່ເຫງົ້າຟັງເຈົ້າຟັ່ງໃຈ ປຸນຫອກຮ້ອຍແທງທັ່ງເຖິງ ອົກ ອາດຸນແດເດືອດດານດອມນ້ອງ ທົງຊົນຊ້ຳໄຫລລົງລືມເພດ ສນົມຫນຸ່ມກົ້ວກອງໄຫ້ທີ່ນັ້ນ ທຸກສ່ຳເຊື້ອນາງນາດເອີນຫລວງ ເອົາກັນກອງທ່າວເທທວງຮ້ອນ ພູມີເຈົ້າໂຍງສຽງຮ້ອງຮ່ຳ ບັດນີ້ ເສັຽແກ່ນແກ້ວສເມີຂວ້ຳຂອບເມືອງ ແລນໍ ແໜງສູ້ທວຍທວງເທັງແທງຕົນຕາຍພ່ຳກັນຖ້ອນ ແມ່ນຈັກອົດຢູ່ໄດ້ມີມົ້ວຮ່ອມຄະນິງ ແທ້ແລ້ວ ວິບາກແຄ້ນຄືຄູ່ກິນສະແຫຼງ ແມ່ນຊື່ເນົາໃນປາງບໍ່ ສະເບີຍເບົາຮ້ອນ ທຸກທີ່ຖ້ວນຄາເມໃນນອນກໍດີຄັນວ່າຮູ້ຂ່າວນ້ອຍກໍຫິວໄຫ້ທົ່ວແດນ ແມ່ນວ່າສັພ ສິ່ງຊ້າງມ້າງມິ່ງໃນນະຄອນກໍດີ ກໍບໍ່ກິນກຽງກັດຢູ່ຊົງຊະລອນພ້ອມ ກັບທັງເນື້ອນົກລ້ຽງປະຫິດ ຫຽນຫົງເຫບ ຂົວຄໍ່ຂຸ້ມກະທາກີ້ກ່າງຍຸງ ເຂົາແຂກແກ້ວປຸນປາກສອນສຽງກໍດີ ສັງກາຈິບຈາບ ເມືອງໃນຮ້ານ ກໍບໍ່ຮີຮ່ຳຮ້ອງໄຮສຽງສງັດຢູ່ ຝູງນີ້ເຈົ້າຂມ່ອມປ້ອງປຸນລ້ຽງລຽບລະວັງ ນັບແຕ່ເຈົ້າ ຈາກໄວ້ວາງເຫື່ຽອອາຫານ ທັງມວນເມີນຢູ່ຕອມຕົນເສົ້າ ດີທໍ່ຊົງຊະລອນຄ້າງຄອນງອງງອຍຣາດ ກໍບໍ່ກິນເຫື່ຽອຫ້ຽາ ຄອຍຢຽມຢູ່ເຫງົາ.

ບັດນີ້ ຈັກກ່າວສຸມຸນທາແກ້ວກືເມືອງມະນຸສຣາດ ຍັກແອ່ວອູ້ມເອົາໄດ້ດ່ວນພະໂຍມ ກາຍ ເຂດຂ້າມນະຄອນໃຫ່ຽເປັງຈານ ວັນດຽວເດີນເວຫາຮອດຊຽງນະຄອນເສື້ອ ຜໍດູມະຫາສະຖານ ທ້າວກຸມພັນພຽງເມກຍອດຊໍ່ຟ້າເຮືອງສິ້ວຊົ່ວປະມານ ຍັກໃຫ່ຽຕ້ານໂລມລູບນົງຄານ ເຮົາຈັກເອົາ ພຣະອົງສີສແລ່ງປຸນເປັນເຫງົ້າມິນານເທົ້າເຖິງນະຄອນຄວງຣາດ ມັນກໍອູ້ມອ່ອນເຂົ້າປາງແກ້ວ ຄ່ອຍເຊົາ ຍັກກໍປອງມິ່ງແກ້ວປະລວມລູບຈອມຂວັນ ເມື່ອນັ້ນນາງຄານຂົມຄຽດເຄັມປຸນປ້ອຍ ດູ ລາຊາຍໂທນເຖົ້າຍັກໂຂຜີເຜດ ມຶງຢ່າກົດວາດເວົ້າພໍໃຫ້ເວທນາທ່ານເອີຍ ກູກໍອະທິຖານແລ້ວ ທານຕົນຕາມຊ່າງມຶງເຖີ້ນ ເທື່ອນີ້ກັມຄອບແລ້ວຮືຫ້າມຫ່ອນເປັນນັ້ນເດເມື່ອນັ້ນກຸມພັນເລົ້າໂລມ ນາງໃນອາດ ໂຊມໂຊ່ເຖົ້າຖນອມແກ້ວກ່ອມຂວັນ ພີ່ບໍ່ມີປໂຍດດ້ວຍເປັນເຫື່ຽອອາຫານພີ່ຈັກປຸນ ເປັນອົງເອກໂທທັນອ້າງ ແມ່ນຊື່ຊຸມສາວເຊື້ອໃນໂຮງຮ້ອຍສ່ຳ ພີ່ຈັກຖວາຍແກ່ ແກ້ວພຣະກູໃຊ້ ຊ່ວງຕີນ ລ້ຳຊາດຖ້ວນສເມີນາດນາງອິນ ພີ່ເອີຍ ເຮົາພີ່ເປັນພຣະຍາຜີໂລກລືທັງຄ້າຍ ແມ່ນຊື່ ເງິນຄຳລົ້ນມະນີກອງແກ້ວຫລາກ ລ້ານສ່ຳຖ້ວນຖວາຍນ້ອງມອບມວນ ພີ່ແລ້ວ ໃນນະຄອນອ້າຍ

