มาเรียนภาษาลาววันละคำกันนะครับ

บทที่ ๑.๖: วรรณยุกต์

ບົດທີ່ ໑.໖: ວັນນະຍຸດ วรรณยุกต์ คือตัวอักษรจำพวกนึง ที่ใช้สำหรับเปลี่ยนเสียง เพื่อให้สำเนียงเสียงพูดแตกต่างจากเสียงของสระ และพยัญชนะเดิม, ตัวอย่างคำว่า “ມ້າແລ່ນ” ( ม้าแล่น –ม้าวิ่ง ในภาษาไทย) เมื่อไม่ใส่วรรณยุกต์ก็จะออกเสียงเป็น “ມາແລນ” (มาแลน) แทน ซึ่งเป็นคำที่ไม่มีความหมายอะไร วรรณยุกต์ในภาษาลาวนั้น จะมีด้วยกัน 4 ไม้ ดังนี้ครับ: ່ เรียกว่า ໄມ້ເອກ แปลว่า ໄມ້ທີ່ຫນຶ່ງ ້ เรียกว่า ໄມ້ໂທ แปลว่า ໄມ້ທີ່ສອງ ໊ เรียกว่า ໄມ້ຕີ แปลว่า ໄມ້ທີ່ສາມ ໋ เรียกว่า ໄມ້ຈັດຕະວາ แปลว่า ໄມ້ທີ່ສີ່ ถึงจะมี 4 ไม้ แต่ส่วนมากแล้ว จะนิยมใช้กันแค่ไม้เอก กับไม้โท. การใช้วรรณยุกต์ทั้งสี่นั้น ให้เขียนไว้บนหัวของตัวอักษรแกนของคำนั้น ๆ เสมอ เช่น: ກ່າ, ກ້າ, ກ໊າ, ກ໋າ. เพราะมีวรรณยุกต์ จึงช่วยให้เราสามารถเขียนคำพูดในภาษาลาวได้มากเพียงพอต่อการสื่อสารในทุกระดับ Technorati Tags: [...]

บทที่ ๑.๕: สระ

ບົດທີ່ ໑.໕: ສະຫຼະ สระคือตัวอักษรหมวดนึง ที่ใช้ประกอบใส่กับพยัญชนะ ให้อ่านออกเสียงเป็นพยางค์ หรือ เป็นคำพูด. สระในภาษาลาวนั้น มีทั้งหมด 28 ตัวด้วยกัน ซึ่งจะแบ่งออกเป็นสองประเภทคือ: ສະຫຼະເຄົ້າ ( สระเค้า ) และ ສະຫຼະປະສົມ ( สระผสม ) - สระเค้ามี 15 ตัวคือ: ອະ, ອາ, ອິ, ອີ, ອຶ, ອື, ອຸ, ອູ, ເອ, ໂອ, ອໍ, ໄອ, ໃອ.- สระผสมมี 12 ตัวคือ: ເອະ, ແອ, ໂອະ, ເອາະ, ອົວະ, ອົວ, ເອິ, ເອີ, ເອຶອ, ເອືອ, ເອັຍ, ເອຍ สระเค้า และสระผสมมีทั้งเสียงสั้น และเสียงยาว ดังนั้น [...]

ນິທານ: ກ່ຳພ້າຜີນ້ອຍ (໑)

