Tag Archives: ບັພຊາບັ້ນ

ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)

ຍັງ​ເລົ່າ​ຄຶດ​ຮອດ​ນ້ອງ​ຂລັງ​ຂອດ​ໃນ​ມະ​​ໂນ​ຍິ່ງ​ແລ້ວ ໝາຍ​ຈັກ​ຈອນ​ຈົງ​ພຣະທັຍບໍ່​ໄລລາ​ນ້ອງ ຜີ​ຈັກ​ພິຈານ​ຫ້ອງ​ຫົນ​ພຣະອົງ​ອັນ​ອ່າວ​ວັນ​ນັ້ນ​ຄັນ​ບໍ່​ໄດ້​ດັ່ງ​ແມ້ງ​ເໝືອນ​ໄມ້​ຫອດ​ຫິວ ​ແທ້​ແລ້ວ ​ເມື່ອ​ນັ້ນ​ສົມປະ​ເສີດ​ເຈົ້າ​ເຈັຽຣະຈາກ​ພຣະວິຫານ ລາພຣະຄຸນ​ຄູ່​ຄອນ​ເດີນ​ດົງ​ດັ້ນ ອາຮົມ​ທ້າວ​ປອງ​ໄປ​ເປັນ​ປ​ໂຍດ ດັ້ນ​ລອບ​ບ້ານ​ຖາມ​ຊັ້ນ​ສືບ​ດູ ລື​ນາດ​ໄທ້​ທົງ​ຜນວດ​ລີລາ ​ເດີນ​ດຽວ​ຕົກ​ຕ່າງ​ຊຽງ​ຊາວ​ແຍ້ ຍັງ​ເລົ່າຜາກົດ​ແຈ້ງ​ຈຳປາ​ນັຄ​ເຣດ ​ເມືອງ​ໃຫ່ຽ​ໃຕ້​ລຸ່ມຟ້າ ພັນ​ທ້າວ​ທອດ​​ທອງ​ເຂົາ​ຂ່າວ​ກ້ຳ​ປະ​ເທດ​ແຫ່ງ​ຫິມະວັນ​ກໍ​ມາ ຊາວ​ຄາ​ຂຽວ​ກ່າຍ​ກະ​ໄດ​ເມືອ ຟ້າ ​ແຫ່ງ​ນັ້ນ​ແດນ​ຄົນ​ແທ້​ແດນ​ຜີ​ທ່ຽວ​ທ່ອງ​ກັນ​ດາຍ ​ແດນ​ຍ່າ​ເຍີ້​ທຽວ​ຕ້ານ​ຕໍ່​ເຖິງ ​ເຂົາ​ນັ້ນ ຍາມ​ດຸ່ງ​ດັ້ນ​ເດີ່ນ​ວິ່ງ​ເວຫາ​ເປັນ​ເຜົ່າ​ພົງພຣະຍາ​ທອນ​ທ່ອງ​ບົນ​ບິນ​ຜ້າຍ ທຽວ​ເຖິງ​ເຊື້ອສາ ຣະມອນ​ມີ​ຮູບ ຄັພວິກ​ເວັ້ນວ່າງ​ທ້ອງ​ແມ່​ມາ ​ແທ້​ແລ້ວ ຍັງ​ເລົ່າ​ປະ​ກອບ​ດ້ວຍ​ໃຄ​ເຫື່ອ​ຫິວ ຫາຍ ​ເພາະວ່າ​ກິນ​ຂອງ​ດິບ​ບໍ່​ຈຽວ​ຈືນ​ຕົ້ມ ອັກ​ໂຂ​ລົ້ນ​ອະລັດຊີ​ຊາດ​ຕ່າງ ​ໂດຍ​ດັ່ງ​ເຣື່ອງລື​ໄວ້​ມາກ​ມູນ​ແທ້​ແລ້ວ

Continue reading ສັງສິນໄຊ ຕອນ: ບັພຊາບັ້ນ (ຕໍ່)