ສຸພາສິດເວົ້າເຖິງການອອກແຮງງານ

ສຸພາສິດເວົ້າເຖິງການອອກແຮງງານ

ຄົນບູຮານອາໄສການອອກແຮງງານດ້ວຍຕີນມື ເມື່ອລ້ຽງຊີບເຊັ່ນ ການເຮັດໄຮ່ເຮັດນາເພື່ອປູກເຂົ້າ, ການອອກແຮງງານດັ່ງກ່າວຕ້ອງໄດ້ອີກໃສ່ດິນ, ນ້ຳ, ອາກາດ ເປັນເງື່ອນໄຂ
ທີ່ສຳຄັນ, ສະນັ້ນ ຊາວບູຮານຈິ່ງມີບົດຮຽນໃນການສັງເກດການປ່ຽນແປງຂອງດິນຟ້າອາກາດ ເຊັ່ນວ່າ ເມື່ອໃດຝົນຈະຕົກ, ເມື່ອໃດຟ້າຈະແລ້ງ ເຊັ່ນຄຳສຸພາສິດທີ່ວ່າ:

  • ຝົນຊິຕົກມົດແລ່ນ ຟ້າຊິແລ້ງມົດນອນ
  • ຝົນຊິຕົກໃຫເບິ່ງດາວດິນ ຝົນຊິລິນໃຫ້ເບິ່ງດາວຊ້າງ

ຈາກການສັງເກດ ແລະກຳໄດ້ກົດເກນການປ່ຽນແປງຂອງດິນຟ້າອາກາດ ປະຊາຊົນຈິ່ງຊອກວິທີການຕ່າງໆ ເພື່ອຕັກເຕືອນເຊິ່ງກັນ ແລະກັນ ໃຫ້ຮູ້ລະດູການເພີ່ມພູດຜະລິດຜົນທີ່ຈະໄດ້ຮັບຜົນດີ ດັ່ງຄຳສຸພາສິດທີ່ວ່າ :

  • ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແປງໄຖ

ຫລື

  • ຢ່າໄດ້ດຳນາຫຼ້າ ປາຍປີບໍ່ທັນເພິ່ນ
  • ກົກຈະນ້ອຍ ຜົນນ້ອຍແຮ່ງບໍ່ແມ່

ຕັ້ງແຕ່ໃດໆ ມາຊາວຜູ້ອອກແຮງງານມີມູນເຊື້ອດຸຫມັ່ນຂະຫຍັນພຽນເຮັດໄຮ່ນາສວນຈົນມີບົດຮຽນສືບຕໍ່ກັນມາ ໂດຍປະດິດແຕ່ງເປັນຄຳສຸພາສິດ ດັ່ງນີ້:

  • ຢາກກິນເຂົ້າ ຕ້ອງເຮັດນາໜາ
    ຢາກກິນປາ ຕ້ອງແບກແຫລົງນ້ຳ
  • ຫລັງສູ້ຟ້າ ຫນ້າສູ້ດິນ
  • ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່
  • ໄປຢຽບຫມາ ມາຢຽບຂຽດ

2 thoughts on “ສຸພາສິດເວົ້າເຖິງການອອກແຮງງານ”

  1. ບໍ່ເຂົ້າໃຈວ່າເປັນຫຍັງໃນ ແບບ ບົດ ຂຽນ ກ່ອນຈະເຂົ້າມາຂຽນຄຳເຫັນນີ້ ຕ່າງຈາກແບບທີ່ເຫັນໃນຂ້າງເທິງນີ້?
    ເພາະເຫດໃດ?

Leave a Reply

Your email address will not be published. Required fields are marked *

*

code

This site uses Akismet to reduce spam. Learn how your comment data is processed.