นิทานพื้นบ้านครับ ลองอ่านกันดู ไม่เข้าใจตรงไหนถามได้นะครับ บางศัพท์เป็นศัพท์เก่าจริง ๆ ( จนผมเองก็ยังไม่ค่อยได้ใช้ ) อ้อ… เรื่องนี้ถูกจัดเข้าเป็นนิทาน “ອັດສະຈັນ” นะครับ จะออกแนวเหลือเชื่อสักหน่อย ປາງກ່ອນກີ້ ມີທ້າວນ້ອຍຄົນຫນຶ່ງ ພໍແມ່ຕາຍປະ, ໄທບ້ານໄທເມືອງມັກເອີ້ນທ້າວວ່າ “ບັກກ່ຳພ້າ” ກ່ຳພ້າຢູ່ເຮືອນຕູບ ບໍ່ມີຝາ, ຍາມຫນາວຈິ່ງນອນ ຝີງໄຟ. ແຕ່ລະມື້ ກ່ຳພ້າທ່ຽວຂໍທານ, ບາງມື້ໄດ້ເຂົ້າມາແຕ່ບ້ານເໜືອ ໄດ້ເກືອມາແຕ່ບ້ານໃຕ້, ຜູ້ໃຈດີກໍ່ບ່າຍຊີ້ແຫ້ງປາຕາຍໃສ່ມືໃຫ້. ຜູ້ໃຈຮ້າຍກໍ່ດ່າໃສ່ໄລ່ໜີ, ຜູ້ຂີ້ດື້ເອົາຂີ້ມິ່ນໝໍ້ມາທ້າໃຫ້ດຳແລ້ວຫົວຂວັນ. ຫຼາຍຝົນຫຼາຍໜາວຜ່ານໄປ ກ່ຳພ້າກໍ່ໃຫຍ່ສອນບ່າວ. ພໍ່ບ້ານປຶກສາກັບລູກບ້ານວ່າ ຢາກໃຫ້ທ້າວຮູ້ເຮັດໄຮ່ສ່າ ຫາລ້ຽງຕົນເອງ. ພໍ່ບ້ານບອກກ່ຳພ້າໄປຖາງໄຮ່ປ່າເຫຼົ່າຊ່າວນາຢູ່ແຄມດົງໃຫຍ່ ບ່ອນບໍ່ມີຜູ້ໃດຈັບຈອງ ເພາະຊ່າລືກັນວ່າ ມີຜີຮ້າຍ. ກ່ຳພ້າໄດ້ຈົກສຽມ ແລະພ້າຂໍຂີ້ຫຼື້ມທີ່ໄທບ້ານໃຫ້ທານ ແລ້ວກໍ່ອອກໄປຍັງແຄມດົງໃຫຍ່ ບ່ອນພໍ່ບ້ານຊີ້ບອກ. ພໍ່ບ້ານ ແລະຄົນອື່ນ ໆ ດີໃຈ. ແຕ່ນີ້ຕໍ່ໄປ ທ້າວກ່ຳພ້າຈະບໍ່ມາເລາະຂໍທານອີກ. ເມື່ອມາຮອດປາຍທົ່ງນາແຄມປ່າ ກ່ຳພ້າຕັດໄມ້ໄຜ່ມາປຸກເປັນຖຽງນ້ອຍ ພໍຊົ້ນແດດຊົ້ນຝົນ. ປ່າດົງເຂດນີ້ມີຜີໝູ່ຫນຶ່ງເຝ້າຫວງຢູ່, ເມື່ອໄດ້ເຫັນຄົນມາປຸກຕູບນ້ອຍໃສ່ ພວກຜີກໍ່ໂມໂຫໃຈຮ້າຍໃຫ້ຜູ້ມາລ່ວງເຂດ. ກ່ຳພ້າໂຊກດີທີ່ເທວະດາຜູ້ຮັກສາປ່າທັນມາຫ້າມພວກມັນເອົາໄວ້. ເທວະດາບອກວ່າ ກ່ຳພ້າຈະບໍ່ຮາວີທຳຮ້າຍພວກມັນ, ກົງກັນຂ້າມ [...]

บทที่ ๑.๔: ตัวอักษรแกน และตัวสะกด

໑.໔ ຕົວອັກສອນແກນ ແລະຕົວສະກົດ อักษรแกน คือพยัญชนะตัวที่เอาเสียงของตัวเอง ไปเป็นแกนเสียงของคำพูด ตัวอย่างเช่น ໄປ ตัว ປ คืออักษรแกน ນັກຮຽນ ตัว ນ และ ຮ คือตัวอักษรแกน ບ້ານເມືອງເຮົາ ตัว ບ, ມ และ ຮ คือตัวอักษรแกน อ่า… จะสังเกตว่า ในภาษาลาวคำว่า “เรียน” จะเขียนเป็น “ຮຽນ” นะครับ จะมีตัว “ຽ” หรือที่เรียกว่า “ຍໍເຟື້ອງ” (ภาษาไทยไม่อักษรตัวไหนที่ออกเสียง “ຍ” ได้นะครับ ลืมบอกไป… เอ๊ะ!? หรือจะมี) แล้วก็ ในภาษาลาว ส่วนใหญ่แล้ว จะไม่ค่อยได้ใช้ตัว “ຣ” (ร) แล้วครับ จะใช้ “ຮ” (ฺฮ) แทนครับ กลับมาเข้าเรื่องดีกว่า อักษรแกนในภาษาลาวทั้งหมด จะมีอยู่ถึง 32 ตัว ตามจำนวนพยัญชนะทั้งหมด ในที่นี้ จะมีจำนวนหนึ่งที่เป็น อักษรแกนล้วน [...]