ເອົາອວນເປັນເອກ ລ້ຳຖີ່ຖ້ວນຖວາຍນ້ອງຊູ່ເຊີງ ແມ່ນຊື່ການແກ່ນຕົ້ນຕິ່ວໜາໜັກກໍດີ ພີ່ຈັກອາສາຂັນຂາດເອງເອົາໄດ້ ຊື່ວ່າຄຳທຸກສົ້ມສົນທະນາໃນໂລກ ທີ່ບໍ່ໃຫ້ຮຸ່ງຮູ້ຄຳຮ້ອນຮອດ ອວນ ພີ່ແລ້ວ ເຊີນອຸ່ນເຍື້ອນຍາໂສກແສນຖນັດ ພີ່ຖ້ອນ ມັນກໍກອງເງິນຄຳທອດເວນວາງໃຫ້ ຖນິມພອນແກ້ວກອງປະເທືອງມ້າວມິ່ງ ກັບທັງພວງດອກໄມ້ພັນຮ້ອຍມອບມວນ ມັນທ່ານຕັ້ງ ຕາມແຕ່ງບົວຣະບັດ ເມື່ອນັ້ນນາງຄານຄຶດຢູ່ທົນທວງສລັ້ງ ກູກໍກອຍໃຈຕັ້ງຕົນປອງເປັນເຫື່ຽອ ມັນແລ້ວ ບັດນີ້ຍັກເລົ່າມາອວດອ້າງຄຳສົ້ມສວກສເນທໍ່ນີ້ ຮູ້ວ່າແນນນຳກ້ຽວກັນລົງລຳຕ່າງ ບັດນີ້ ໄກໂຄດເຊື້ອຮືຫ້າມຫ່ອນເປັນປາງນີ້ ເມື່ອນັ້ນ ກຸມພັນທ້າວຖນອມນາງໃນອາດ ຄືຄູ່ໄຟພ່າງເຜິ້ງ ຂາງໃກ້ເຊື່ອມໄຫຼ ມັນກໍອຸປຖາກນ້ອຍນານຍິ່ງວັນຄືນ ສແວງມາລາເລືອກເອົາອົບເນື້ອ ພໍປະມານ ແລ້ວນາງທົງຄັພລູກ ປະສູດມົ້ນທອງເປັນແກ້ວຍອດຍິງສອງກໍຮັກຍິ່ງພ້ຽງສເມີເນດຕາຕົນ ກຸມພັນຖນອມປິ່ນປົວນາງແກ້ວ ຈອມກະສັດນ້ອຍນົງສີສອນໃຫ່ຽ ຜິວຜ່ອງຫນ້າຂາວແຈ້ງຈິ່ງພຣະ ຈັນ ມັນກໍໃສ່ຊື່ນ້ອຍນາງນາດສີດາຈັນ ໂສມສງຽມງາມເງື່ອນພົມພຽນເລັມ ເລີຍເລົ່າປາກຽນເທົ້າ ເຖິງນະຄອນເມືອງນາກ ຂ້າທ່ານທ້າວທອງລ້ານລອບເລັງ ຊື່ວ່າວະຣຸນນະຣາດທ້າວທົງແທ່ນ ໃນສມຸດ ຄຳກືກອງແອ່ວໂອມເອົານ້ອຍ ກຸມພັນພ້ອມທັງສອງພໍ່ແມ່ ປຸນປູກໃຫ້ບາທ້າວນາກຄຳ ເຂົາກໍແຫນແຫ່ນ້ອຍເຖິງນາກໃນສມຸດ ນາໂຄຄົມຊື່ນໂມທະນານ້ອມ ວາງເມື່ອກວ້າງທັງໂທມ ສິນສ່ວຍ ທຸກຂວບຕັ້ງກອງແກ້ວກາບຖວາຍ ແຕ່ນັ້ນເມືອງສອງກ້ຳເປັນສະພານທຽວທ່ອງ ພຣະ ແມ່ເຈົ້າໃຈກ້ວາງແຜ່ຜາຍ ນັບແຕ່ກຸມພັນໄດ້ຈອມນາງມາຮ່ວມ ຫລາຍຂວບເຂົ້າຣະດູໄດ້ແປດປີ ນັ້ນແລ້ວ ສອງກ່ອມກິ້ງຣັຕນາດຮຽງຮົດ ສເນຫາຮັກລວດລືມເມືອງບ້ານ ວິປວາສາບັ້ນສຸມຸນທາ ພັດພາສະເດັດຖີ່ຖ້ວນ ຖວາຍໄທ້ພຣະຍອດຄຸນ ກ່ອນແລ້ວ.

2 thoughts on “ສັງສິນໄຊ ຕອນ: ວິປວາສາບັ້ນ”

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.