บทที่ ๑.๒: พยัญชนะผสม

໑.໓ ພະຍັນຊະນະປະສົມ พยัญชนะควบ คือพยัญชนะที่เอาเสียงของมัน เข้าไปควบกับเสียงพยัญนะตัวอื่น ซึ่งสำหรับในภาษาลาวนั้น จะมีเพียงตัวเดียว ก็คือ “ວ” (ว) สามารถใช้ควบกับพยัญชนะอื่นได้ทุกตัวครับ การใช้พยัญชนะควบในภาษาลาว ก็เหมือน ๆ กับภาษาไทยนั่นล่ะครับ เอาตัว “ວ” ไปวางไว้่ข้างหลังของพยัญชนะตัวที่ต้องการ เพื่อเอาเสียงของมันควบเข้ากับตัวที่ต้องการ เพื่อให้เป็นเสียงที่มีตัว “ວ” อยู่ด้วย มีตัวอย่างดังนี้: ກ กับ ວ ควบกันเป็น ກວ เช่น : ແກວ່ງ, ກວາງ ຂ กับ ວ ควบกันเป็น ຂວ เช่น : ແຂວງ, ຂວານ ຄ กับ ວ ควบกันเป็น ຄວ เช่น : ຄວາຍ, ແຄວ້ນ ງ กับ ວ ควบกันเป็น ງວ เช่น : ງົມງວາ, ງວາກ ຈ กับ ວ [...]

ຕົວເລກລາວ ( ตัวเลขลาว )

ตัวเลขในภาษาลาว จะค่อนข้างแตกต่าง กับตัวเลขในภาษาไทยบ้างเป็นบางตัว ในที่นี้ ผมจะเปรียบเทียบให้ดูดังนี้ครับ ຕົວເລກລາວ: ໑ ໒ ໓ ໔ ໕ ໖ ໗ ໘ ໙ ໐ ตัวเลขไทย: ๑ ๒ ๓ ๔ ๕ ๖ ๗ ๘ ๙ ๐ จะเห็นได้ว่า มีความแตกต่างกันมากพอสมควร โดยเฉพาะเลข 3, 6, 7 และ 8 เหล่านี้จะมีวิธีเขียนแตกต่างกันอย่างสิ้นเชิง ไม่เชื่อลองหัดเขียนดูสิครับ

ສຸພາສິດທີ່ເວົ້າເຖິງຄຸນສົມບັດ

ສຸພາສິດທີ່ເວົ້າເຖິງຄຸນສົມບັດການພົວພັນລະຫວ່າງຄົນມີຄວາມຈຳເປັນທີ່ຈະຕ້ອງມີຄຸນສົມບັດທີ່ດີຕໍ່ກັນ, ລູກຕ້ອງຮູ້ນັບຖືພໍ່ແມ່, ຄູອາຈານ, ຜູ້ເຖົ້າຜູ້ແກ່ ບໍ່ວ່າແຕ່ການປາກເວົ້າ ຫຼືການກະທຳ. ຄຸນສົມບັດອັນດີທີ່ກ່າວມານີ້ ແມ່ນມູນເຊື້ອອັນດີງາມອັນຫນຶ່ງຂອງຄົນລາວທີ່ເຊື່ອຖື ແລະປະຕິບັດກັນມາຈົນມີຄຳສຸພາສິດເປັນຄະຕິເຕືອນໃຈໄວ້ວ່າ: ຄຸນພໍ່ເທົ່າພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ ບຸນຄຸນພໍ່ແມ່ນີ້ ຫນັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບ ຫາກຈະດີເມືອຫນ້າ ນາດີຖາມຫາເຂົ້າປູກ ລູກດີຖາມຫາພໍ່ແມ່ ລູກເວົ້າຍາກ ພໍ່ແມ່ປາກປຽກ ສຸພາສິດທີ່ເວົ້າເຖິງຄຸນສົມບັດ ດ້ານຄວາມສາມັກຄີຮັກແພງຊ່ວຍເຫຼືອ ເຊິ່ງກັນແລະກັນ ກໍ່ມີຄວາມສຳຄັນຫລາຍ, ເພາະຄຳສຸພາສິດເຫຼົ່ານັ້ນ ໄດ້ກາຍເປັນຄຳຕັກເຕືອນ ບອກສອນຢ່າງມີຄຸນຄ່າແກ່ຄົນຮຸ່ນຫລັງເຊັ່ນ: ພີ່ນ້ອງບໍ່ຫລາຍ ຫາສະຫາຍໃສ່ຕື່ມ ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ ພົບຄົນດີ ມີສີແກ່ຕົວ ພົບຄົນຊົ່ວ ພາຕົວຫມົ່ນຫມອງ ຮົ້ວຫລາຍຫລັກຈຶ່ງຫມັ້ນ ພີ່ນ້ອງຫລາຍຊັ້ນຈິ່ງດີ ສຸພາສິດສັ່ງສອນເຖິງການສ້າງຄຸນງາມຄວາມດີໃຫ້ແກ່ຕົນເອງ ກໍ່ເປັນສິ່ງທີ່ມີຄຸນຄ່າ, ຄົນດີຈະຕ້ອງເປັນຄົນທີ່ມີຄວາມຖະຫນອມທ່ອມຕົວ ໄດ້ຮັບຄວາມຮັກແພງຈາກພໍ່ແມ່, ຄູອາຈານ ແລະເພື່ອນມິດ. ສະນັ້ນ ເຖົ້າແກ່ບູຮານຈິ່ງສັ່ງສອນໄວ້ວ່າ: ຊິຖົ່ມນ້ຳລາຍ ໃຫ້ຫຼຽວເບິ່ງປ່ອງ ຊິເຕັ້ນຂ້າມຮ່ອງ ໃຫ້ຫຼຽວເບິ່ງໜາມ ພ້າເຂົ້າຢ່າຟັນແຮງ ຂອງເພິ່ນແພງຢ່າເຂົ້າໃກ້ ສິບສະຫຼຶງຢູ່ຟາກນ້ຳ ຢ່າຟ້າວອ່າວຄະນິງຫາ ສອງສະຫຶຼງມາມື ໃຫ້ກອບກຳເອົາໄວ້ ຢ່າເວົ້າກ່ອນເກີດ ຢ່າສະເດີດກ່ອນຕາຍ ກົບຕາຍຍ້ອນປາກ ຄັນຄາກຕາຍຍ້ອນສຽງ

ສຸພາສິດເວົ້າເຖິງການອອກແຮງງານ

ສຸພາສິດເວົ້າເຖິງການອອກແຮງງານ ຄົນບູຮານອາໄສການອອກແຮງງານດ້ວຍຕີນມື ເມື່ອລ້ຽງຊີບເຊັ່ນ ການເຮັດໄຮ່ເຮັດນາເພື່ອປູກເຂົ້າ, ການອອກແຮງງານດັ່ງກ່າວຕ້ອງໄດ້ອີກໃສ່ດິນ, ນ້ຳ, ອາກາດ ເປັນເງື່ອນໄຂ ທີ່ສຳຄັນ, ສະນັ້ນ ຊາວບູຮານຈິ່ງມີບົດຮຽນໃນການສັງເກດການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເມື່ອໃດຝົນຈະຕົກ, ເມື່ອໃດຟ້າຈະແລ້ງ ເຊັ່ນຄຳສຸພາສິດທີ່ວ່າ: ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ ຝົນຊິຕົກໃຫເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ ຈາກການສັງເກດ ແລະກຳໄດ້ກົດເກນການປ່ຽນແປງຂອງດິນຟ້າອາກາດ ປະຊາຊົນຈິ່ງຊອກວິທີການຕ່າງໆ ເພື່ອຕັກເຕືອນເຊິ່ງກັນ ແລະກັນ ໃຫ້ຮູ້ລະດູການເພີ່ມພູດຜະລິດຜົນທີ່ຈະໄດ້ຮັບຜົນດີ ດັ່ງຄຳສຸພາສິດທີ່ວ່າ : ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ ຫລື ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ ກົກຈະນ້ອຍ ຜົນນ້ອຍແຮ່ງບໍ່ແມ່ ຕັ້ງແຕ່ໃດໆ ມາຊາວຜູ້ອອກແຮງງານມີມູນເຊື້ອດຸຫມັ່ນຂະຫຍັນພຽນເຮັດໄຮ່ນາສວນຈົນມີບົດຮຽນສືບຕໍ່ກັນມາ ໂດຍປະດິດແຕ່ງເປັນຄຳສຸພາສິດ ດັ່ງນີ້: ຢາກກິນເຂົ້າ ຕ້ອງເຮັດນາໜາ ຢາກກິນປາ ຕ້ອງແບກແຫລົງນ້ຳ ຫລັງສູ້ຟ້າ ຫນ້າສູ້ດິນ ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່ ໄປຢຽບຫມາ ມາຢຽບຂຽດ

ຄຳສຸພາສິດ

ติดตรงไหนลองถามเข้ามาได้นะครับ ຄຳສຸພາສິດ ຄຳວ່າ “ ສຸພາສິດ ” ເປັນຄຳເວົ້າທີ່ສັ້ນ ແຕ່ມີຄວາມຫມາຍອັນເລິກເຊິ່ງ ເຊິ່ງຊາວບູຮານປະດິດແຕ່ງຂຶ້ນມາແຕ່ບູຮານະການ. ຄຳສຸພາສິດເປັນວັນນະຄະດີພື້ນເມືອງລາວປະເພດຫນຶ່ງ ເຊິ່ງຜູ້ແຕ່ງມັກໃຊ້ຄຳເວົ້າທີ່ສັ້ນໃຫ້ສຳຜັດເກາະກ່າຍກັນ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ແລະຈື່ໄດ້ດົນ. ເນື້ອໃນຂອງຄຳສຸພາສິດເປັນຄຳສັ່ງສອນ ເພື່ອຕັກເຕືອນໃຫ້ຊາວຜູ້ອອກແຮງງານປະພຶດຕົນເອງ ໄປໃນຄວາມຖືກຕ້ອງເຫມາະສົມ ຫຼື ຈະເວົ້າໄດ້ອີກຢ່າງຫນຶ່ງວ່າ ຄຳສຸພາສິດແມ່ນບົດຮຽນອັນມີຄຸນຄ່າໃນການດຳລົງຊີວິດ ແລະ ທຳມາຫາກິນຂອງຊາວຜູ້ອອກແຮງງານ.

บทที่ ๑.๒: พยัญชนะผสม

໑.໒ ພະຍັນຊະນະປະສົມ (พยัญชนะผสม) พยัญชนะผสม คือพยัญชนะสองตัว ที่เอามาผสมกันให้เป็นตัวเดียวโดยในภาษาลาวนั้น จะมีอยู่ ๖ ตัวด้วยกัน แต่ละตัว ตั้งต้นด้วยตัว ຫ (ห) ที่เป็นอักษรสูง แล้วเอาตัว ງ ຍ ນ ມ ລ ວ ที่เป็นอักษรต่ำมาผสม โดยจะมีเพียงอักษรต่ำเหล่านี้เท่านั้น ที่ใช้ผสมได้ เมื่อผสมแล้ว ตัว ຫ จะไม่ออกเสียง แต่มันจะทำให้ตัวอักษรต่ำเหล่านั้น ผันเสียงเป็นอักษรเสียงสูงดั่งนี้: ຫ ผสมกับ ງ เป็น ຫງ ตัวอย่างเช่น: ເຫງົາ (เหงา) ຫ ผสมกับ ຍ เป็น ຫຍ ตัวอย่างเช่น: ຫຍ້າ (หญ้า) ຫ ผสมกับ ນ เป็น ຫນ ตัวอย่างเช่น: ຫນາ, ໜາ (หนา) ຫ ผสมกับ ມ เป็น ຫມ ตัวอย่างเช่น: [...]